spot_img
Homeຂ່າວຕ່າງປະເທດເດັກນ້ອຍ 2 ປີເກືອບຕົກຈາກເຫຼັກກັນຂະໂມຍຊັ້ນ 4 ຍ້ອນແມ່ປະລູກໄວ້ເຮືອນຄົນດຽວ

ເດັກນ້ອຍ 2 ປີເກືອບຕົກຈາກເຫຼັກກັນຂະໂມຍຊັ້ນ 4 ຍ້ອນແມ່ປະລູກໄວ້ເຮືອນຄົນດຽວ

Published on

ອີງຕາມການລາຍງານຂອງເວັບໄຊຂ່າວປະເທດຈີນລາຍງານໃນຕອນເຊົ້າວັນທີ 12 ທັນວາ 2016 ຜ່ານມາວ່າ ເຈົ້າໜ້າທີ່ກູ້ໄພ ເມືອງສາງງເຕີ໋ ມົນທົນຫູໜານ ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ຕຳຫຼວດວ່າ ເກີດເຫດເດັກນ້ອຍຍິງ ອາຍຸປະມານ 2 ປີ ຫ້ອຍຢູ່ເທິງເຫຼັກກັນຂະໂມຍ ທີ່ອອກມາດ້ານນອກ ບໍລິເວນປ່ອງຢ້ຽມຊັ້ນ 4 ຂອງອາຄານບ້ານພັກ ເຊິ່ງເປັນສະຖານທີ່ອັນຕະລາຍທີ່ສຸດ

ຫຼັງຈາກເຈົ້າໜ້າທີ່ໄປຮອດບ່ອນເກີດເຫດ ໄດ້ພົບເດັກນ້ອຍຍິງຄົນດັ່ງກ່າວ ຕົນໂຕໄດ້ລອດລົງໄປໃນຊ່ອງເຫຼັກທີ່ຕິດຢູ່ບໍລິເວນປ່ອງຢ້ຽມ ໄດ້ຫ້ອຍຄ້າງຢູ່ ແລະໄຫ້ບໍ່ເຊົາ ເພາະຄວາມຕົກໃຈ, ແມ່ຂອງເດັກນ້ອຍໄດ້ເລົ່າວ່າ ເວລານັ້ນລາວມີວຽກຈຳເປັນຕ້ອງອອກໄປນອກ ຈຶ່ງໄດ້ປະໃຫ້ລູກສາວຢູ່ໃນເຮືອນຄົນດຽວ ແຕ່ບໍ່ຄິດວ່າລູກຈະປີນຫຼິ້ນເທິງຮາວເຫຼັກກັນຂະໂມຍປ່ອງຢ້ຽມ ແລະຍັງລອດຫວ່າງເຫຼັກລົງໄປໄດ້ ໂຊກດີທີ່ມີຄົນມາເຫັນແລ້ວ ແຈ້ງເຈົ້າໜ້າທີ່ຕຳຫຼວດ ແລະກູ້ໄພໃຫ້ມາຊ່ວຍ

ທາງເຈົ້າໜ້າທີ່ກໍໄດ້ເວົ້າອອຍເດັກບໍ່ໃຫ້ຢ້ານ ແລະກໍໄດ້ໃຊ້ເສື້ອຄຸມໂຕສ່ວນເທິງຂອງເດັກໄວ້ ແລ້ວໃຊ້ເຄື່ອງຕັດໂລຫະຕັດເຫຼັກທັງສອງດ້ານອອກ, ຂະນະດຽວກັນກໍໄດ້ອູ້ມເດັກ ແລະດັນໂຕເດັກຈາກທາງລຸ່ມໄວ້ ເພື່ອຄວາມປອດໄພ ເຊິ່ງໃຊ້ເວລາຊ່ວຍເຫຼືອເດັກ 10 ນາທີຈຶ່ງອອກມາໄດ້ ແລະຖືກນຳສົ່ງໄປໂຮງໝໍ ເພື່ອກວດຮ່າງກາຍຫຼັງຈາກໄດ້ຮັບການຊ່ວຍເຫຼືອ

ທາງດ້ານເຈົ້າໜ້າທີ່ກູ້ໄພກໍໄດ້ອອກມາເຕືອນທາງພໍ່ແມ່ ວ່າບໍ່ຄວນປ່ອຍໃຫ້ເດັກຢູ່ບ້ານຄົນດຽວ ເພາະອາດເກີດອັນຕະລາຍກັບເດັກໄດ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...