spot_img
Homeຂ່າວເຫດການເລຂາທິການໃຫຍ່ຯ, ປະທານປະເທດລະບຸ ການແກ້ໄຂອຸປະສັກໃນການພັດທະນາ ຄວນສຸມໃສ່ການສຶກສາ

ເລຂາທິການໃຫຍ່ຯ, ປະທານປະເທດລະບຸ ການແກ້ໄຂອຸປະສັກໃນການພັດທະນາ ຄວນສຸມໃສ່ການສຶກສາ

Published on

ຂປລ. ສະຫາຍ ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະບໍລິ​ຫານ​ງານ​ສູນ​ກາງ ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ​ ໄດ້​​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ແຂວງ​ວຽງ​ຈັນ​ ໃນ​ວັນ​ທີ 22 ພະຈິກ 2016 ຜ່ານ​ມາ​ນີ້ ​​ເຊິ່ງສະຫາຍ​ເລຂາທິກ​ານ​ໃຫຍ່​ກໍ​ໄດ້​ໂອ້​ລົມ ​ແລະ ​ໃຫ້​ທິດ​ຊີ້​ນໍາ​ພະນັກງານການ​ນໍາ​ຫລັກ​ແຫ​ລ່ງ ພາຍ​ໃນ​ແຂວງ​ດັ່ງກ່າວ​ ​ແລະ ​ຍົກ​ໃຫ້​ເຫັນ​ບາງ​ດ້ານ​ດັ່ງ​ນີ້: ການຂະຫຍາຍຕົວເສດຖະກິດ-ສັງຄົມ ຕ້ອງຮັບໃຊ້ໃຫ້ແກ່ການແກ້ໄຂບັນຫາຕ່າງໆໃນສັງຄົມນັ້ນ ກ່ອນອື່ນແມ່ນແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການ ອັນເປັນຟື້ນຖານຂອງປະຊາຊົນເຊັ່ນ: ການກິນຢູ່, ນຸ່ງຖື, ການຮ່ຳຮຽນ, ປິ່ນປົວພະຍາດ, ຍົກລະດັບຊິວິດວັດທະນະທຳ, ຕ້ອງ​ໄດ້​ຮັບ​ການແກ້ໄຂ ບັນຫາເລົ່ານັ້ນເປັນຢ່າງດີ ທັງເປັນຈຸດໝາຍຂອງພວກເຮົາ ແລະ ທັງເປັນການສ້າງກຳລັງຍູ້​ແຮງໃຫ້ແກ່ການພັດທະນາ. ​ໃນດ້ານອື່ນໆ, ການແກ້ໄຂບັນຫາສັງຄົມ ຍັງຕ້ອງສອດຄ່ອງກັບຄວາມສາມາດຕົວຈິງ, ບໍ່ແມ່ນວາງອອກຕາມແນວຄິດອັດຕະວິ​ໄສ, ອາລົມຈິດນິຍົມທີ່ເກີນກວ່າຄວາມສາມາດ.

ຈຸດໝາຍຂອງ ລະບອບປະຊາທິປະໄຕປະຊາຊົນ ແມ່ນເພື່ອຄວາມຢູ່ດີກິນດີຂອງຄົນ, ແຕ່ຄວາມຢູ່ດີກິນດີນັ້ນ ບໍ່ແມ່ນຈະໃຫ້ຜູ້ອື່ນ ນຳມາໃຫ້ ຫາກແມ່ນກະໂຕຄົນເປັນຜູ້ສູ້ຊົນເພື່ອສ້າງຂຶ້ນມາດ້ວຍຕົນເອງ, ອີງຕາມທັດສະນະດັ່ງກ່າວ ເພື່ອແກ້ໄຂບັນຫາສັງຄົມໃຫ້ໄດ້ດີ ຕ້ອງປະຕິບັດທິດນຳ (ລັດ ແລະ ປະຊາຊົນພ້ອມກັນເຮັດ), ລັດຄົ້ນຄວ້າ, ປະກາດ​ໃຊ້ ແລະ ຈັດຕັ້ງ​ປະຊາຊົນ ເພື່ອປະຕິບັດນະໂຍບາຍ ແລະ ລະບອບລະບຽບການຕ່າງໆທີ່ວາງອອກ, ປຸກລະດົມປະຊາຊົນ, ສົ່ງເສີມ, ຂະຫຍາຍມູນເຊື້ອອັນດີງາມຂອງວົງຄະນະຍາດ ພ້ອມກັບລັດຕ້ອງເອົາໃຈໃສ່ ​ແລະ ເບິ່ງແກ້ໄຂບັນຫາຕ່າງໆທາງດ້ານສັງຄົມ. ປະເທດເຮົາປະຈຸບັນ ຍັງມີຫລາຍບັນຫາ ທາງດ້ານສັງຄົມຄົງຄ້າງທີ່ຈະຕ້ອງໄດ້ແກ້ໄຂ ເນື່ອງຈາກວ່າພວກເຮົາມີຄວາມສາມາດ ແລະ ເງື່ອນໄຂຈຳກັດ, ບໍ່ສາມາດແກ້ໄຂໄດ້ທຸກໆບັນຫາໄດ້ພ້ອມໆກັນໃນມື້ໜຶ່ງຍາມດຽວ,  ດັ່ງນັ້ນ ຈິ່ງຕ້ອງເລືອກທິດບູລິມະສິດ, ສຸມໃສ່ການແກ້ໄຂຢ່າງຕັ້ງໜ້າ ບັນດາຄວາມຕ້ອງການອັນຮິບດ່ວນກວ່າໝູ່, ພ້ອມດຽວກັນນັ້ນ ກໍ່ຕ້ອງເອົາໃຈໃສ່ຕໍ່ບັນຫາອື່ນອີກ ແລະ ມີມາດຕະການເພື່ອແກ້ໄຂ ຕາມຄວາມສາມາດ, ແຕ່ແນວໃດກໍ​ດີ ກໍ​ຕ້ອງສຸມໃສ່ແກ້ໄຂບັນດາຈຸດສຸມກ່ອນ ເຊັ່ນ: ລະດັບຄວາມຮູ້ຂອງປະຊາຊົນຍັງຕ່ຳ,  ໄດ້ກາຍເປັນອຸປະສັກໃນການພັດທະນາ (ຄວນສຸມໃສ່ການສຶກສາ), ຍົກລະດັບຄວາມຮູ້ຂອງປະຊາຊົນ ເປັນການສ້າງກຳລັງຍູ້​ແຮງໂດຍກົງ ເພື່ອພັດທະນາເສດຖະກິດ-ສັງຄົມ, ເປັນເສັ້ນທາງເພື່ອສ້າງຖັນແຖວຜູ້ອອກແຮງງານທີ່ມີຄວາມຮູ້, ຄວາມສາມາດ, ຮັບເອົາ ແລະ ນຳໄຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຍີ, ບຳລຸງຄວາມຮູ້ວິຊາສະເພາະ ເພື່ອຂະຫຍາຍກຳລັງການຜະລິດ, ຂະຫຍາຍເສດຖະກິດຕະຫລາດ, ຜະລິດວັດຖຸຊັບສິນ ໃຫ້ນັບມື້ນັບອຸດົມຮັ່ງມີ, ຍົກລະດັບ ຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...