spot_img
Homeນານາສາລະຜັກຂະແຍງ ມີລິດຕ້ານອະນຸມູນອິດສະລະ ແລະຕ້ານການຈະເລີນເຕີບໂຕຂອງເຊື້ອພະຍາດ

ຜັກຂະແຍງ ມີລິດຕ້ານອະນຸມູນອິດສະລະ ແລະຕ້ານການຈະເລີນເຕີບໂຕຂອງເຊື້ອພະຍາດ

Published on

ຜັກຂະແຍງ ເປັນຜັກຊະນິດໜຶ່ງທີ່ມີກິ່ນຫອມຫຼາຍ ມີກິ່ນລັກສະນະສະເພາະທີ່ມີເອກະລັກ, ມີລົດຊາດເຜັດ, ເມື່ອເອົາມາປຸງແຕ່ງອາຫານຊ່ວຍດັບກິ່ນຄາວ ແລະເຮັດໃຫ້ອາຫນກິ່ນຫອມ, ເຊິ່ງກິ່ນຫອມນັ້ນ ໄດ້ຈາກນໍ້າມັນຫອມລະເຫີຍໃນຜັກ

#  ສັບພະຄຸນ

  • ມີລິດຕ້ານອະນຸມູນອິດສະລະ ແລະຕ້ານການຈະເລີນເຕີບໂຕຂອງເຊື້ອພະຍາດ
  • ຊ່ວຍຈະເລີນອາຫານ, ຂັບລົມ ແລະຊ່ວຍຫຼຸດໄຂ້
  • ໃຊ້ແກ້ຄັນ ທີ່ເກີດຈາກຝີ ແລະຂີ້ກາກ
  • ແກ້ອາການຕີນມື ບວມ
  • ໃຊ້ເປັນຢາລະບາຍອ່ອນໆ
  • ຊ່ວຍຕ້ານມະເຮັງໄດ້

#  ວິທີໃຊ້:

  1. ຕ້ານມະເຮັງ, ເຮັດໃຫ້ຈະເລີນອາຫານ, ຫຼຸດອາການເບື່ອອາຫານ, ປ້ອງກັນເສັ້ນເລືອດຕີບ ແລະໄຂ້ຮ້ອນໃນ ຫຼຸດໄຂ້, ຢາຂັບລົມ ແລະເປັນຢາລະບາຍທ້ອງ, ຢາລະບາຍອ່ອນໆ, ແກ້ອາການຕີນມືບວມ, ແກ້ພິດເບື່ອເມົາ, ຊ່ວຍຂັບນໍ້ານົມແມ່, ແກ້ນໍ້ານົມແມ່ທີ່ມີລົດສົ້ມ ດ້ວຍການເອົາຜັກຂະແຍງສົດໆປະມານ 15-30 ກຣາມ ມາຕົ້ມກັບນໍ້າ ດື່ມກິນ ຈະຊ່ວຍອາການດັ່ງກ່າວໄດ້
  2. ແກ້ອາການຄັນຈາກຂີ້ກາກ ແລະຝີ: ດ້ວຍການເອົາຕົ້ນສົດມາຕົ້ມກັບນໍ້າ ໃຊ້ລ້າງບໍລິເວນທີ່ເປັນ ຫຼືເອົາມາຄັ້ນເອົານໍ້າທາ ຫຼືເອົາມາຕຳບໍລິເວນທີ່ເປັນ ຈະຊ່ວຍຫຼຸດອາການໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...