spot_img
Homeນານາສາລະ11 ສັນຍານອັນຕະລາຍບອກວ່າຜູ້ຊາຍໝົດຮັກແລ້ວ

11 ສັນຍານອັນຕະລາຍບອກວ່າຜູ້ຊາຍໝົດຮັກແລ້ວ

Published on

ຮັກກັນຢູ່ດີໆ ວັນໜຶ່ງເຂົາກໍເລີ່ມບໍ່ເວົ້າບໍ່ຈາ ເຮັດຄືຄົນແປກໜ້າຫຼາຍຂຶ້ນທຸກວັນ ຄອຍຫຼົບຕະຫຼອດເວລາ ທ້າຍສຸດກໍຫາຍໄປເລີຍ ສັນຍານອັນຕະລາຍດັ່ງຕໍ່ໄປນີ້ສາມາດບອກໄດ້ວ່າ ກໍາລັງຈະຖືກຖີ້ມ.

  1. ເຂົາບໍ່ໄດ້ໂທຫາມາຫຼາຍວັນແລ້ວ: ຖ້າສໍາຫຼັບຄົນປົກກະຕິໂທຫາກັນທຸກວັນ ແລະຢູ່ໆ ເຂົາກໍໂທຫາໜ້ອຍລົງເລື່ອຍໆ ຫຼືຂາດການຕິດຕໍ່ໄປ.
  2. ຫາເລື່ອງຊວນໃຫ້ຜິດກັນ: ຖ້າຢູ່ໆເຂົາເກີດບໍ່ພໍໃຈໃນເລື່ອງບາງເລື່ອງ ທັ້ງໆທີ່ກ່ອນໜ້ານີ້ເຂົາສາມາດຍອມຮັບເລື່ອງດຽວກັນນີ້ໄດ້ ແລ້ວເຂົານໍາມາເປັນປະເດັນໂຕ້ຖຽງ ນີ້ເປັນສັນຍານເຕືອນວ່າ ເຂົາບໍ່ມີຄວາມສຸກທີ່ຈະຢູ່ກັບເຈົ້າແລ້ວ
  3. ເຂົາກາຍເປັນຄົນທີ່ມີເງື່ອນງໍາຫຼາຍຂຶ້ນ ບໍ່ບອກເຈົ້າຄືທີ່ຜ່ານມາ ເຊັ່ນວ່າ ເຂົາກໍາລັງເຮັດຫຍັງຢູ່, ຢູ່ໃສ, ໄປກັນໃຜ ຫຼືໂທລະສັບລົມກັບໃຜ…ຕ້ອງຖ້າໃຫ້ເຈົ້າຖາມເອງຈຶ່ງຕອບ
  4. ເຂົາໄປທ່ຽວກັບໝູ່ເພື່ອນ ຫຼາຍກວ່າໃຫ້ເວລາກັບເຈົ້າ: ຖ້າແຕ່ກ່ອນເຈົ້າເປັນຄົນສໍາຄັນທີ່ສຸດ ໃນຊີວິດຂອງເຂົາ ແຕ່ດຽວນີ້ກາຍເປັນວ່າ ເຈົ້າທັງສອງຕ້ອງຜິດກັນເພາະບໍ່ມີເວລາໃຫ້ກັນ ແຕ່ເຂົາມັກໄປກັບໝູ່ເພື່ອນຕະຫຼອດ ຄວາມຮູ້ສຶກຮັກທີ່ເຂົາມີໃຫ້ເຈົ້າເລີ່ມຫຼຸດໜ້ອຍລົງໄປແລ້ວ
  5. ບັນຍາກາດງຽບ ລົມກັນໜ້ອຍລົງ
  6. ໝູ່ເພື່ອນທີ່ສະໜິດຂອງເຈົ້າເລີ່ມຖາມວ່າ ລະຫວ່າງເຈົ້າກັບແຟນ ມີຫຍັງຜິດປົກກະຕິບໍ? ເພາະເຂົາສັງເກດເຫັນຄວາມຫ່າງເຫີນລະຫວ່າງເຈົ້າກັບແຟນຢ່າງເຫັນໄດ້ຊັດເຈນ
  7. ເຂົາວິຈານ ຫຼຕໍານິເຈົ້າຫຼາຍກວ່າເກົ່າ
  8. ບໍ່ຄິດຮອດກັນ: ແຕ່ບໍ່ແມ່ນການຄິດຮອດແບບວ່າຢາກພົບໜ້າເຈົ້າຕະຫຼອດ 24 ຊົ່ວໂມງ, ບໍ່ແມ່ນການສົ່ງຂໍ້ຄວາມທີ່ຫວານໆຫາກັນ ຫຼືຈະລາຍງານໂຕຕະຫຼອດເວລາເຄິ່ງຊົ່ວໂມງ ແຕ່ເປັນການຄິດຮອດເລື່ອງລາວຄວາມເປັນໄປຂອງອີກຝ່າຍເຊັ່ນ ຍ່າງຜ່ານຮ້ານອາຫານແຊບໆ ຄິດຢາກທີ່ຈະຊວນເຈົ້າໄປນັ່ງກິນດ້ວຍກັນ, ເວລາເຫັນເຄື່ອງງາມໆຄິດຢາດຊືໃຫ້ເຈົ້າແບບນີ້ເປັນຕົ້ນ
  9. ບໍ່ຢາກພົບ: ຖ້າຫາກວ່າໃນໜຶ່ງອາທິດ ເຈົ້າ ແລະແຟນມີເຫດຜົນທີ່ເຮັດໃຫ້ບໍ່ໄດ້ພົບກັນ ແຕ່ບໍ່ມີໃຜຮູ້ສຶກຢາກທີ່ຈະພົບກັນ ເຮັດຄືວ່າຖ້າຫາກໃຜຈັກຄົນຫາຍໄປກໍອີກຫຼາຍວັນກວ່າຈະຮູ້ສຶກໂຕ
  10. ບົດສົນທະນາຈືດ ແລະຝືດ ບໍ່ມີເລື່ອງທີ່ຈະລົມກັນ, ຖົກຖຽງ ແລະປຶກສາປັນຫາຕ່າງໆ
  11. ລືມວັນສໍາຄັນໆຂອງກັນ ແລະກັນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...