Homeນານາສາລະໄຂ່ໄກ່ ມີວິຕາມິນ ແລະແຮ່ທາດຫຼາຍຊະນິດ

ໄຂ່ໄກ່ ມີວິຕາມິນ ແລະແຮ່ທາດຫຼາຍຊະນິດ

Published on

ໄຂ່ໄກ່ເປັນອາຫານທີ່ມີຄຸນຄ່າທາງໂຄສະນາການ ທີ່ມີສານອາຫານທີ່ຮ່າງກາຍຕ້ອງການ ໃນໄຂ່ໄກ່ 1 ໜ່ວຍ ຈະໃຫ້ພະລັງງານປະມານ 75-80 ແຄລໍລີ່, ມີໂປຣຕີນສູງເຖິງ 7 ກຣາມ

  • ໄຂ່ຂາວ: ປະກອບດ້ວຍໂປຣຕີນທີ່ມີຄຸນນະພາບສູງ ມີສານສໍາຄັນທີ່ເປັນອົງປະກອບຂອງໂປຣຕີນທີ່ອຸດົມດ້ວຍກົດອະມິໂນ 8 ຊະນິດ ທີ່ຈຳເປັນຕໍ່ຮ່າງກາຍ
  • ໄຂ່ແດງ: ປະກອບດ້ວຍໂປຣຕີນ, ໄຂມັນ, ວິຕາມິນ ແລະແຮ່ທາດທີ່ສຳຄັນ, ມີໂອເມກ້າ 3, ມີໄຂມັນອີ່ມຕົວຫຼາຍ ທີ່ຊ່ວຍຫຼຸດອັດຕາສ່ຽງຕໍ່ການເກີດພະຍາດຫົວໃຈຂາດເລືອດ ເຊິ່ງມີຄຸນຄ່າຄືກັນກັບໄຂມັນໃນປາເຊວມອນ ແລະປາທະເລ

ນອກຈາກນີ້ ໂປຣຕີນທີ່ມີປະລິມານສູງໃນໄຂ່ໄກ່, ສານອາຫານຈຳພວກໄຂມັນ ແລະຄໍເລດເຕີລໍ ບໍ່ໄດ້ເປັນສາເຫດ ແລະຄວາມເຊື່ອງໂຍງໃດໆ ຕໍ່ພະຍາດຫົວໃຈ ແລະຫຼອດເລືອດ, ເມື່ອກິນໃນປະລິມານທີ່ເໝາະສົມ, ທີ່ສຳຄັນໄຂ່ໄກ່ 1 ໜ່ວຍ ຍັງມີວິຕາມິນ ແລະແຮ່ທາດຫຼາຍຊະນິດເຊັ່ນ: ບິຕາມິນເອ, ບີ1,​ ບີ2, ບີ6, ວິຕາມິນດີ, ໂຄລີນ, ອິໂນຊິທອນ, ແຄວຊຽມ, ຟອສຟໍຣັດ ແລະໂປແຕສຊຽມ, ໂຄລີນ ທີ່ຢູ່ໃນໄຂ່ນັ້ນ ເປັນສ່ວນປະກອບໃນສານທີ່ເອີ້ນວ່າ “ເລຊິຕິນ” ໂດຍປັດຈຸບັນພົບວ່າ ສານເລຊິຕິນນີ້ ເປັນທີ່ນິຍົມຂອງຜູ້ບໍລິໂພກ ທີ່ມັກກິນໃນຮູບອາຫານເສີມສຸຂະພາບ ຊ່ວຍບຳລຸງສະໝອງ ແລະປ້ອງກັນພາວະຄວາມຜິດປົກກະຕິຂອງລະບົບປະສາດ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...