spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວ“ ຕຳນານເມືອງວຽງຈັນ “ ຕອນ ເມືອງນາກ 7 ຫອນ

“ ຕຳນານເມືອງວຽງຈັນ “ ຕອນ ເມືອງນາກ 7 ຫອນ

Published on

ຈາກ ພົງສາວະດານຈີນ ໃນຕອນກາງນີ້ມີອານາຈັກຫນຶ່ງຊື່ວ່າ ”ໂລຟຽວ ຫລື ໂປລູ ຕາມສຳນຽງຂອງຈີນ ອານາຈັກນີ້ມີການພົວພັນກັບຈີນແຕ່ສະໄຫມ ສະຕະວັດທີ VII-VIII ເຫດການນີ້ໄດ້ຈາກ ການຈາລຶກຂອງພໍ່ຄ້າຈີນທີ່ເດີນທາງມາຍັງ ວັນ-ຕັນ ແມ່ນເມືອງໃດແທ້ ຕໍ່ບັນຫານີ້ນັກຄົ້ນຄ້ວາຫລາຍຄົນໃຫ້ທັດສະນະບໍ່ຄືກັນ ບາງຄົນວ່າ ວັນ-ຕັນແມ່ນ“ວຽງຈັນ“ ບາງຄົນວ່າແມ່ນບໍລິເວນປາກຫີນບູນ ແຕ່ແນວໃດກໍ່ຕາມ ວັນ-ຕັນ ຫລື ວຽງຈັນ ໃນສະຕະວັດທີ VII-VIII ແມ່ນໄດ້ມີຄວາມຈະເລີນຮຸ່ງເຮືອງ

6930

ຕຳນານບູຮານໄດ້ກ່າວເຖິງເມືອງວຽງຈັນວ່າ:

ຫນັງສືວັນນະຄະດີເລື່ອງ “ພະລັກພະລາມ“ ລາວກ່າວໄວ້ວ່າ “ທ້າວ ທະຕະລັດຖະ“ ໄດ້ພາໄພ່ພົນຂຶ້ນມາຈາກເມືອງ “ອິນທະປັດຖະນະຄອນ“ ຜ່ານມາທາງໂຫລ້ງແມ່ນ້ຳມູນ ນ້ຳຊີ ໄດ້ມາຕັ້ງທັບພັກເຊົາຢູ່ເມືອງພັນພ້າວ (ແຂວງຫນອງຄາຍ) ມີນາກ 7 ຫອນໂຕຫນຶ່ງຂື້ນມາບອກທ້າວ ທະຕະລັດຖະ ວ່າ ໃຫ້ຂື້ນມາຕັ້ງເມືອງຢູ່ທາງທິດຕາເວັນອອກ (ນະຄອນຫລວງວຽງຈັນ ປະຈຸບັນ) ຈຶ່ງຈະ ຈະເລີນຮຸ່ງເຮືອງ ທ້າວ ຕະທະລັດຖະ ໄດ້ຂ້າມມາສ້າງເມືອງຂື້ນແລ້ວໃສ່ຊື່ວ່າ “ເມືອງສີສັດຕະນາກ“ ຫມາຍເຖິງເມືອງນາກ 7 ຫອນ ທ້າວ ຕະທະລັດຖະ ຢູ່ເມືອງອິນທະປັດນະຄອນ (ອັງໂກທົມ) ເກີດມີຄວາມຂັດແຍ່ງກັບນ້ອງຊາຍຊື່ວ່າ “ວິລຸນລະຫະ“ ເລື່ອງຊັບສົມບັດຂອງແຜ່ນດິນ ແຕ່ສູ້ນ້ອງຊາຍບໍ່ໄດ້ຈຶ່ງພາໄພ່ພົນຫນີຂື້ນມາສ້າງ ເມືອງວຽງຈັນ. 

ຫນັງສືພື້ນເມືອງວຽງຈັນຂຽນໃນສະໄຫມພະຍາ “ແສນສຸລິນ“ ສະຕະວັດທີ່ XVI ກ່າວວ່າມີລືສີສອງອ້າຍນ້ອງ ມາຈາກພູເຂົາຄວາຍໄດ້ຫມາຍບ່ອນສ້າງເມືອງວຽງຈັນໂດຍເອົາຫລັກໄມ້ຄູນ ແລະ ໄມ້ຈັນຫມາຍໄວ້ທີ່ “ຫາດດອນຈັນ“

63300

ຫນັງສືຂຸນບູລົມກ່າວເຖິງເມືອງວຽງຈັນວ່າ ຕອນທີ່ພະມະຫາປາສະມັນ ນຳເອົາພະບາງ ຂື້ນມາຈາກເມືອງຂະເຫມນ ພັກຢູ່ຫາດດອນຈັນ ແລະ ໄດ້ຮູ້ວ່າ ທີ່ປາກປ່າສັກຫັ້ນ ລືສີໄດ້ຫມາຍຫລັກໄມ້ຈັນໄມ້ຄູນໄວ້ເພື່ອສ້າງເມືອງວຽງຈັນ
ຕໍ່ມາສະໄຫມບູລີຈັນ ມາສ້າງສາເມືອງວຽງຈັນ ຕອນນີ້ ມີການເອີ້ນຊື່ວ່າ “ຊຽງ ວຽງ” ບູລີຈັນເປັນຄົນສະໄຫມໃດແທ້ນັ້ນກໍ່ຍັງແມ່ນບັນຫາທີ່ບໍ່ສາມາດເວົ້າໄດ້ຢ່າງແຈ່ມແຈ້ງເທື່ອ ພາຍຫລັງສີ້ນສຸດ ວົງຕະກູນ ບູລີຈັນແລ້ວ ກໍ່ບໍ່ປາກົດມີວົງຕະກູນໃດ ສືບຕໍ່ປົກຄອງເມືອງວຽງຈັນຈົນຮອດສະຕະວັດທີ່ X ພວກຂະເຫມນ-ຈາມ ຢູ່ທາງປາກແມ່ນ້ຳຂອງ ໄດ້ຂະຫຍາຍອຳນາດການປົກຄອງຂື້ນມາຮອດວຽງຈັນ ເຊີ່ງຫລັກຖານຢູ່ເມືອງ ຊາຍຟອງ ໃນເມື່ອອຳນາດຂະເຫມນເຊື່ອມໄປ ໃນສະຕະວັດທີ່ XIII ເມືອງວຽງຈັນກໍ່ຮ້າງໄປໄລຍະ 1 ຈາກນັ້ນກໍ່ໄດ້ສ້າງເປັນບ້ານເປັນເມືອງຂື້ນມາອີກໃຫມ່ ແຕ່ຍັງບໍ່ມີເອກະສານຢັ້ງຢືນວ່າມີເຈົ້າກະສັດໃດໄດ້ປົກຄອງເມືອງວຽງຈັນ ຈົນທ້າຍ ສະຕະວັດທີ XIII ລະຫວ່າງປີ ຄສ 1279-1299 ຈຶ່ງປາກົດຊື່ເມືອງວຽງຈັນ ແລະ ວຽງຄຳ ຢູ່ສີລາຈາລຶກຂອງ “ຂຸນລາມຄຳແຫງ“ ຈາກນັ້ນມາຫລາຍທົດສະວັດ ແຕ່ກໍ່ຍັງບໍ່ປາກົດເຫັນຫລັກຖານກ່ຽວກັບການປົກຄອງຢູ່ວຽງຈັນ ຈົນເຖິງ ປີ ຄສ 1354 ພະເຈົ້າຟ້າງຸ່ມຍົກທັບມາຕີວຽງຈັນຈຶ່ງຮູ້ວ່າ “ທ້າວ ຄຳມຸ່ງ“ ເປັນເຈົ້າປົກຄອງເມືອງວຽງຈັນ ໄດ້ຍົກພົນອອກສູ້ກັບເຈົ້າຟ້າງຸ່ມ ແລະໄດ້ຖືກຂ້າຕາຍຄາຄໍຊ້າງ.

690

ທີ່ມາຂອງຂໍ້ມູນຈາກ: ເຟສບຸກ ບູຮານຄະດີແລະປະຫວັດສາດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...