Homeຂ່າວການພັດທະນາປີນີ້ ລາວ ສົ່ງອອກເຂົ້າ ໄປຕ່າງປະເທດໄດ້ 21 ພັນໂຕນ

ປີນີ້ ລາວ ສົ່ງອອກເຂົ້າ ໄປຕ່າງປະເທດໄດ້ 21 ພັນໂຕນ

Published on

ໃນປີ 2016 ນີ້ ສປປ ລາວ ສາມາດສົ່ງອອກເຂົ້າໄປຕ່າງປະເທດ ໂດຍສະເພາະ ຕະຫລາດ ເອີຣົບ , ຕະຫລາດຈີນ ແລະ ອື່ນໆ ໄດ້ຈຳນວນທັງໝົດ 21 ພັນໂຕນ ເຖິງວ່າຈະໄດ້ຮັບຜົນກະທົບຈາກສະພາບດິນຟ້າອາກາດ ເຊັ່ນຝົນທີ່ຕົກຫລ້າຊ້າ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2015 – 2016 ໃນວັນທີ 13 ທັນວາ 2016ນີ້ ຢູ່ ນະຄອນຫລວງວຽງຈັນວ່າ : ຄາດວ່າ ໃນປີ 2017 ທີ່ຈະເຖິງນີ້ ລາວ ຈະສາມາດ ສົ່ງອອກເຂົ້າ ໄປຕ່າງປະເທດໄດ້ຈຳນວນທັງໝົດ 20 ພັນໂຕນ ໂດຍຈະສືບຕໍ່ຈັດຕັ້ງປະຕິບັດ ຊຸກຍູ້ການຜະລິດປຸງແຕ່ງທີ່ທັນສະໄໝ ຕາມມາດຖານກະສິກຳສະອາດ ແລະ ສ້າງມາດຖານໂຮງສີເຂົ້າສະອາດຕາມລະບົບສາກົນ ໃຫ້ສາມາດສ້າງເຄື່ອງໝາຍການຄ້າໃຫ້ເຂົ້າລາວ ເພື່ອສົ່ງເສີມການສົ່ງອອກກັບທີ່ ແລະ ສົ່ງອອກໄປຕ່າງປະເທດໂດຍກົງ ກໍຄື ຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ຢ່າງມີປະສິດທິພາບ , ປະສິດທິຜົນ , ຍົກສູງປະສິດທິຜົນຂອງການນຳໃຊ້ທຶນ ໂດຍການປະຕິບັດລະບຽບກົດໝາຍ, ວິໄນແຜນການ – ການເງິນຢ່າງເຂັ້ມງວດ.

ສຳລັບປີ 2016 ນີ້ ລາວ ສາມາດຜະລິດເຂົ້າໄດ້ທັງໝົດຈຳນວນ 4 ລ້ານກວ່າໂຕນ ໃນເນື້ອທີ່ຜະລິດເຂົ້າທັງໝົດປະມານເກືອບ 1 ລ້ານເຮັກຕາ

ຂ່າວ: ສຳນັກຂ່າວສານປຫະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...