Homeຂ່າວການພັດທະນາໂຄງການຄຸ້ມຄອງນ້ຳເປື້ອນ ຈາກຄົວເຮືອນຢູ່ນະຄອນຫລວງ ຄືບໜ້າກວ່າ 80%

ໂຄງການຄຸ້ມຄອງນ້ຳເປື້ອນ ຈາກຄົວເຮືອນຢູ່ນະຄອນຫລວງ ຄືບໜ້າກວ່າ 80%

Published on

ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫລວງວຽງຈັນໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຄຸ້ມຄອງນ້ຳເປື້ອນຄົວເຮືອນໃນຕົວເມືອງນະຄອນຫລວງວຽງຈັນ, ຊຶ່ງໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສະມາຄົມນະຄອນ ທີ່ໃຊ້ພາສາຝຣັ່ງ (AIMF), ອົງການ SIAAP ແລະ ອົງການນ້ຳແຊນນອກມັງດີ AESN ແລະ ມາຮອດປັດຈຸບັນ ໂຄງການດັ່ງກ່າວ ມີຄວາມຄືບປະມານ 80% ຊຶ່ງຕັ້ງຢູ່ບ້ານນາໄຫ, ເມືອງໄຊເສດຖາ, ໃນມູນຄ່າ 1,22 ລ້ານເອີໂຣ.

ໂຄງການນີ້ມີຄວາມສຳຄັນເພື່ອບໍລິການ ຮັບໃຊ້ສັງຄົມໃນການຫຼຸດພາວະໂລກຮ້ອນແລ້ວ, ຊຶ່ງເປັນນະວັດຕະກໍາໃໝ່ເພື່ອປະຢັດພະລັງງານ ແລະ ສາມາດນໍາມາໝູນໃຊ້ເຮັດປຸຍໄດ້ນຳອີກ, ຊຶ່ງໂຄງການນີ້ຈະເປັນຕົວແບບເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດໄປສູ່ທ້ອງຖິ່ນອື່ນໆໃນອະນາຄົດອີກດ້ວຍ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 5 ທັນວານີ້, ໂດຍມີ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານນາງ ອາລີອານນາ ອາເດຊີ ຕົວແທນສະມາຄົມນະຄອນ ທີ່ໃຊ້ພາສາຝຣັ່ງ, ພ້ອມດ້ວຍຜູ້ປະສານງານອົງການ SIAAP, AESN ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...