spot_img
HomeBaby-ແມ່ແລະເດັກEXERCISE ຢຸດເສັ້ນເລືອດຂອດ

EXERCISE ຢຸດເສັ້ນເລືອດຂອດ

Published on

pregnant_women_pool_g0px

ຂາ ເປັນອະໄວຍະວະທີ່ຕ້ອງແບກຮັບນ້ຳໜັກທຸກສ່ວນຂອງຮ່າງກາຍ ເມື່ອເຮົາຖືພານ້ຳໜັກໂຕກໍ່ຈະເພີ່ນມຂື້ນ ເຮັດໃຫ້ຂາ ຕ້ອງຮັບນ້ຳໜັກຫຼາຍຂື້ນ ຈົນເຮັດໃຫ້ເກິດອາການບວມ ຮ່ວມໄປເຖີງກາຍເປັນເສັ້ນເລືອດຂອດທີ່ຂາ.

ໃນຊ່ວງຖືພາ ຮ່າງກາຍຂອງແມ່ຈະມີການປ່ຽນແປງ ຂອງຮໍໂມນໃນຮ່າງກາຍ ເຮັດໃຫ້ເສັ້ນເລືອດຍ່ອນໂຕ ແລະເລືອດດຳໄຫຼວຽນບໍ່ສະດວກ ເພາະຖືກນຳໜັກໂຕກົດໄວ້ ເຮັດໃຫ້ເກິດການພອງຂອງເສັ້ນເລືອດ ຈຶ່ງກາຍເປັນເສັ້ນເລືອດຂອດທີ່ບໍລິເວນໜ້າເອິກ ໜ້າທ້ອງ ນ່ອງ ຕີນ ໂດຍສະເພາະທີ່ຂາລຽວງາມຂອງທ່ານ ແມ້ຈະເໝິດຄວາມສວຍ ແຕ່ບໍ່ຕ້ອງກັງວົນ ເຮົາມີວິທີຢຸດເສັ້ນເລືອກຂອດ ມາແນະນຳ .

1. ໃຫ້ທ່ານນອນເໝບລົງພື້ນ ແລ້ວເອົາໝອນໝູນທ້ອງໃຫ້ສູງກວ່າລະດັບໂຕ ເພື່ອໃຫ້ເລືອດໄຫຼວຽນດີຂື້ນ ແລະຈະຊ່ວຍປ້ອງກັນ ການເປັນເສັ້ນເລືອດຂອດໃດ້ ແຕ່ຖ້າຫາກເປັນແລ້ວບໍ່ຕ້ອງກັງວົນ ວ່າຈະບໍ່ເຊົາເພາະວ່າຫຼັງເກິດລູກ ຖ້າເປັນບໍ່ຫຼາຍເສັ້ນເລືອດກໍ່ຈະເຊົາ ໄປເອງ .

2. ການປ້ອງກັນເສັ້ນເລືອດຂອດທີ່ດີທີ່ສຸດກໍ່ຄື : ອອກກຳລັງກາຍຈະຊ່ວຍປ້ອງກັນ ຫຼືລົດອາການເປັນເສັ້ນເລືອດຂອດໃດ້ ຊ່ວຍໃຫ້ກ້າມເນື້ອ ແຂງແຮງ ແລະລົດຄວາມດັນໃນເສັ້ນເລືອດດຳ ບໍ່ໃຫ້ກ້າມຊີ້ນຫົດໂຕ ແຕ່ການບໍລິຫານຕ້ອງເລືອກທ່າທາງທີ່ເໝາະສົມໃນລະຫວ່າງຖືພາ ແນ່ເດີ່ .

  • ເລີ່ມຈາກໃຫ້ທ່ານນັ່ງຕັ້ງ ຢຽດຂາອອກໄປດ້ານໜ້າ ແລ້ວກະດົກປ້າຍຕີນຂື້ນລົງ ຈາກນັ້ນມຸ່ນຄໍ່ຕີນໄປມາ ເປັນຮູບວົງມົນ ປະມານ  10 -20 ເທື່ອ ຈະຊ່ວຍໃຫ້ການໄຫຼວຽນຂອງເລືອດດີຂື້ນ .
  • ທ່າຕໍ່ມາໃຫ້ທ່ານຍືນຢັງແຢ່ ສະລັບກັບສົ້ນຕີນໄປມາ ຫຼື ຈະແລນເບົາໆຢູ່ກັບທີ່ ຈະເຮັດໃຫ້ກ້ານຊີ້ນແຂງແຮງ ເລືອດໄຫຼສະດວກຂື້ນ .
  • ຫຼີ້ນກິລາທາງນ້ຳເຊັ່ນ : ການລອຍນ້ຳ ຫຼືເຕັ້ນແອໂຣບິກໃນນ້ຳ ຈະຊ່ວຍພະຍຸງນ້ຳໜັກຂອງທອງ ແລະນ້ຳໜັກໂຕຂອງທ່ານເອົາໄວ້ ໃດ້ຢ່າງປອດໄພ ເຮັດໃຫ້ສະດວກໃນການອອກກຳລັງກາຍ ແລະຍັງໃດ້ອອກກຳລັງກາຍທຸກໆສ່ວນຂອງຮ່າງກາຍອີກ .

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...