Homeຂ່າວເຫດການຫ້ອງປະຊຸມສູນກາງ 401 ຈັດວາງສະແດງ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ

ຫ້ອງປະຊຸມສູນກາງ 401 ຈັດວາງສະແດງ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ

Published on

ໃນວັນທີ 13 ທັນວາ 2016 ຜ່ານມານີ້ ເປັນວັນຄ້າຍວັນເກີດຂອງທ່ານໄກສອນ ພົມວິຫານ ທາງຄະນະຮັບຜິດຊອບ ພິພິທະພັນໄກສອນ ພົມວິຫານ ກໍໄດ້ຈັດວາງສະແດງ ໃນຫ້ອງປະຊຸມສູນກາງ 401 ຢູ່ເຂດອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ຫລັກ 6 ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ເຕັມໄປດ້ວຍຄວາມໝາຍສໍາຄັນໃນປະຫວັດສາດ ເປັນກຽດຕັດແຖບຜ້າຂອງທ່ານ ສຸວັນດີ ສີສະຫວັດ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບ ພິພິທະພັນໄກສອນ ພົມວິຫານ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະ ພະ ນັກງານອາວຸໂສບຳນານເຂົ້າຮ່ວມ.

ຫ້ອງປະຊຸມດັ່ງກ່າວ, ໄດ້ສ້າງຂຶ້ນໃນປີ 1980 ແມ່ນສະຖານທີ່ປະຊຸມ ກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະຊຸມປະສົມລະ ຫວ່າງພັກກັບລັດຖະບານ, ກອງປະຊຸມສະພາລັດຖະມົນຕີ ແລະ ປະຊຸມກ່ຽວກັບອົງການຈັດຕັ້ງມະຫາຊົນ ນອກຈາກນີ້, ປະທານ ໄກສອນ ພົມວິຫານ ຍັງໄດ້ໃຊ້ຫ້ອງປະຊຸມພົບປະກັບແຂກຕ່າງປະເທດ ໂດຍສະເພາະກອງປະຊຸມ 3 ຊາດ ລາວ, ຫວຽດນາມ, ກຳປູເຈຍ.

ຕະຫລອດໄລຍະທີ່ປະທານ ໄກສອນ ພົມວິຫານ ດຳລົງຊີວິດເຮັດວຽກຢູ່ສະຖານທີ່ແຫ່ງນີ້ ແມ່ນໄລຍະເວລາແຫ່ງການທຸ້ມເທ ເຫື່ອແຮງຄວາມຄິດມັນສະໝອງ ແລະບົດຮຽນອັນອຸດົມຮັ່ງມີ ຍັງເປັນບ່ອນຮັກສາໄວ້ແບບຢ່າງອັນໃສແຈ້ງ ທາງດ້ານຄຸນສົມບັດຂອງຜູ້ນຳ ທີ່ມີນ້ຳໃຈເສຍສະຫລະອັນສູງສົ່ງ ມີມານະຈິດປະຕິວັດສຸດກົກສຸດປາຍ, ມີທັດສະນະມະຫາຊົນອັນກວ້າງຂວາງ, ມີຄວາມອົດທົນດຸໝັ່ນປະຢັດ, ສັດຊື່, ປອດໃສ ແລະ ຈົ່ງຮັກພັກດີຕໍ່ຜົນປະໂຫຍດຂອງປະເທດຊາດ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...