spot_img
Homeຂ່າວການພັດທະນາເອກະຊົນພາຍໃນ-ຕ່າງປະເທດລົງທຶນ 181 ໂຄງການ ຢູ່ແຂວງ ຄໍາມ່ວນ

ເອກະຊົນພາຍໃນ-ຕ່າງປະເທດລົງທຶນ 181 ໂຄງການ ຢູ່ແຂວງ ຄໍາມ່ວນ

Published on

ຂປລ. ພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນ ໄດ້ເປີດເຜີຍໃນວັນທີ 6 ທັນວາ 2016 ນີ້ວ່າ: ປັດຈຸບັນ ບັນດາໂຄງການລົງທຶນ ໃນກິດຈະການສໍາປະທານ ຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໂດຍການອະນຸມັດ ຂອງຄະນະກໍາມະການຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ແຂວງທັງໝົດມີ 181 ໂຄງການ ມູນຄ່າການລົງທຶນທັງໝົດ 3 ຕື້ກວ່າໂດລາສະຫະລັດ ສ່ວນໃຫຍ່ແມ່ນແຮ່ທາດມີ 125 ໂຄງການ.

ທ່ານ ດາວໄຫລ ແກ້ວດວງດີ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງຂອງຕົນ ອາທິດນີ້ກ່ຽວກັບຜົນການຈັດຕັ້ງປະຕິບັດ ຄຸ້ມຄອງການລົງທຶນທັງພາຍໃນ ແລະຕ່າງປະເທດວ່າ: ໂຄງການສໍາປະທານເນື້ອທີ່ດິນ ເພື່ອກິດຈະການຂຸດຄົ້ນແຮ່ທາດ , ແຮ່ຊາຍ ແລະ ພັດທະນາກະສິກໍາ ໃນນີ້ ແຂວງໄດ້ອະນຸຍາດມີ 136 ໂຄງການມູນຄ່າ ການລົງທຶນທັງໝົດມີ 514 ລ້ານໂດລາສະຫະລັດ , ໂຄງການທີ່ມີສັນຍາ ແລະ ມີໃບທະບຽນສໍາປະທານ 105 ໂຄງການ , ໂຄງການທີ່ມີສັນຍາ ແຕ່ຍັງບໍ່ທັນອອກໃບທະບຽນສໍາປະທານ ຈໍານວນ 31 ໂຄງການ ສັງລວມແລ້ວໂຄງການລົງທຶນ ໃນກິດຈະການສໍາປະທານທັງໝົດ ຢູ່ແຂວງຄໍາມ່ວນມີ 181 ໂຄງການ ປະກອບມີຂະແໜງກະສິກໍາ – ປ່າໄມ້ , ຂະແໜງແຮ່ທາດ , ຂະແໜງໄຟຟ້າ , ຂະແໜງບໍລິການ ແລະ ອື່ນໆ ສະເພາະສຶກສາຄວາມເປັນໄປໄດ້ ໃນນັ້ນມີໃບທະບຽນ 148 ໂຄງການ , ບໍ່ມີໃບທະບຽນ31 ໂຄງການ , ມີໃບທະບຽນແຕ່ບໍ່ມີສັນຍາ 2 ໂຄງການ , ປະຕິບັດໄດ້ດີ 86 ໂຄງການ , ປະຕິບັດບໍ່ໄດ້ດີ 24 ໂຄງການ ແລະ ບໍ່ໄດ້ປະຕິບັດ 38 ໂຄງການ.

ນອກຈາກນັ້ນ ຍັງໄດ້ລົງເລິກ ແຕ່ລະຂະແໜງການຄື : ຂະແໜງກະສິກໍາ – ປ່າໄມ້ ( ປູກຝັງ – ລ້ຽງສັດ ) ມີຈໍານວນ 29 ໂຄງການ , ຂະແໜງແຮ່ທາດ ມີຈໍານວນ 125 ໂຄງການ ໃນນັ້ນຂຸດຄົ້ນຫີນປູນ 47 ໂຄງການ , ຂຸດຄົ້ນແຮ່ກົ່ວ 29 ໂຄງການ , ຂຸດຄົ້ນ ແຮ່ເຫລັກ 12 ໂຄງການ , ຂຸດຄົ້ນແຮ່ – ຊາຍນ້ຳຂອງ20 ໂຄງການ , ຂຸດຄົ້ນແຮ່ບາຣິດ 5 ໂຄງການ , ສໍາຫລວດ ແລະ ຂຸດຄົ້ນ ແຮ່ເກືອກາລີ 6 ໂຄງການ , ຂຸດຄົ້ນເກືອກິນ 1 ໂຄງການ, ຂຸດຄົ້ນແຮ່ຫີນກາວ 2ໂຄງການ , ສໍາຫລວດ ແລະ ຂຸດຄົ້ນແຮ່ຊືນ – ສັງກະສີ 1 ໂຄງການ , ຊອກຄົ້ນ – ສໍາຫລວດນ້ຳມັນ ແລະ ອາຍແກ໊ສ 2 ໂຄງການ , ໄຟຟ້າມີຈໍານວນ 4 ໂຄງການ , ບໍລິການມີຈໍານວນ 5 ໂຄງການ ແລະ ອື່ນໆ. ສັງລວມ ລາຍຮັບ ແລະ ລາຍຈ່າຍເງິນຮ່ວງພັນທະຕໍ່ທ້ອງຖິ່ນ ໃນນັ້ນລວມມີເງິນຕິດຕາມຄຸ້ມຄອງໂຄງການ , ເງິນຄຸ້ມຄອງສິ່ງແວດ ລ້ອມ , ເງິນຄຸ້ມຄອງເຕັກນິກຂຸດຄົ້ນປຸງແຕ່ງ , ເງິນພັດທະນາສັງຄົມ ແລະ ເງິນຝຶກອົບຮົມວິຊາການ ລວມທັງ ໝົດມີ 110ບໍລິສັດທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ ທ້ອງຖິ່ນໂດຍມີພັນທະຕາມສັນຍາ 13 ກວ່າຕື້ກີບ , ລາຍຈ່າຍຕົວຈິງ 2 ກວ່າຕື້ກີບ.

ທ່ານ ດາວໄຫລ ແກ້ວດວງດີກ່າວຕື່ມວ່າ: ຄຽງຄູ່ກັບຂໍ້ສະດວກ ພວກເຮົາກໍ່ຍັງມີຂໍ້ຫຍຸ້ງຍາກດ້ານ ການຈັດຕັ້ງປະຕິບັດເຊັ່ນ : ການອະນຸຍາດການລົງທຶນ ສ່ວນໃຫຍ່ແມ່ນມີຄວາມສອດຄ່ອງທາງດ້ານ ລະບຽບການ ແຕ່ພາຍຫລັງເຊັນສັນຍາ ແລະ ອອກອະນຸຍາດໃບທະບຽນ ສໍາປະທານແລ້ວ ການຈັດຕັ້ງປະຕິບັດໂຄງການ ຂອງບໍລິສັດບໍ່ໄປຕາມສັນຍາ ເປັນຕົ້ນແມ່ນການດໍາເນີນການຊັກຊ້າ , ບໍ່ໄປຕາມບົດວິພາກເສດຖະກິດ – ເຕັກນິກ , ບາງໂຄງການທີ່ໄດ້ເຊັນສັນຍາ ແລະ ອອກໃບອະນຸຍາດແລ້ວຂາດການຕິດຕໍ່ພົວພັນ ໂດຍສະເພາະການລາຍງານການເຄື່ອນໄຫວ ປະຈໍາ 3 ເດືອນ , 6 ເດືອນ ແລະ ປະຈໍາປີຂອງບັນດາ ຫົວໜ່ວຍທຸລະກິດ ການລົງທຶນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ , ການປະຕິບັດພັນທະຕ່າງໆ ທີ່ກໍານົດໃນສັນຍາຍັງບໍ່ທັນໄດ້ຄົບ ຕາມຈໍານວນ ,ຄົ້ນຄວ້າເອກະສານ ຂໍອະນຸຍາດການລົງທຶນ ຍັງຊັກຊ້າ ຍັງບໍ່ທັນໄປຕາມຂັ້ນຕອນ ທີ່ກົດໝາຍກໍານົດໄວ້ , ການຕິດຕາມ,ກວດກາ , ປະເມີນຜົນ ແລະການຄຸ້ມຄອງບັນດາໂຄງການ ພາຍຫຼັງທີ່ອອກອະນຸຍາດໄປແລ້ວ ຍັງບໍ່ທັນເຮັດໄດ້ດີ .

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...