Homeນານາສາລະໝາກໄມ້ 7 ຊະນິດທີ່ບໍ່ຄວນປອກເປືອກໃນເວລາກິນ

ໝາກໄມ້ 7 ຊະນິດທີ່ບໍ່ຄວນປອກເປືອກໃນເວລາກິນ

Published on

ໝາກໄມ້ຫຼາຍຊະນິດທີ່ເຮົາກິນ ເພື່ອເຮັດໃຫ້ມີວິຕາມິນ ແລະເກືອແຮ່ທີ່ມີປະໂຫຍດຕໍ່ຮ່າງກາຍ, ແຕ່ບໍ່ຮູ້ວ່າ ໄດ້ທຳລາຍເອົາສິ່ງມີປະໂຫຍດອອກໄປໝົດ ດ້ວຍການ “ປອກເປືອກ” ຖິ້ມນັ້ນເອງ,​ ມີໝາກໄມ້ຫຼາຍຊະນິດທີ່ບໍ່ຄວນປອກເປືອກ

  1. ໝາກສີດາ: ເປັນໝາກໄມ້ທີ່ມີວິຕາມິນຊີສູງ ແລະເປືອກກໍມີວິຕາມິນດີໆ ຢູ່ນຳຫຼາຍ, ດັ່ງນັ້ນ ຖ້າຫາກກິນທັງເປືອກໄດ້ ກໍຈະເຮັດໃຫ້ເຮົາມີວິຕາມິນ ທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍຂຶ້ນ
  2. ແຄລັອດ: ມີເບຕ້າແຄໂຣທີນສູງ ແລະມີຫຼາຍຢູ່ໃນເປືອກ
  3. ໝາກເລັ່ນ: ບາງເມນູອາດຕ້ອງປອກເປືອກອອກ ແຕ່ຮູ້ບໍວ່າເປືອກຂອງມັນເປັນແຫຼ່ງລວມຂອງວິຕາມິນຊີ, ເບຕາແຕໂຣທີນ ແລະໄລໂຄປີນ ໂດຍສະເພາະໝາກເລັ່ນສຸກ
  4. ໝາກສາລີ່: ບາງຄົນມັກກິນໝາກສາລີ່ແບບປອກເປືອກ ແຕ່ຮູ້ບໍວ່າໃນເປືອກສາລີ່ ມີວິຕາມິນຊີສູງ ແລະມີສານຕ້ານມະເຮັງ ແລະຊ່ວຍຫຼຸດຄໍເລດເຕີລໍໃນຮ່າງກາຍອີກດ້ວຍ, ດັ່ງນັ້ນ ຫາກກິນສາລີ່ ເທື່ອໜ້າ ຄວນລ້າງແລ້ວກິນໄດ້ເລີຍ
  5. ໝາກແອັບເປິ່ນ: ໝາກໄມ້ທີ່ຫຼາຍຄົນກິນແລ້ວມັກປອກເປືອກຖິ້ມ ແຕ່ຮູ້ບໍວ່າແອັບເປິ່ນຈະສູນເສຍວິຕາມິນດີໆໄປເຊັ່ນ: ເຄວໍຊິທີນ ທີ່ຊ່ວຍປ້ອງກັນພະຍາດຫຼອດເລືອດ ແລະຫົວໃຈ, ວິຕາມິນຊີ ແລະໄຕຣເຕີປິນນອນ ທີ່ຊ່ວຍປ້ອງກັນມະເຮັງ
  6. ໝາກເຂືອມ່ວງ: ເປືອກຂອງມັນມີສານຊື່ວ່າ ນາຊູນິນ ທີ່ຊ່ວຍໃຫ້ຫົວໃຈແຂງແຮງ ແລະສານນີ້ຍັງຢູ່ ເຖິງແມ່ນຈະປຸງດ້ວຍຄວາມຮ້ອນ ຖ້າຫາກປອກເປືອກກ່ອນກິນ ຈະບໍ່ໄດ້ສານອາຫານດີໆແບບນີ້
  7. ແຕງກວາ: ເປືອກຂອງແຕງກວາມີໄຟເບີສູງ ຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນ ຊ່ວຍປ້ອງກັນອາການທ້ອງຜູກ ແລະມະເຮັງລຳໄສ້ໃຫຍ່

ແນວໃດກໍຕາມ, ຖ້າຈະກິນແບບບໍ່ປອກເປືອກແມ່ນ ຂໍໃຫ້ແນ່ໃຈວ່າຜັກຫຼືໝາກໄມ້ດັ່ງກ່າວສະອາດ ຫຼືປອດສານພິດເທົ່ານັ້ນ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...