Homeຂ່າວຕ່າງປະເທດໜຸ່ມຈີນສຸດເກັ່ງ! ສ້າງລົດສະປອດເອງ ໃຊ້ເວລາ 3 ປີ ດ້ວຍເງິນ 8 ໝື່ນຢວນ

ໜຸ່ມຈີນສຸດເກັ່ງ! ສ້າງລົດສະປອດເອງ ໃຊ້ເວລາ 3 ປີ ດ້ວຍເງິນ 8 ໝື່ນຢວນ

Published on

ຕາມການລາຍງານຂອງສຳນັກຂ່າວຈີນ ເມື່ອວັນທີ 9 ທັນວາ 2016 ຜ່ານມາວ່າ ໜຸ່ມຊ່າງແປງລົດຄົນໜຶ່ງ ຊື່ວ່າ “ຫຍາງ ໄຫ່ຫົວ” ເປີດໂຕລົດທີ່ເຂົາລົງທຶນສ້າງ ແລະຜະລິດຂຶ້ນມາເອງ ຢູ່ເມືອງຝາງເສິງກ່າງ ເຂດປົກຄອງຕົນເອງ ຊົນຊາດກວ່າງຊີ່ຈ້ວງ ທາງພາກໃຕ້ຂອງຈີນ ເຊິ່ງເຂົາໃຊ້ເວລາຫວ່າງໃນການອອກແບບ ແລະສ້າງລົດສະປອດໃນຝັນສຸດຫຼູຄັນນີ້ຂຶ້ນມາ ໂດຍໃຊ້ເວລາ 3 ປີ ດ້ວຍເງິນ 8 ໝື່ນຢວນ

ຕາມການລາຍງານບອກວ່າ ລາວມີປະສົບການໃນການແປງລົດມາດົນເຖິງ 10 ປີ ເຊິ່ງລາວເອງຍັງເປັນຄົນທີ່ຫຼົງໄຫຼໃນເລື່ອງຂອງລົດເປັນພິເສດ ເຊິ່ງໃນປັດຈຸບັນລົດສະປອດຄັນນີ້ ໄດ້ຮັບໜັງສືຮັບຮອງສິດທິບັດການອອກແບບຜະລິດຕະພັນແລ້ວ ຫຼັງຈາກທີ່ໄດ້ຍື່ນຄຳຂໍສິດທິດັ່ງກ່າວ ກັບໜ່ວຍງານທີ່ກ່ຽວຂ້ອງ ແລະຈະເຂົ້າຮ່ວມໃນງານຈັດສະແດງແລກປ່ຽນກ່ຽວກັບລົດນຳອີກດ້ວຍ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...