Homeຂ່າວເຫດການການຄ້າລາວ-ຈີນ ຜ່ານດ່ານສາກົນບໍ່ເຕັນບັນລຸ 1 ຕື້ກວ່າໂດລາສະຫະລັດ

ການຄ້າລາວ-ຈີນ ຜ່ານດ່ານສາກົນບໍ່ເຕັນບັນລຸ 1 ຕື້ກວ່າໂດລາສະຫະລັດ

Published on

ທ່ານ ພອນໄຊ ຈັນທະສອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນໄດ້ໃຫ້ສໍາພາດ ໃນວັນທີ 8 ທັນວາ 2016 ນີ້ວ່າ: ການຄ້າລາວ-ຈີນຜ່ານດ່ານສາກົນບໍ່ເຕັນບັນລຸ 1 ຕື້ກວ່າໂດລາສະຫະລັດ ໃນນັ້ນສິນຄ້າສົ່ງອອກແມ່ນ 352 ກວ່າລ້ານໂດລາສະຫະລັດ, ສໍາລັບຄົນເຂົ້າ-ອອກປີໜຶ່ງມີເຖິງ 250.000 ກວ່າຄົນ ໃນແຕ່ລະມື້ມີລົດຜ່ານເຖິງ 4 ຮ້ອຍກວ່າຄັນ. ດ່ານສາກົນ-ບໍ່ເຕັນ ໄດ້ແຍກອອກເປັນ 2 ດ່ານຄື: ດ່ານໃຫ້ບໍລິການກວດຄົນເຂົ້າ-ອອກເມືອງ ແລະ ດ່ານກວດກາພາສີ. ແນວໃດກໍດີ ສົກປີນີ້ເຫັນວ່າມູນຄ່າການຄ້າສອງສົ້ນ ລະຫວ່າງສອງປະເທດຜ່ານດ່ານສາກົນບໍ່ເຕັນມີຈໍານວນເພີ່ມຂຶ້ນ ສ່ວນໃຫຍ່ເປັນປະເພດກົນຈັກ, ເຄື່ອງຮັບໃຊ້ຊີວິດປະຈໍາວັນ. ພອ້ມນີ້ ຂົງເຂດດ່ານດັ່ງກ່າວ ຍັງເປັນເຂດເສດຖະກິດພິເສດບໍ່ເຕັນແດນງາມ ໂດຍນັກທຸລະກິດຂອງຈີນເຂົ້າມາສໍາປະທານເພື່ອພັດທະນາໃຫ້ເປັນຕົວເມືອງທັນສະໄໝ.

ການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃນຄວາມຮັບຜິດຊອບຂອງບັນດາໜ່ວຍງານລັດທີ່ປະຈໍາຢູ່ໃນດ່ານລວມມີ:ໜ່ວຍງານທ່ອງທ່ຽວ, ກະສີກໍາ,ສາທາລະນະສຸກ,ພາສີ-ອາກອນ,ເຈົ້າໜ້າທີ່ ປກສ ແລະ ອື່ນໆ. ທີ່ຜ່ານມາກໍໄດ້ເອົາໃຈໃສ່ເຂົ້າໃນການເຮັດວຽກຮ່ວມກັນ ພ້ອມທັງການຮ່ວມມືກັບ ສປ.ຈີນໃນການປະສານງານ ເພື່ອຕ້ານຕໍ່ປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດເຊັ່ນ: ບັນຫາທີ່ໜ້າເປັນຫ່ວງກວ່າໝູ່ໃນທຸກມື້ນີ້ກໍແມ່ນການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ອື່ນໆ, ທັງໄດ້ເອົາໃຈໃສ່ການກວດກາສຸຂາອານາໄມກ່ຽວກັບພຶດນໍາເຂົ້າ ແລະ ສົ່ງອອກ.

ທ່ານ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນຕື່ມວ່າ: ສໍາລັບແຜນຮອງຮັບໃນຕໍ່ໜ້າການເຂົ້າ-ອອກຜ່ານດ່ານດັ່ງກ່າວ ພວມຂະຫຍາຍສະຖານທີ່ ແລະ ຊ່ອງທາງລົດໃໝ່ ໃຫ້ບໍລິການສໍາລັບລົດເບົາ, ສ່ວນດ່ານເກົ່າແມ່ນຈະໃຊ້ບໍລິການສໍາລັບລົດຂົນສົ່ງໜັກ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...