Homeນານາສາລະອາຫານ 5 ຢ່າງທີ່ບໍ່ຄວນກິນກ່ອນນອນ

ອາຫານ 5 ຢ່າງທີ່ບໍ່ຄວນກິນກ່ອນນອນ

Published on

ອາການທ້ອງຮ້ອງໃນຍາມກາງຄືນ ຈົນເຮັດໃຫ້ລຸກຂຶ້ນມາກິນໃນຕອນເດິກ ເຊິ່ງນັ້ນເປັນສາເຫດເຮັດໃຫ້ຈຳນວນແຄລໍລີ່ໃນຮ່າງກາຍເພີ່ມຂຶ້ນ ແລະທີ່ສຳຄັນຍັງສົ່ງຜົນກະທົບຕໍ່ຂະບວນການນອນຫຼັບໃນຕອນກາງຄືນອີກດ້ວຍ ເຊິ່ງອາຫານທີ່ບໍ່ຄວນກິນກ່ອນເຂົ້ານອນມີດັ່ງນີ້:

  1. ​ອາຫານທີ່ມີໄຂມັນຫຼາຍເຊັ່ນ: ຈືນຂາໄກ່, ພິດຊ່າ, ຊີດເຄັກ ເພາະມັນຈະເຮັດໃຫ້ກະເພາະອາຫານເຮັດວຽກໜັກກວ່າປົກກະຕິ
  2. ອາຫານຫວານທີ່ມີຄາໂບໄຮເດດສູງ: ເປັນຕົ້ນແມ່ນເຄັກຊ໊ອກໂກແລັດ ຈະເຮັດໃຫ້ນໍ້າຕານໃນເລືອດຂຶ້ນສູງກວ່າປົກກະຕິ, ເຮັດໃຫ້ນອນບໍ່ຫຼັບ ແລະຍັງເຮັດໃຫ້ຕຸ້ຍງ່າຍອີກ
  3. ໂປຣຕີນຈາກຊີ້ນແດງ: ເພາະຈະເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໜັກ ຈົນເຮັດໃຫ້ນອນບໍ່ຫຼັບ ເພາະຊີ້ນຕ້ອງໃຊ້ເວລາໃນການຍ່ອຍດົນ ແລະອາດເຮັດໃຫ້ເກີດມະເຮັງໄດ້ບາງຊະນິດ.
  4. ອາຫານເຜັດ: ເພາະຄວາມເຜັດຮ້ອນຂອງເຄື່ອງປຸງອາຫານ ອາດກະຕຸ້ນໃຫ້ລະບົບຍ່ອຍອາຫານ, ລະບົຂັບຖ່າຍ ແລະລະບົບທາງເດີນຫາຍໃຈຕື່ນໂຕ ເຮັດໃຫ້ນອນບໍ່ຫຼັບ ເພາະທ້ອງອືດ, ແສບທ້ອງ, ເຈັບທ້ອງ ແລະເວລາຖ່າຍໜັກກໍຈະແສບທະວານໄດ້
  5. ຊ໊ອກໂກແລັດທີ່ຫວານ: ເຊິ່ງເປັນເຂົ້າໜົມທີ່ມີນໍ້າຕານ ແລະໄຂມັນສູງກວ່າເຂົ້າໜົມຊະນິດອື່ນໆ ເຊິ່ງບໍ່ຄວນກິນກ່ອນຈະນອນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...