Homeຂ່າວເຫດການສາມອົງການຈັດຕັ້ງ ສປຊ ສືບຕໍ່ຊ່ວຍເຫຼືອ ສປປ ລາວ

ສາມອົງການຈັດຕັ້ງ ສປຊ ສືບຕໍ່ຊ່ວຍເຫຼືອ ສປປ ລາວ

Published on

ໃນວັນທີ 12 ທັນວາ 2016 ຜ່ານມານີ້ ຢູ່ນະຄອນຫລວງວຽງຈັນ ໄດ້ພິທີລົງນາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນດຳເນີນໂຄງການ ຊ່ວຍເຫລືອ ສປປ ລາວ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ, ອົງການສະຫະປະຊາຊາດສຳລັບເດັກ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ລະຫວ່າງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນກັບທ່ານ ມູລາລີ້ ບາລາສຸ ບຣາມານຽມ ຮອງຜູ້ປະສານງານ ສະຫະປະຊາຊາດ ປະຈຳສປປ ລາວ, ທ່ານນາງ ຫົງເວຍ ກ່າວ ຜູ້ຕາງໜ້າອົງການ ສະຫະປະຊາຊາດສຳລັບເດັກ ແລະ ທ່ານນາງ ອຸຍລິກ້າ ເລີມສະຕອມ ຮອງຜູ້ຕາງໜ້າອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ແຜນດຳເນີນໂຄງການໃໝ່ ຂອງອົງການ UNDP ຈະສຸມໃສ່ຄົນທຸກຍາກ ແລະ ຄົນທີ່ມີຄວາມສ່ຽງ ທີ່ຈະກັບໄປສູ່ຄວາມທຸກຍາກ ໂດຍສະເພາະ ແມ່ນຜູ້ອອກແຮງງານ ໃນການຜະລິດກະສິກຳ ຢູ່ຊົນນະບົດ ແລະ ຊຸມຊົນທີ່ຢູ່ໃນ ຫລື ໃກ້ກັບພື້ນທີ່ ທີ່ໄດ້ຮັບການປົກປ້ອງ. ໃນນີ້, ອົງການຈະສຸມໃສ່ໄວໜຸ່ມ ໂດຍສະເພາະໄວໜຸ່ມຍິງ ເພື່ອພັດທະນາທັກສະ, ເພີ່ມຄວາມເຂົ້າໃຈ ກ່ຽວກັບສິດທິຂອງເຂົາເຈົ້າ ໃນການເຂົ້າເຖິງຄວາມຍຸຕິທຳ ແລະ ການບໍລິການຂອງພາກລັດ. ສ່ວນແຜນດຳເນີນ ໂຄງການໃໝ່ ຂອງອົງການ UNFPA ຈະສຸມໃສ່ປະຊາກອນ ທີ່ດ້ອຍໂອກາດ ໂດຍສະເພາະແມ່ຍິງບັນດາເຜົ່າ ໃນຊົນນະບົດ, ໄວລຸ້ນ ແລະ ໄວໜຸ່ມ-ສາວ.

ສຳລັບເປົ້າໝາຍລວມ ຂອງແຜນດຳເນີນໂຄງການ ຂອງສາມອົງການຈັດຕັ້ງດັ່ງກ່າວ, ແມ່ນຮັບປະກັນວ່າ ເດັກນ້ອຍ ໂດຍສະເພາະເດັກນ້ອຍ ທີ່ດ້ອຍໂອກາດທີ່ສຸດ ຈະສາມາດຮັບສິດ ໃນການຢູ່ລອດ, ການພັດທະນາ ແລະ ການປົກປ້ອງ ຂອງເຂົາເຈົ້າໄດ້ຢ່າງເຕັມສ່ວນ .

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...