Homeນານາສາລະສູດເຮັດຊານົມໄຂ່ມຸກ ທີ່ແຊບຫອມຫວານ

ສູດເຮັດຊານົມໄຂ່ມຸກ ທີ່ແຊບຫອມຫວານ

Published on

ຊານົມໄຂ່ມຸກ ເປັນເຄື່ອງດື່ມທີ່ຫຼາຍຄົນຮູ້ຈັກດີ ເພາະມີລົດຊາດຫວານແຊບ ຊານົມທີ່ຫອມຫວານ ແລະມີວິທີເຮັດທີ່ງ່າຍສາມາດເຮັດໄດ້ດ້ວຍຕົວທ່ານເອງດັ່ງນີ້

#  ສ່ວນປະສົມ ຊານົມໄຂ່ມຸກ: 

  • ຊາດຳ 1 ບ່ວງຊາ
  • ນໍ້າຮ້ອນ 8 ອອນ (226 ກຣາມ)
  • ນໍ້າຕານຊາຍໜ້ອຍໜຶ່ງ ເພື່ອປຸງລົດຊາດ
  • ໄຂ່ມຸກຕົ້ມສຸກ ¼ ຖ້ວຍນ້ອຍ
  • ນໍ້າກ້ອນ
  • ນົມສົດ

#  ວິທີເຮັດ ຊານົມໄຂ່ມຸກ:

  1. ແຊ່ຊາດຳ ກັບນໍ້າຮ້ອນໄວ້ປະມານ 5 ນາທີ ຈາກນັ້ນກໍຕອງເອົາຊາອອກ
  2. ເອົານໍ້າຕານຊາຍລົງຕາມຄວາມມັກ ແລ້ວຄົນໃຫ້ນໍ້າຕານລະລາຍ ຈາກນັ້ນປະໄວ້ໃຫ້ເຢັນ
  3. ຕັກໄຂ່ມຸກໃສ່ຈອກ, ເອົານໍ້າກ້ອນລົງ, ຖອກນໍ້າຊາລົງຈົນເກືອບເຕັມຈອກ, ສຸດທ້າຍແມ່ນໃສ່ນົມສົດລົງ ຄົນປະສົມໃຫ້ເຂົ້າກັນ ແລະພ້ອມດື່ມໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...