spot_img
Homeຂ່າວພາຍ​ໃນນາຍົກ ລົງເບິ່ງພື້ນທີ່ຕົວຈິງ ທີ່ຈະກໍ່ສ້າງສະຖານີ ແລະ ເສັ້ນທາງລົດໄຟ

ນາຍົກ ລົງເບິ່ງພື້ນທີ່ຕົວຈິງ ທີ່ຈະກໍ່ສ້າງສະຖານີ ແລະ ເສັ້ນທາງລົດໄຟ

Published on

ໃນຕອນແລງ ຂອງວັນທີ 12 ທັນວາ 2016 ຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເບິ່ງພື້ນທີ່ຕົວຈິງ ທີ່ຈະມີການກໍ່ສ້າງສະຖານີລົດໄຟ ແລະ ເສັ້ນທາງລົດໄຟ ລາວ-ໄທ ໄລຍະທີ 2 ຢູ່ເຂດທ່ານາແລ້ງ ຫາ ບ້ານຄຳສະຫວາດ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ.

12-12-2016-10

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ ສະພາບລວມໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ 2 ແຕ່ສະຖານີລົດໄຟທ່ານາແລ້ງ ຫາ ບ້ານຄຳສະຫວາດ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ຈາກທ່ານ ສອນສັກ ນໍຍານຊະນະ ຮອງຫົວໜ້າກົມທາງລົດໄຟ, ກະຊວງໂຍທາທິການ ແລະ ຂົນສົງ ເວົ້າວ່າ: ເສັ້ນທາງດັ່ງກ່າວ ມີຄວາມຍາວປະມານ 7,5 ກິໂລແມັດ ເຊິ່ງໄດ້ໂຈະການກໍ່ສ້າງມາແຕ່ທ້າຍປີ 2011 ແລະ ມາຮອດປະຈຸບັນ ລັດຖະບານໄດ້ຕົກລົງໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ເພື່ອດຳເນີນການກໍ່ສ້າງໃນໄວໆນີ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮັບຟັງການລາຍງານບາງຂໍ້ມູນ ກ່ຽວກັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈາກທ່ານ ປອ. ກຸງສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລົດໄຟແຫ່ງຊາດ ຕື່ມອີກ.

12-12-2016-7

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳໃຊ້ຄະນະຮັບຜິດຊອບໂຄງການກໍ່ສ້າງລົດໄຟລາວ-ຈີນ ເອົາໃຈໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ສຳເລັດ ກ່ອນການເປີດພິທີ ເລີ່ມລົງມືກໍ່ສ້າງເສັ້ນທາງດັ່ງກ່າວ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2016 ທີ່ແຂວງຫຼວງພະບາງ; ສຳລັບການຕົກລົງ ແລະ ແກ້ໄຂບັນຫາຕ່າງໆ ທີ່ເຫັນວ່າມີບາງສິ່ງ ກີດຂວາງໃນສອງໂຄງການນັ້ນ ແມ່ນໃຫ້ພິຈາລະນາ ບົນພື້ນຖານສະພາບຄວາມເປັນຈິງ ຂອງແຕ່ລະທ້ອງຖິ່ນ, ສົມເຫດສົມຜົນ, ມີວິທະຍາສາດ, ຮັບປະກັນໄດ້ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍທາງສັງຄົມ ໂດຍມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ສົມທົບກັບແຕ່ລະທ້ອງຖິ່ນ ເປັນເຈົ້າການແກ້ໄຂ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບເປັນແຕ່ລະໄລຍະ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລວມທັງຕ່າງປະເທດ ທີ່ມີບົດຮຽນດ້ານລົດໄຟ ເພື່ອຄົ້ນຄວ້າສ້າງສະຖາບັນການສຶກສາໃນດ້ານນີ້ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງ ຕ້ອງການ ຂອງໜ້າທີ່ວຽກງານປະເທດເຮົາ ໃນອະນາຄົດ.

ແຫລ່ງ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...