Homeນານາສາລະ3 ສະໝຸນໄພພື້ນບ້ານ ຊ່ວຍປິ່ນປົວບາດແຜສົດ

3 ສະໝຸນໄພພື້ນບ້ານ ຊ່ວຍປິ່ນປົວບາດແຜສົດ

Published on

  1. ໃບຫຍ້າຂິວ: ມີສັບພະຄຸນໃນການຫ້າມເລືອດໄດ້ດີ, ວິທີການນໍາໃຊ້ຄື: ໃຫ້ເອົາໃບສົດຂອງຕົ້ນຫຍ້າຂິວ ມາລ້າງໃຫ້ສະອາດ ຫຼັງຈາກນັ້ນເອົາມາຕຳໃຫ້ລະອຽດ ເຊິ່ງຈະເຮັດໃຫ້ຢາອອກມາຈາກໃບ, ຫຼັງຈາກນັ້ນ ເອົາສ່ວນປະສົມທີ່ຕຳລະອຽດແລ້ວ ມາໂປະບໍລິເວນບາດແຜໃຫ້ແໜ້ນ ປະໄວ້ບຶດໜຶ່ງ ເລືອດກໍຈະຢຸດເຊົາ
  2. ໃບສີດາ: ມີສັບພະຄຸນທີ່ຊ່ວຍໃນການຫ້າມເລືອດໄດ້ ໂດຍວິທີການໃຊ້ຄືການເອົາສີດາສົດມາ 5-6 ໃບ ແລ້ວເອົາມາລ້າງໃຫ້ສະອາດ, ຫຼັງຈາກນັ້ນເອົາມາຕຳໃຫ້ລະອຽດ ແລ້ວເຕີມນໍ້າປູນໃສລົງໄປ ຄົນໃຫ້ເຂົ້າກັນ ແລ້ວເອົາມາໂປະໃສ່ແຜ ກໍຈະຊ່ວຍຫ້າມເລືອດໄດ້ດີ
  3. ໃບຜັກໜອກ: ໂດຍເອົາຕົ້ນໃບຜັກໜອກ 1 ກຳມື ມາລ້າງໃຫ້ສະອາດ ແລ້ວຕຳໃຫ້ລະອຽດ ເອົາມາພອກບາດແຜສົດ ຈະຊ່ວຍຫ້າມເລືອດໄດ້ດີ ແລະເຮັດໃຫ້ບາດແຜດີໄວ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...