Homeນານາສາລະຜັກແພວ ສະໝຸນໄພພື້ນບ້ານ

ຜັກແພວ ສະໝຸນໄພພື້ນບ້ານ

Published on

ຜັກແພວ ເປັນພືດລົ້ມລຸກ ລຳຕົ້ນຕັ້ງມີຂໍ້, ຢູ່ໃນຂໍ້ມັກມີຮາກອອກມາ ຫຼືລຳຕົ້ນເລືອໄປຕາມໜ້າດິນ ແລະມີຮາກອອກມາຕາມສ່ວນທີ່ສຳຜັດກັບພື້ນດິນ, ຈະເລີນເຕີບໂຕໄດ້ດີໃນບ່ອນປຽກຊຸ່ມ ແລະຂະຫຍາຍພັນດ້ວຍການປັກຊຳຕົ້ນ ແລະຫວ່ານດ້ວຍແກ່ນ, ເຫັນໄດ້ໃນທຸກພາກຂອງປະເທດ

#  ສັບພະຄຸນທາງຢາ:
–   ຮາກ: ຊ່ວຍບໍາລຸງປະສາດ, ປິ່ນປົວພະຍາດຫອບຫືດ, ຫຼຸດອາການໄອ, ຊ່ວຍຮັກສາພະຍາດກະເພາະອາຫານ ຊ່ວຍແກ້ອາການປວດເມື່ອຍຕາມຮ່າງກາຍ, ປິ່ນປົວອາການເຈັບຂໍ້, ເຈັບກະດູກ.
–   ໃບ: ຊ່ວຍເສີມສ້າງພູມຕ້ານທານ, ຢັບຢັ້ງການແກ່ກ່ອນໄວ, ປ້ອງກັນ ແລະ ຕ້ານມະເຮັງ, ຊ່ວຍປ້ອງກັນພະຍາດຫົວໃຈ, ຊ່ວຍໃຫ້ເລືອດໄຫຼວຽນດີ, ຮັກສາອາການຫວັດ, ຊ່ວຍເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ, ຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່, ຂັບລົມໃນກະເພາະອາຫານ, ແກ້ທ້ອງອືດ, ຮັກສາພະຍາດລິດສີດວງທະວານ, ພະຍາດຕັບແຂງ, ຫຼຸດອາການຄັນຕຸ່ມ ຜົດຜື່ນ, ບຳລຸງເລືອດຜູ້ຍິງ.
–   ດອກ: ຊ່ວຍຂັບເຫື່ອ, ຊ່ວຍບັນເທົາໂລກປອດ.
–   ວິທີຮັບປະທານ: ກິນຜັກແພວ ແບບສົດໆເປັນປະຈຳ ຫຼື ສາມາດນຳໄປຕົ້ມກິນກໍ່ໄດ້.
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...