spot_img
Homeຂ່າວຕ່າງປະເທດກຣີສ ຄົ້ນພົບເມືອງບູຮານອາຍຸເກົ່າແກ່ 2,500 ປີ

ກຣີສ ຄົ້ນພົບເມືອງບູຮານອາຍຸເກົ່າແກ່ 2,500 ປີ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານວເມື່ອວັນທີ 14 ທັນວາ 2016 ວ່າ ທີມນັກວິໄຈປະຫວັດສາດ ຈາກມະຫາວິທະຍາໄລ Gothenburg ໄດ້ປະກາດການຄົ້ນພົບເມືອງບູຮານແຫ່ງໜຶ່ງ ທີ່ຕັ້ງຢູ່ບໍລິເວນພູເຂົາ ໃກ້ກັບນະຄອນເອເທນ ໃນກຣີສ ເຊິ່ງພວກເຂົາເຊື່ອວ່າ ເມືອງນີ້ມີອາຍຸເກົ່າແກ່ເຖິງ 2,500 ປີ

Robin Rönnlund ນັກສຶກສາປະລິນຍາເອກ ສາຂາບູຮານຄະດີ ແລະປະຫວັດສາດບູຮານ ປະຫຼາດໃຈ ທີ່ເມືອງອັນເລິກລັບນີ້ ບໍ່ເຄີຍຖືກຄົ້ນພົບມາກ່ອນ ໂດຍລາວເອງເປັນຫົວໜ້າທີມວິໄຈບອກວ່າ: ຊາກຫັກພັງ ທີ່ເຄີຍເຊື່ອກັນວ່າເປັນຮ່ອງຮອຍຂອງການຕັ້ງຖິ່ນຖານ ເຊິ່ງຄວາມຈິງແລ້ວມັນຄືເມືອງບູຮານເມືອງໜຶ່ງ

Rönnlund ແລະທີມງານໄດ້ເດີນທາງມາຍັງບໍລິເວນດັ່ງກ່າວເພື່ອສຶກສາວິໄຈໂປຣເຈັກອື່ນ ເມື່ອປີກາຍ ຈຶ່ງໄດ້ຄົ້ນພົບເມືອງໃໝ່ນີ້ແບບບັງເອີນ ຮ່ອງຮອຍທີ່ເຫັນນັ້ນ ມີຊາກຫັກພັງຂອງຫໍຄອຍ ແລະກຳແພງເມືອງ, ມີຈະຕຸລັດກາງເມືອງ ແລະຖະໜົນ ເຊິ່ງເຮັດໃຫ້ເຊື່ອວ່າ ເມືອງນີ້ເປັນເມືອງໃຫຍ່ສົມຄວນ

%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%ae%e0%bb%89%e0%ba%b2%e0%ba%87%e0%ba%87

ທາງທີມງານຕັດສິນໃຈ ທີ່ຈະຫຼີກລຽງການກວດສອບດ້ວຍການຂຸດຄົ້ນ ແລະໃຊ້ເທັກໂນໂລຊີການສະແກນແທນ ເພື່ອຊອກຫາວ່າ ເມືອງນີ້ເຊື່ອງຄວາມລັບຫຍັງເອົາໄວ້

ນອກຈາກນັ້ນ ຍັງມີການຄົ້ນພົບເຄື່ອງປັ້ນດິນເຜົາບູຮານ ແລະຫຼຽນໃນບໍລິເວນເມືອງ ເຊິ່ງຊ່ວຍໃຫ້ທາງທີມງານສາມາດຄຳນວນອາຍຸຂອງເມືອງໄດ້ງ່າຍຂຶ້ນ ເຊິ່ງວັດຖຸບູຮານບາງຢ່າງ ທີ່ພົບນັ້ນມີອາຍຸເກົ່າແກ່ເຖິງ 500 ປີກ່ອນ ຄ.ສ ເຊິ່ງເມືອງນີ້ ໜ້າຈະຮຸ່ງເຮືອງໃນຊ່ວງ 400-300 ປີ ກ່ອນ ຄ.ສ ກ່ອນທີ່ເມືອງຈະຖືກຖິ້ມຮ້າງດ້ວຍເຫດຜົນບາງຢ່າງ ເຊິ່ງອາດເປັນໄປໄດ້ວ່າເປັນຜົນກະທົບ ຈາກໄພພິບັດທີ່ເກີດຂຶ້ນໃນໂຣມັນໃນຕອນນັ້ນເຊັ່ນກັນ

%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%ae%e0%bb%89%e0%ba%b2%e0%ba%87%e0%ba%87%e0%ba%87

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...