Homeຂ່າວຕ່າງປະເທດຝຣັ່ງສາວເຜີຍ ຖືກມອມຢາ-ລັກພາຕົວ ຫວັງຂົ່ມຂືນຢູ່ກຸງເທບ ອ້າງກຸ່ມຜູ້ລົງມືເປັນຕຳຫລວດ

ຝຣັ່ງສາວເຜີຍ ຖືກມອມຢາ-ລັກພາຕົວ ຫວັງຂົ່ມຂືນຢູ່ກຸງເທບ ອ້າງກຸ່ມຜູ້ລົງມືເປັນຕຳຫລວດ

Published on

ສຳນັກຂ່າວ MGR Online ຂອງໄທ ລາຍງານໃນວັນທີ 7 ທັນວາຜ່ານມານີ້ວ່າ ນັກທ່ອງທ່ຽວສາວຊາວອາເມຣິກາ ນາງ ອະເລັກຊານດຣາ ແຟຣຟິວ ໄດ້ອອກມາເປີດເຜີຍກັບສື່ມວນຊົນອາເມຣິກາ ໃນວັນອັງຄານທີ 6 ທັນວາຜ່ານມານີ້ ໂດຍອ້າງວ່າຕົນເອງຖືກມອມຢາ ແລະ ລັກພາຕົວເພື່ອໄປຂົ່ມຂືນ ໃນຂະນະທີ່ກຳລັງຢູ່ໃນຮ້ານກິນດື່ມແຫ່ງໜຶ່ງ ຢູ່ນະຄອນຫລວງບາງກອກ (ກຸງເທບ) ປະເທດໄທ ໂດຍມີກຸ່ມຊາຍສະກັນຊຶ່ງບາງຄົນສວມໃສ່ຊຸດຕຳຫລວດ ເປັນຜູ້ລົງມື.

ຍາດພີ່ນ້ອງຂອງນາງ ແຟຣຟິວ ໄດ້ເລົ່າວ່າ ນາງໄດ້ເດີນທາງໄປທ່ຽວບາງກອກ ປະເທດໄທ ຊຶ່ງພາຍຫລັງທ່ຽວຊົມຕົວເມືອງໃນຕອນກາງເວັນແລ້ວ ຕອນຄ່ຳຂອງມື້ດຽວກັນ ນາງໄດ້ໄປທ່ຽວຫລິ້ນຢູ່ບາແຫ່ງໜຶ່ງ, ແຕ່ໃນຂະນະທີ່ໝູ່ຂອງນາງລຸກໄປຫ້ອງນ້ຳ ແລະ ປ່ອຍໃຫ້ນາງຢູ່ຄົນດຽວ ນາງກໍຮູ້ສຶກມຶນຫົວ ແລະ ໝົດສະຕິໄປທັນທີ ກ່ອນທີ່ຈະມາຮູ້ສຶກຕົວອີກເທື່ອໜຶ່ງ ແມ່ນຖືກມັດມື ແລະ ມັດຕືນ ໃນຫ້ອງປູນທີ່ບໍ່ຮູ້ວ່າແມ່ນຢູ່ບ່ອນໃດ, ຈາກນັ້ນ ໄດ້ມີຊາຍສະກັນໃນຊຸດເຄື່ອງແບບຄ້າຍຕຳຫລວດ ຍ່າງເຂົ້າມາໃນຫ້ອງ ແລະ ພະຍາຍາມຈະຂົ່ມຂືນ ຊຶ່ງນາງໄດ້ຕັດສິນໃຈຕໍ່ສູ້ຄືນ ໂດຍໃຊ້ເກີບສົ້ນສູງຟາດເຂົ້າໜ້າຄົນຮ້າຍ 3 ຄັ້ງ ກ່ອນທີ່ຈະໂດດລົງຈາກລະບຽງຊັ້ນທີ 2 ແລ້ວຫລົບຊ່ອນຢູ່ໃນປ່າຫຍ້າກວ່າ 6 ຊົ່ວໂມງ ຈົນສາມາດລັດລົດແທັກຊີ້ກັບຄືນໂຮງແຮມ ແລະ ຕັດສິນໃຈຂຶ້ນເຮືອບິນກັບຄືນປະເທດທັນທີ ໂດຍບໍ່ກ້າທີ່ຈະແຈ້ງຄວາມຕໍ່ເຈົ້າໜ້າທີ່ ເນື່ອງຈາກບໍ່ສາມາດໄວ້ວາງໃຈໄດ້.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...