spot_img
Homeນານາສາລະສູດເຮັດນໍ້າໝາກເຂົ້າ ລົດຊາດແຊບ ແລະມີປະໂຫຍດຫຼາຍ

ສູດເຮັດນໍ້າໝາກເຂົ້າ ລົດຊາດແຊບ ແລະມີປະໂຫຍດຫຼາຍ

Published on

ໝາກເຂົ້າ ເປັນໝາກໄມ້ພື້ນບ້ານຊະນິດໜຶ່ງ, ໝາກເປັນສີສົ້ມມີໜາມອ້ອມຮອບ, ເອົາມາເຮັດເຄື່ອງດື່ມນໍ້າໝາກເຂົ້າ ຈະມີລົດຊາດແຊບ ແລະມີປະໂຫຍດຫຼາຍ, ເຊິ່ງເຮັດນໍ້າໝາກເຂົ້ານີ້ ສາມາດເຮັດກິນເອງໄດ້ ເພາະວິທີການເຮັດແມ່ນງ່າຍ

  1. ສ່ວນປະສົມ ນໍ້າໝາກເຂົ້າ
  • ໝາກເຂົ້າ 1​ ໜ່ວຍ
  • ນໍ້າຕົ້ມສຸກ 3 ຈອກ
  • ເກືອ
  • ນໍ້າຕານເຊື່ອມ
  1. ວິທີເຮັດ ນໍ້າໝາກເຂົ້າ
  • ເອົາໝາກເຂົ້າມາຜ່າເຄິ່ງ ເອົາແກ່ນອອກ ຈາກນັ້ນປອກເປືອກອອກ ແລ້ວຕັດເປັນຕ່ອນນ້ອຍ
  • ເອົາໝາກເຂົ້າທີ່ກຽມໄວ້ນັ້ນລົງໃນເຄື່ອງປັ່ນ, ເອົານໍ້າຕົ້ມລົງ, ປັ່ນຈົນລະອຽດເຂົ້າກັນດີ, ຈຶ່ງເອົານໍ້າຕານເຊື່ອມໃສ່ ແລະເກືອໃສ່ເລັກໜ້ອຍຕາມເຮົາມັກ, ຈາກນັ້ນຄວນປະສົມໃຫ້ເຂົ້າກັນ ແລ້ວຖອກໃສ່ຈອກ ແລະດື່ມຈະຮູ້ສຶກວ່າແຊບທັນທີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...