Homeນານາສາລະ9 ວິທີຮັບມືກັບຄວາມຄຽດ

9 ວິທີຮັບມືກັບຄວາມຄຽດ

Published on

ຄວາມຄຽດ ເປັນບັນຫາໜຶ່ງທີ່ຄົນສ່່ວນຫຼາຍພົບ ເມື່ອເຮົາຕ້ອງເຮັດວຽກຫຼາຍຂຶ້ນ ເວລາມີໜ້ອຍລົງ, ຄວາມຮີບດ່ວນ, ການແຂ່ງຂັນ ລ້ວນແຕ່ເຮັດໃຫ້ເກີດຄວາມຄຽດໄດ້ໂດຍບໍ່ຮູ້ໂຕ ເຮັດໃຫ້ລະບົບຕ່າງໆໃນຮ່າງກາຍປັ່ນປ່ວນ, ເມື່ອເຮົາຮູ້ແບບນີ້ແລ້ວ ຕ້ອງຫາວິທີຮັບມືກັບຄວາມຄຽດ ເພື່ອບໍ່ໃຫ້ມາກວນໃຈເຮົາອີກຕໍ່ໄປ

  1. ໃຊ້ເທັກນິກການຜ່ອນຄາຍແບບຕ່າງໆເຊັ່ນ: ຫຼິ້ນໂຢຄະ, ນັ່ງສະມາທິ, ສູດລົມຫາຍໃຈເຂົ້າເລິກໆ ຫຼືການໄປນວດເພື່ອຜ່ອນຄາຍ
  2. ອອກກຳລັງກາຍ: ເພື່ອເຮັດໃຫ້ເຫື່ອອອກຊ່ວຍຄາຍຄຽດໄດ້
  3. ຈັດເວລາໃຫ້ເປັນ: ໂດຍເຮັດລາຍການສິ່ງທີ່ຕ້ອງເຮັດເປັນຂໍ້, ຈັດອັນດັບຄວາມສຳຄັນ ແລ້ວເລືອກສິ່ງທີ່ຈຳເປັນທີ່ສຸດເຮັດທຳອິດ, ເມື່ອເຮັດເລື່ອງໃດແລ້ວກໍຄວນຂ້າຖິ້ມ ຈະເຮັດໃຫ້ຮູ້ສຶກດີຂຶ້ນ
  4. ພັກຜ່ອນໃຫ້ພຽງພໍ ແລະນອນໃຫ້ຄົບ 8 ຊົ່ວໂມງ
  5. ຫາວິທີລະບາຍອອກມາ: ດ້ວຍການເລົ່າໃຫ້ຄົນອື່ນທີ່ເຮົາສະໜິດ ຫຼືຄົນທີ່ໄວ້ໃຈຟັງ ການໄດ້ລະບາຍສິ່ງທີ່ອັດອັ້ນໃນໃຈ ຈະເຮັດໃຫ້ຮູ້ສຶກດີຂຶ້ນ ແລະຫາທາງອອກຂອງບັນຫາໄດ້
  6. ຫາກິດຈະກຳການກຸສົນເຮັດ: ດ້ວຍການເປັນອາສາສະໝັກ, ຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງຜົນຕອບແທນ ຈະເຮັດໃຫ້ຮູ້ສຶກສຸກໃຈ ແລະຍັງຊ່ວຍຫຼຸດຄວາມຄຽດໄດ້ອີກ
  7. ປະຖິ້ມສິ່ງທີ່ເຮັດໃຫ້ເກີດຄວາມຄຽດຊົ່ວຄາວ: ດ້ວຍການປ່ຽນໄປເຮັດສິ່ງທີ່ສະບາຍໃຈເຊັ່ນ: ອ່ານໜັງສື, ເບິ່ງໜັງ, ຟັງເພງ, ຫຼິ້ນເກມ ຫຼືໄປທ່ຽວ ຈະເຮັດໃຫ້ມີພະລັງຕໍ່ສູ້ກັບບັນຫາອີກຄັ້ງ
  8. ເມື່ອພົບບັນຫາຫຼາຍຢ່າງ: ໃຫ້ຄິດແກ້ໄຂເທື່ອລະເລື່ອງ, ຢ່າຄິດຫຼາຍເລື່ອງພ້ອມກັນໃນເວລາດຽວ
  9. ເບິ່ງໂລກໃນແງ່ດີສະເໝີ: ເມື່ອພົບບັນຫາໃຫ້ຄຽດ ຕ້ອງຄິດສະເໝີວ່າ ຕ້ອງມີທາງອອກທີ່ດີກວ່ານີ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...