Homeນານາສາລະອາຫານ 11 ຢ່າງທີ່ຜູ້ອາຍຸ 30 ຂຶ້ນໄປບໍ່ຄວນກິນຫຼາຍ

ອາຫານ 11 ຢ່າງທີ່ຜູ້ອາຍຸ 30 ຂຶ້ນໄປບໍ່ຄວນກິນຫຼາຍ

Published on

ເມື່ອຮ່າງກາຍມີອາຍຸຫຼາຍຂຶ້ນ ການກິນອາຫານກໍຕ້ອງລະມັດລະວັງຫຼາຍຂຶ້ນ, ເພາະຖ້າເຮົາຫາກບໍ່ລະມັດລະວັງ ຈະເຮັດໃຫ້ເກີດຜົນເສຍກັບສຸຂະພາບຂອງເຮົາໄດ້

  1. ໂຢດເກິດ: ເປັນອາຫານສຳລັບຄົນຮັກສຸຂະພາບ ແຕ່ໂຢເກິດທີ່ມີລົດຊາດເຊັ່ນ: ລົດສະຕໍເບີລີ່, ບູເບີລີ່ ຈະມີສ່ວນປະສົມຂອງນໍ້າຕານຫຼາຍ, ຈຶ່ງບໍ່ຄວນກິນ ເພື່ອຫຼຸດປະລິມານໃນຮ່າງກາຍ
  2. ອາຫານກະປ໋ອງ: ເພາະມີໂຊດຽມຫຼາຍ ແລະມີການສຶກສາພົບວ່າ ໂຊດຽມຈະເຮັດໃຫ້ມີຄວາມດັນເລືອດສູງ ແລະເຮັດໃຫ້ຜິວແກ່ກ່ອນໄວ
  3. ອາຫານສຳເລັດຮູບ: ເຊັ່ນ: ເຂົ້າໜົມປັງ, ໄສ້ກອກ ກິນເປັນອາຫານເຊົ້າ ເຖິງຈະສະດວກໄວ ແຕ່ການກິນອາຫານຫວານ ໃນຕອນເຊົ້າ ຈະສົ່ງຜົນຕໍ່ນໍ້າຕານໃນເລືອດ ເຮັດໃຫ້ສ່ຽງຕໍ່ພະຍາດຫົວໃຈ
  4. ນໍ້າອັດລົມ: ຜູ້ຊ່ຽວຊານດ້ານອາຫານຂອງອາເມລິກາບອກວ່າ: ຖ້າຫາກຢູ່ໃນໄວທີ່ຈະສ້າງຄອບຄົວ ແລະຕ້ອງການມີລູກ ເຄື່ອງດື່ມນໍ້າອັດຈະສົ່ງຜົນກະທົບຕໍ່ການຈະເລີນພັນຂອງເຈົ້າ, ຍັງມີສ່ວນກ່ຽວຂ້ອງກັບພະຍາດອື່ນອີກ
  5. ແອວກໍຮໍ: ອາຍຸຫຼາຍຂຶ້ນ ລະບົບເຜົາຜານອາຫານຂອງຮ່າງກາຍກໍຈະເຮັດວຽກບໍ່ໄດ້ດີປານໃດ ໂດຍສະເພາະການກຳຈັດແອວກໍຮໍອອກຈາກຮ່າງກາຍ ເຮັດໃຫ້ຮ່າງກາຍເຮັດວຽກໜັກຂຶ້ນ
  6. ກາເຟເຢັນ: ການດື່ມເຄື່ອງດື່ມທີ່ມີຄາເຟອິນ ບໍ່ແມ່ນເລື່ອງທີ່ຫ້າມ ແຕ່ການດື່ມເຄື່ອງດື່ມປະເພດນີ້ໃສ່ກັບຮໍ້າກ້ອນ ຈະເຮັດໃຫ້ເຈົ້າແກ່ໄວ, ຖ້າດື່ມຫຼາຍ ຈະເຮັດໃຫ້ນອນບໍ່ຫຼັບ ແລະ ພັກຜ່ອນບໍ່ພຽງພໍ
  7. ກາເຟຫຼຸດນໍ້າໜັກ: ເພາະມີສ່ວນປະສົມຂອງຄວາມຫວານ ຫຼືນໍ້າຕານທຽມ ສານນີ້ຈະເຮັດໃຫ້ລະບົບເຜົາຜານບໍ່ເປັນປົກກະຕິ, ລະດັບນໍ້າຕານໃນເລືອດບໍ່ເປັນປົກກະຕິ, ອາດເຮັດໃຫ້ເກີດພະຍາດເບົາຫວານ ແລະຫຼອດເລືອດຫົວໃຈ
  8. ເຄື່ອງດື່ມສຳລັບນັກກິລາ: ສຳລັບນັກກິລາ ການໄດ້ດື່ມແຄລໍລີ່ ແລະນໍ້າຕານ ຫຼັງຈາກຫຼິ້ນກິລາ ກໍເປັນສິ່ງທີ່ສາມາດເຮັດໄດ້ ແຕ່ສຳລັບຄົນທີ່ມີອາຍຸຫຼາຍກວ່າ 30 ປີ ຮ່າງກາຍຈະເຜົາຜານສິ່ງນີ້ໄດ້ຍາກ, ໃຫ້ຄິດສະເໝີວ່າ ຖ້ານໍ້າຕານໜ້ອຍເທົ່າໃດກໍຍິ່ງເປັນຜົນດີຕໍ່ສຸຂະພາບ
  9. ເບີເກີຜັກ: ຫຼາຍໆຄົນ ກັງວົນໃນເລື່ອງການຄວບຄຸມໄຂມັນ ແລະແຄລໍລີ່ ຈຶ່ງພະຍາຍາມຫຼີກລຽງການກິນໂປຣຕີນ ແລະຊີ້ນສັດ ມາກິນເບີເກີຜັກແທນ, ແຕ່ນັ້ນຈະເຮັດໃຫ້ເຈົ້າແກ່ກ່ອນໄວ ເພາະຮ່າງກາຍບໍ່ໄດ້ຮັບສານອາຫານພຽງພໍ
  10. ອາຫານວ່າງທີ່ມີນໍ້າຕານ: ເມື່ອຮ່າງກາຍເຂົ້າສູ່ເລກ 3 ການເຮັດວຽກຂອງຕັບກໍຈະບໍ່ດີຄືເກົ່າ, ດັ່ງນີ້ນຈຶ່ງຄວນຫຼີກລຽງອາຫານທີ່ມີສານພິດປົນ ໂດຍສະເພາະສານເພີ່ມຄວາມຫວານ ທີ່ໃຊ້ແທນນໍ້າຕານ ເພາະຈະເຮັດໃຫ້ຮ່າງກາຍເຮັດວຽກໜັກ
  11. ໄສ້ກອກ, ແຮມ: ມີການວິໄຈພົບວ່າອາຫານປະເພດໄສ້ກອກ, ແຮມ ຈະເຮັດໃຫ້ປະລິມານ ແລະຄຸນນະພາບຂອງອະສຸຈິຫຼຸດລົງ ເພາະມີໄຂມັນສູງ ຈຶ່ງເຮັດໃຫ້ຜິວແຫ່ວຍານ ແລະເຮັດໃຫ້ເກີດຄວາມສ່ຽງຕໍ່ພະຍາດຫົວໃຈ ແລະເສັ້ນເລືອດອຸດຕັນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...