ຂປລ. ໃນທ້າຍອາທິດທີ່ຜ່ານມາ ທີ່ບ້ານເພຍລາດ ເມືອງສັງທອງ ນະຄອນຫລວງວຽງຈັນ, ໄດ້ມີພິທີລະນຶກ ເຖິງຄຸນງາມຄວາມດີ ຂອງວິລະຊົນສີທອງ ວິລະຊົນແຫ່ງຊາດ ແຫ່ງ ການເສຍສະຫລະເພື່ອຊາດ ຄົບຮອບ 56 ປີ, ສະຫາຍ ສີທອງ ສົມແລ້ວທີ່ສະຫາຍ ເປັນວິລະຊົນແຫ່ງຊາດ ສະຫາຍໄດ້ເສຍສະຫລະເມື່ອວັນທີ 15 ທັນວາ ປີ 1960 ໃນສະມໍລະພູມປ້ອງກັນຕົວເມືອງວຽງຈັນ ຢ່າງພິລະອາດຫານ. ຕະຫລອດຊີວິດຂອງສະຫາຍ ແມ່ນໄດ້ອຸທິດໃຫ້ແກ່ປະເທດຊາດ, ສົມແລ້ວທີ່ເປັນລູກຮັກຫລານແພງຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ ເປັນພະນັກງານ-ເປັນນັກຮົບ ຜູ້ອົງອາດກ້າຫານຂອງກອງທັບລາວອິດສະຫລະ ກໍຄືກອງທັບປະຊາຊົນລາວໃນປັດຈຸບັນ. ໃນພິທີດັ່ງກ່າວ ເຂົ້າຮ່ວມໂດຍ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄອບຄົວສີທອງ ແລະ ປະຊາຊົນນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ເລົ່າປະຫວັດມູນເຊື້ອວິລິຊົນສີທອງ, ວິລະຊົນສີທອງ ເກີດເມື່ອວັນທີ 9 ສິງຫາ 1925 ທີ່ບ້ານນາຫອຍປັງ ຕາແສງບ້ານໄຮ່ ເມືອງນາຊາຍທອງ ແຂວງວຽງຈັນ (ປັດຈຸບັນແມ່ນເມືອງສັງທອງ ນະຄອນຫລວງວຽງຈັນ) ເປັນລູກຂອງພໍ່ຊຽງມີ, ແມ່ໂສພາ ມີນ້ອງຮ່ວມອຸທອນດຽວກັນ 2 ຄົນ ຄື: ນາງ ບຸນຮອງ ແລະ ທ້າວ ກອງສີ, ຕົ້ນປີ 1946 ພວກລ່າເມືອງຂຶ້ນຝຣັ່ງກັບມາຮຸກຮານລາວເທື່ອທີສອງ ພວກເຂົາໄດ້ເກັບເກນເອົາປະຊາຊົນຈຳນວນໜຶ່ງ ໄປເປັນກຸລີສ້າງທາງ ໃນນັ້ນ ມີພໍ່ຂອງສະຫາຍສີທອງ ລວມຢູ່ນຳ ເພິ່ນໄດ້ຖືກທຸບຕີທຳລະມານຢ່າງໜັກໜ່ວງ ຈົນເກີດລົ້ມປ່ວຍ ແລະ ສິ້ນລົມຫາຍໃຈ, ອັນໄດ້ສ້າງຄວາມເຈັບແຄ້ນ, ຄຽດຊັງຕໍ່ສັດຕູ ເພີ່ມທະວີຫລາຍຍິ່ງຂຶ້ນ. ວັນທີ 8 ມັງກອນ 1947 ສີທອງ ພ້ອມດ້ວຍໝູ່ຈຳນວນໜຶ່ງ ໄດ້ຈາກບ້ານນາຫອຍປັງ ຢ່າງປິດລັບເຂົ້າເປັນທະຫານ “ລາວອິດສະລະ” ຢູ່ເຂດທີ່ໝັ້ນ ປ່າຕຶບແຫ່ງໜຶ່ງ, ຕໍ່ມາວັນທີ 24 ເມສາ 1949 ສີທອງ ເປັນ ທະຫານ ສັງກັດຢູ່ກອງຟ້າງຸຸ່ມ ແລະ ຖືກບັນຈຸສັບຊ້ອນເຂົ້າໃນ ກຳລັງປະກອບອາວຸດຢູ່ “ກອງຮ້ອຍ10”, ຕົ້ນປີ 1950 ໄດ້ຖືກສົ່ງໄປຮຽນການ ເມືອງ-ການທະຫານ ເພື່ອຮຽນຮູ້ ສິລະປະຍຸດທະວິທີການສູ້ຮົບ, ມາຮອດວັນທີ 3-17 ກັນຍາ 1950 ຄະນະກອງຮ້ອຍ 10 ໄດ້ມອບໝາຍໜ້າທີ່ໃຫ້ສະຫາຍ ສີທອງ ນຳພານັກຮົບປະສົມລາວ-ຫວຽດນາມ ໝວດທີໜຶ່ງ ໄປສະກັດຕີສັດຕູ ຢູ່ເຂດບ້ານນາປໍ ຫລັກ 52 ເມືອງໂພນໂຮງ ແລະ ສາມາດຍາດໄດ້ໄຊຊະນະ, ຕໍ່ ຈາກນັ້ນ ວັນທີ 18 ກໍລະກົດ 1951 ຄະນະພັກ ແຂວງວຽງຈັນ ໄດ້ຕົກລົງໃຫ້ສະຫາຍ ສີທອງ ໄປຍົກລະດັບດ້ານການເມືອງ-ການທະຫານຢູ່ ສສ ຫວຽດນາມ ແລະ ສະຫາຍໄດ້ເຂົ້າເປັນສະມາຊິກຊາວໜຸ່ມຕະລຸມບອນ.
ໃນວັນທີ 17 ຕຸລາ 1951. ພາຍຫລັງທີ່ຮຽນຈົບ ສະຫາຍ ໄດ້ສືບຕໍ່ອອກເຄື່ອນໄຫວ ປະຕິບັດໜ້າທີ່ແຕ່ເສຍລັບ ຖືກວົງສະກັດຂອງສັດຕູ ສະຫາຍ ສີທອງ ໄດ້ຖືກຈັບ, ຕະຫລອດໄລຍະເວລາ 5 ວັນ ສັດ ຕູໄດ້ໃຊ້ທຸກວິທີທາງເພື່ອສືບສວນສອບສວນ ໂດຍການຊື້ຈ້າງຈອບອອຍ, ປະດັບຊັ້ນ, ປະດັບຍົດ, ທຸບຕີທໍລະມານ ບາງຄັ້ງ ພວກເຂົາຍັງໄດ້ເຜົາເຫລັກຊີແດງມານາບຄູ່ ແລະ ໄດ້ຖືກຍ້າຍມາຂັງທີ່ຄຸກໃຫຍ່ ວຽງຈັນ ເປັນເວລາ 6 ເດືອນ ຕໍ່ມາໃນ ວັນທີ 26 ເມສາ 1953 ສະຫາຍ ສີທອງ ແລະ ນັກໂທດ 12 ຄົນ ກໍໄດ້ພາກັນແຫກຄຸກ ເອົາຕົວລົບໜີຢ່າງປອດໄພ. ວັນທີ 18 ພຶດສະພາ 1958 ສະຫາຍ ສີທອງ ໄດ້ສ້າງຄອບຄົວກັບນາງ ປະທຸມມາ ທີ່ ເປັນພະນັກງານແກ່ນສານຄົນໜຶ່ງ ເຄື່ອນໄຫວເກັບກຳຂ່າວ ໄລຍະຕໍ່ມາ ສະຫາຍໄດ້ມີພະຍານຮັກຄົນທຳອິດ ຊື່: ທ້າວ ສະຫລອງ ສີທຸມທອງ ຈາກນັ້ນ ສະຫາຍກໍໄດ້ຈາກຄອບຄົວ, ເມຍ ແລະ ລູກອ່ອນນ້ອຍ ສືບຕໍ່ປະຕິວັດຕາມຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດ ມາເຖິງວັນທີ 15 ທັນວາ 1960 ສັດຕູໄດ້ເພີ່ມທະວີການໂຈມຕີ ຕາມເສັ້ນທາງຈີ່ນາຍໂມ້, ທາດຫລວງ, ເຂົ້າຢຶດຕະຫລາດເຊົ້າ, ໂພນເຄັງ, ໜອງດ້ວງ ຕໍ່ສະພາບການດັ່ງກ່າວ ສະຫາຍ ສີທອງ ໄດ້ຕີລາຄາວ່າ ຝ່າຍສັດຕູມີກຳລັງອາວຸດຫລາຍກວ່າ ສະຫາຍ ສີທອງ ຈຶ່ງໄດ້ອອກຄຳສັ່ງ ໃຫ້ອ້າຍນ້ອງ ຖອຍມາຈັ່ງທ່າຢູ່ ບໍລິເວນຫໍພະແກ້ວ ແລະ ວັດສີສະເກດ ໂດຍພວກສັດຕູໄດ້ໃຊ້ປືນກົນໜັກ ຢູ່ເທິງລົດຕັງຍິງສຸມໃສ່, ສະຫາຍ ສີທອງ ໄດ້ຖືກບາດເຈັບສາຫັດ ຂາຫັກທັງສອງເບື້ອງ, ລົດຕັງຂອງສັດຕູໄດ້ມຸ່ງໜ້າເພື່ອຈັບ ສະຫາຍທັງເປັນ ແຕ່ສະຫາຍ ໄດ້ໃຊ້ລະເບີດ 3 ລູກແກວ່ງໃສ່ຕີນລົດຕັງສັດຕູແຕກ ແລະ ໃຊ້ໝາກແຕກລູກສຸດທ້າຍເສຍ ສະຫລະຊີວິດ ຢ່າງພິລະອາດຫານ ດັບສູນສັດຕູຕາຍ 3 ບັກຄາທີ່ ຢູ່ສະໝໍລະພູມ ໜ້າຫໍພະແກ້ວ. ວັນທີ 4 ພຶດສະພາ 1979 ກອງປະຊຸມນັກຮົບແຂ່ງຂັນ ຄັ້ງທີ II ໄດ້ໄຂຂຶ້ນທີ່ນະຄອນຫລວງວຽງຈັນ ກອງປະຊຸມຄັ້ງນີ້ ເພື່ອຕອບສະໜອງຄຸນງາມຄວາມດີ ນ້ຳໃຈບໍ່ຍອມຈຳນົນ ຂອງສະຫາຍ ສີທອງ ຕະຫລອດໄລຍະເຂົ້າຮ່ວມ ປະຕິວັດກັບ ເພື່ອນນັກຮົບ ແລະ ປະຊາຊົນບັນດາເຜົ່າ, ລັດຖະບານ ສປປ ລາວ ໄດ້ມອບນາມມະຍົດ “ວິລະຊົນແຫ່ງຊາດ” ພ້ອມຫລຽນ ອື່ນໆໃຫ້ສະຫາຍ ສີທອງ ເປັນ ຕົ້ນຫລຽນໄຊອິດສະລະຊັ້ນ I ຈຳນວນ 1 ໜ່ວຍ, ຫລຽນໄຊພິລະອາດຫານຊັ້ນ I ຈຳນວນ 1 ໜ່ວຍ, ຫລຽນໄຊຊະນະເລີດຊັ້ນ I ຈຳນວນ 1 ໜ່ວຍ, ຫລຽນກາຕ້ານຝຣັ່ງ 1 ໜ່ວຍ, ຫລຽນກາຕ້ານອາເມຣິກາ 1 ໜ່ວຍ, ຫລຽນນັກຮົບແຂ່ງຂັນ 1 ໜ່ວຍ ແລະ ຫລຽນວິລະຊົນແຫ່ງຊາດ 1 ໜ່ວຍ.
ສະຫາຍ ສີທອງ ກຳເນີດ ໃນຄອບຄົວຊາວໄຮ່ນາ ເຊິ່ງເປັນຜູ້ທີ່ມີທັດສະນະ ໜັກແໜ້ນມີ ຄວາມສະຫລຽວສະຫລາດ ໃນການນຳພາສູ້ຮົບ ແລະ ສູ້ຮົບມີໄຊ, ຮູ້ຈັກໝູນໃຊ້ກຳລັງ ປະສານສົມທົບກັບ ພູມີປະເທດ ເພື່ອດຳເນີນການຕໍ່ສູ້ກັບສັດຕູ, ມີມານະຈິດ ແລະ ຄວາມເຊື່ອໝັ້ນ ອັນໜັກແໜ້ນ ຕໍ່ອຸດົມການປະຕິວັດ ເຖິງວ່າສະຖານະການ ຈະຫຍຸ້ງຍາກຄັບຂັນພຽງໃດ ກໍມີຄວາມເດັດດ່ຽວ ອາດຫານຜ່ານຜ່າເພື່ອໄຊຊະນະ ເຊິ່ງໄດ້ກາຍເປັນການ ອຸທິດຊີວິດອັນອົງອາດກ້າຫານ ແລະ ພຶດຕິກຳອັນລ້ຳເລີດຂອງສະຫາຍ ໃນພາລະກິດປະຕິວັດ. ພ້ອມກັນນັ້ນ, ກໍກາຍເປັນແບບຢ່າງ ອັນດີງາມເປັນແວ່ນແຍງ ອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ.
ແຫລ່ງຂ່າວ:
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!