Homeຂ່າວເຫດການຢືນຢັນແລ້ວ ເສັ້ນທາງລົດໄຟລາວ-ຈີນ ຈະເລີ່ມລົງມືກໍ່ສ້າງໃນເດືອນກຸມພາ 2017 ນີ້

ຢືນຢັນແລ້ວ ເສັ້ນທາງລົດໄຟລາວ-ຈີນ ຈະເລີ່ມລົງມືກໍ່ສ້າງໃນເດືອນກຸມພາ 2017 ນີ້

Published on

ເຈົ້າໜ້າທີ່ຝ່າຍລາວ ຢືນຢັນແລ້ວວ່າໂຄງການທາງລົດໄຟລາວ-ຈີນຈະເລີ່ມລົງມືກໍ່ສ້າງຢ່າງເປັນທາງການພາຍໃນເດືອນກຸມພາ 2017 ນີ້ ແລະຄາດວ່າຈະສໍາເລັດສົມບູນພາຍໃນ 2021. ການປະກາດການລົງມືກໍ່ສ້າງຄັ້ງນີ້ເປັນເລີ່ມຕົ້ນຈັດຕັ້ງປະຕິບັດໄລຍະທໍາອິດຢູ່ແຂວງຫລວງນໍ້າທາ ກັບ ຄວາມຍາວ 16,9 ກິໂລແມັດ, 2 ສະຖານີ ( ສະຖານີບໍ່ເຕັນໃຊ້ສໍາລັບກວດຄົນເຂົ້າ-ອອກເມືອງ ສະຖານີນ້ອຍ ແລະ ຢູ່ເຂດນາເຕີຍຈະເປັນສະຖານີໃຫຍ່ ສໍາລັບໂອນຖ່າຍສິນຄ້າ ໂດຍແມ່ນກຸ່ມບໍລິສັດວິສາວະກໍາທາງລົດໄຟເລກ 5 ເປັນຜູ້ຮັບເໝົາກໍ່ສ້າງ ເລີ່ມແຕ່ບໍ່ເຕ່ນ-ເມືອງນາໝໍ້ ຄາດວ່າໄລຍະທໍາອິດຈະໄດ້ເລີ່ມລົງມື້ກໍ່ສ້າງຢ່າງ ເປັນທາງການໃນເດືອນກຸມພາ ປີ 2017.

%e0%ba%a5%e0%ba%bb%e0%ba%94%e0%bb%84%e0%ba%9f%e0%ba%a5%e0%ba%b2%e0%ba%a7

ທ່ານ ຈັນທະຈອນ ແກ້ວນະຄອນ ຮອງຫົວໜ້າຂະແໜງຄຸ້ມຄອງທາງບົກ-ທາງພະແນກໂຍທາທິການຂົນສົ່ງ ແຂວງຫລວງນໍ້າທາ ທັງເປັນຜູ້ປະສານງານທາງລົດໄຟລາວ-ຈີນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 7 ທັນວານີ້ວ່າ: ແຂວງຫລວງນໍ້າທາ ເປັນໄລຍະທໍາອິດຂອງການເຊື່ອມຕໍ່ລົດໄຟລາວ-ຈີນ ປັດຈຸບັນພວມເຄັ່ງຮ້ອນໃນການສໍາຫລວດ ປັກຫລັກ ແລວທາງລົດໄຟແລ່ນຜ່ານ 3 ບ້ານຄື: ບ້ານບໍ່ເຕັນ, ຕິນຊານ ແລະ ບ້ານນາເຕີຍ ໂດຍສໍາເລັດໄປແລ້ວກວ່າ 70% ພ້ອມນັ້ນ ກໍພວມເລັ່ງເກັບກູ້ລະເບີດທີ່ຕົກຄ້າງບາງສ່ວນຢູ່ເຂດບ້ານນາເຕີຍ. ຂະນະດຽວກັນນີ້ ທາງອໍານາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຂຸ້ນຂ້ຽວຈັດຕັ້ງໃນຫລາຍໜ້າວຽກເປັນຕົ້ນ: ການລົງເຜີຍແຜ່ໂຄສະນາແນວທາງນະໂຍບາຍຂອງພັກ-ລັດໃຫ້ປະຊາຊົນພາຍໃນແຂວງ ກໍຄືປະຊາຊົນຜູ້ໄດ້ຮັບຜົນກະທົບໃນ 3 ບ້ານນັ້ນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ແລະ ການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ທີ່ນັບມື້ນັບຂະຫຍາຍຕົວສູງຂຶ້ນເລື້ອຍໆ.

ສໍາລັບຄ່າຊົດເຊີຍນັ້ນແມ່ນຈະອີງໃສ່ມາດຖານໃນການຊົດເຊີຍຄືກັນກັບໂຄງການທີ່ຜ່ານໆມາທີ່ປະ ຊາຊົນໄດ້ຮັບຜົນກະທົບເພື່ອປະກັນໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ ແລະ ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ປັດຈຸບັນນີ້ ໜ່ວຍວິຊາການຍັງສືບຕໍ່ລົງເກັບກໍາຂໍ້ມູນຕົວຈິງເພື່ອປະເມີນຜົນ ແລະ ຄິດໄລ່ຄວາມລະອຽດຊັດເຈນ, ນອກຈາກນັ້ນ ກໍຈະໄດ້ລົງໄປກວດກາຕື່ມບ່ອນທີ່ປະຊາຊົນໄດ້ຕັດສິນໃຈເລືອກບ່ອນຢູ່ໃໝ່ນັ້ນວ່າເໝະສົມ ຫລື ບໍ່ ໂດຍສະເພາະເວລາລະດູຝົນມາຈະບໍ່ໄດ້ຮັບຜົນ ກະທົບຈາກນໍ້າຖ້ວມ ຫລື ຕັນທາງແລວນໍ້າໄຫລ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...