spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2015-2016

ກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2015-2016

Published on

ໃນລະຫວ່າງວັນທີ 13-14 ທັນວາ 2016 ນີ້ກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2015-2016 ໄດ້ດໍາເນີນຢ່າງເປັນທາງການ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສະພາແຫ່ງຊາດ, ອົງການຕຸລາການ, ສູນກາງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.

%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%a5%e0%ba%b1%e0%ba%94%e0%ba%94%e0%ba%94%e0%ba%94
ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ໃນ 1 ປີຜ່ານມາ ເປັນຕົ້ນ: ຮ່າງຄໍາສັ່ງວ່າດ້ວຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ ແລະ ແຜນເງິນຕາ ປະຈຳປີ 2017; ແຜນການເງິນຕາ ປີ 2017-2020, ສະຫຼຸບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນເງິນຕາ 12 ເດືອນຕົ້ນປີ 2015-2016, ແຜນການຮອດທ້າຍປີ 2016 ແລະ ແຜນເງິນຕາ ປີ 2017; ລາຍງານປັບປຸງກົນໄກປະສານງານ ລະຫວ່າງ ບັນດາກະຊວງ-ອົງການ, ທ້ອງຖິ່ນ ແລະ ສຳນັກງານນາຍົກລັດຖະມົນຕີ (ຕາມດຳລັດເລກທີ 220/ນຍ, ລົງວັນທີ 19 ພະຈິກ 1998); ຮ່າງລັດຖະບັນຍັດ ວ່າດ້ວຍການກຳນົດອັດຕາຄ່າທຳນຽມທາງ; ການສະຫຼຸບຕີລາຄາການສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງບັນດາຂະແໜງ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃນໄລຍະຜ່ານມາ ແລະ ແຜນໃນຕໍ່ໜ້າ; ການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະລັດຖະບານ ຊຸດທີ VIII (ນັບແຕ່ເດືອນເມສາ 2016 ເຖິງປະຈຸບັນ).
ແຫຼ່ງຂ່າວ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...