ຮູ້ບໍ່? ເປັນຫຍັງຈື່ງມີສາສະຫນາ ຄຽງຄູ່ກັບການບູຊາ ”ພະຍານາກ”
ເມືອງ ມະຣຸກຂະນະຄອນ ສີໂຄດຕະບອງ ທີ່ພົງສາວະດານຈີນສະໄຫມຣາຊະວົງຖັງ ສະຕະວັດທີ VIII ເອີ້ນສີໂຄດຕະບອງວ່າ ໂພ-ລຽວ ມີຄວາມຈະເລີນສີວິໄລ ເດີມແທ້ຕັ້ງຢູ່ປາກເຊບັ້ງໄຟ ໃນສະໄຫມກ່ອນ ເຈົ້າຟ້າງຸ່ມທ້ອນໂຮມອານາຈັກລາວລ້ານຊ້າງ ບາງສະໄຫມໄດ້ຂະຫຍາຍເຂດອອກກ້ວາງຂວາງຢູ່ 2ຝັ່ງແມ່ນ້ຳຂອງຕອນກາງ ຄືທາງທິດເຫນືອຕັ້ງແຕ່ເຂດວຽງຈັນ ຫນອງຄາຍ ອຸດອນຈົນໄປເຖີງ ຈຳປາສັກ ອຸບົນລາດຊະທານີ ຕາມລ້ອງແມ່ນ້ຳມູນ
ອານາຈັກສີໂຄດຕະບອງນີ້ແມ່ນອັນດຽວກັນກັບຄຳວ່າ “ພະນົມ“ ທີ່ພວກຈີນເອີ້ນວ່າຟູນັນ ໃນສະຕະວັດທີ່ IIIແລະເສັ້ນກາງຂອງອານາຈັກຟູນັນອາດຕັ້ງຢູ່2ຝັ່ງໂຫລ້ງແມ່ນຳ້ຂອງ ບໍລິເວນທີ່ເປັນແຂວງຄຳມ່ວນແລະນະຄອນພະນົມປະຈຸບັນ ເຊິ່ງຕຳນານ ອຸລັງຄະທາດບູຮານໃຫ້ຊື່ວ່າ ສີໂຄດຕະບອງ ກຸ່ມຄົນສ່ວນໃຫຍ່ທີ່ອາໄສຢູ່ໃນເຂດນີ້ ເປັນຄົນດັ້ງເດີມທີ່ອຸລັງຄະທາດເອີ້ນວ່າ “ພວກນາກ“ ຫລື ເປັນເຜົ່າລາວ-ໄທ ຮຸ່ນທຳອິດ ທີ່ເຊື່ອຖືນາກ ຫລື ບູຊານາກ “ເງືອກງູ“ ເຫມືອນຄົນອິນເດຍຫລືຊາວຈີນສະໄຫມບູຮານຕໍ່ມາເຊື່ອຖືພຸດທະສາສະຫນາຫລາຍຂື້ນ ຄຽງຄູ່ກັບການບູຊານາກ ເພາະຄົນດັ້ງເດີມນັ້ນມີເຊື້ອສາຍພະຍານາກ ແລະ ນັບຖືພະຍານາກ.
ພະທາດສີໂຄດຕະບອງຕັ້ງຢູ່ເມືອງທ່າແຂກແຂວງຄຳມ່ວນ ແລະ ທາດພະນົມຕັ້ງຢູ່ຝັ່ງຕາເວັນຕົກແມ່ນ້ຳຂອງແຂວງນະຄອນພະນົມປະເທດໄທປະຈຸບັນ ຕຳນານອຸລັງຄະທາດກ່າວວ່າ ມີເຈົ້າກະສັດ 5 ຫົວເມືອງໄດ້ຮ່ວມກັນສ້າງທາດພະນົມຄື:
1 ພະຍານັນທະເສນ ເມືອງສີໂຄດຕະບອງ
2 ພະຍາອິນທະປັດຖະນະຄອນ ເມືອງຂະເຫມນ
3 ພະຍາຄຳແດງ ເມືອງຫນອງຫານນ້ອຍ
4 ພະຍາສຸວັນນະພິງຄານ ເມືອງຫນອງຫານຫລວງ
5 ພະຍາ ຈຸລະນີພົມມະທັດ
ອານາຈັກສີໂຄດຕະບອງແມ່ນມີຈິງ ມີສູນກາງຕັ້ງຢູ່ບໍລິເວນແຂວງຄຳມ່ວນ ແລະ ນະຄອນພະນົມ ແລະ ເມືອງນີ້ເກີດຂຶ້ນເມື່ອໃດແມ່ນຍາກທີ່ຈະກຳນົດ ພະຍານັນທະເສນແມ່ນເຊື້ອສາຍຂອງພະຍາສີໂຄດຕະບອງ ໃນເມື່ອສີ້ນສະໄຫມຂອງພະຍານັນທະເສນແລ້ວເກີດອຸປະຕິເຫດຈຶ່ງໄດ້ຍ້າຍເມືອງສີໂຄດຕະບອງໄປຕັ້ງຢູ່ຝັ່ງຂວາແມ່ນຳ້ຂອງຢູ່ບໍລິເວນບ້ານທາດພະນົມ ແລະ ໄດ້ຕັ້ງຊື່ວ່າ ”ເມືອງມະຣຸກຂະນະຄອນ“ ປະຊາຊົນໄດ້ຫົດສົງເອົາພະຍາ “ນາງເທວະບຸບຜາ “ນ້ອງສາວຂອງພະຍາ ນັນທະເສນຂື້ນເປັນພະຍາປົກຄອງເມືອງ“ ມະຣຸກຂະນະຄອນ ສີໂຄດຕະບອງ“ ເມື່ອຫມົດສະໄຫມ ນາງ ເທວະບຸບຜາແລ້ວ ພະຍາ ສຸມິດຕະທຳມະວົງສາ ໄດ້ຂື້ນແທນເປັນໃຫຍ່ຢູ່ອານາຈັກສີໂຄດຕະບອງ ມີເມືອງຫລວງຢູ່ ມະຣຸກຂະນະຄອນ ໃນສະໄຫມນີ້ ອານາຈັກມີຄວາມຮຸ່ງເຮືອງຫລາຍ ຢູ່ເຢັນເປັນສຸກ ເມື່ອສີ້ນສະໄຫມ ພະຍາ ສຸມິດຕະທຳມະວົງສາແລ້ວ “ພະຍານິລຸດທະລາດ“ ຂື້ນເປັນໃຫຍ່ແທນ ແຕ່ພະຍານິລຸດທະລາດອ່ອນແອ ບໍ່ຕັ້ງຍູ່ໃນສິນທຳ ບ່າວໄພ່ລາຊະດອນເດືອດຮ້ອນ ເກີດມີສົງຄາມ ແລະ ເວລານີ້ຂະເຫມນໄດ້ພະຍາຍາມບຽດຢຶດເຂົ້າມາ ໃນທີ່ສຸດກໍ່ຕົກເປັນຫົວເມືອງຂື້ນໃນສະຕະວັດ ທີ່ VII ຄສ 1181 ພວກຂະເຫມນໄດ້ຕັ້ງສູນກາງປົກຄອງຢູ່ ພາກອີສານ ແລະ ພາກກາງຂອງລາວລົງໄປເຖິງຈຳປາສັກ ພວກຈີນເອີ້ນວ່າ ປະເທດ ຟູນັນ ຕໍ່ມາປະເທດ ຟູນັນ ໄດ້ແບ່ງເປັນ “ເຈລະນຳ້ ແລະ ເຈລະບົກ“ ແລະ ໃນຕອນນີ້ບໍ່ໄດ້ຍິນເອີ້ນວ່າ “ເມືອງມະຣຸກຂະນະຄອນ“ ຄືແຕ່ເກົ່າ ສັນນິຖານວ່າ ຈະປ່ຽນໄປຕອນໄດ້ແບ່ງອານາຈັກສີໂຄດຕະບອງອອກເປັນ “ເຈລະບົກ ເຈລະນຳ້“
ຮູບພາບປະກອບໂດຍ:ມໍລະດົກລ້ານຊ້າງ
ຂຽນໂດຍ: ນາງສາຍວາລິນ ບໍລະວົງ
ແຫລ່ງທີ່ມາຈາກ: ບູຮານຄະດີແລະປະຫວັດສາດລາວ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!