Homeຂ່າວການພັດທະນາທົ່ວປະເທດມີຊົນລະປະທານທັງໝົດ 11.600 ແຫ່ງ

ທົ່ວປະເທດມີຊົນລະປະທານທັງໝົດ 11.600 ແຫ່ງ

Published on

ທ່ານຫົວໜ້າພະແນກຄຸ້ມຄອງນຳໃຊ້ນ້ຳຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວປະເທດເຮົາມີໂຄງການຊົນລະປະທານທັງໝົດຫຼາຍກວ່າ 11.600 ແຫ່ງ ແລະ ອາດສາມາດຮັບປະກັນການສະໜອງນ້ຳ ໃຫ້ແກ່ເນື່ອທີ່ການຜະລິດລະດູແລ້ງນີ້ໄດ້ພຽງພໍ, ເນື່ອງຈາກໄດ້ສະສົມນ້ຳແຮ່ໄວ້ໃນອ່າງເກັບນ້ຳຕ່າງໄດ້ພຽງພໍ, ແຕ່ຈະຕ້ອງໄດ້ອອກແຮງບູລະນະປົວແປງຊົນະລະປະທານບາງແຫ່ງ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ໃນລະດູຝົນທີ່ຜ່ານມາໃຫ້ດີຂຶ້ນ

ປັດຈຸບັນພາກສ່ວນກ່ຽວຂ້ອງ ກໍໄດ້ກະກຽມແຜນການ ເພື່ອແກ້ໄຂບັນຫາດັ່ງກ່າວແລ້ວ ດ້ວຍການຫັນມານຳໃຊ້ຈັກສູບນ້ຳຈາກຈຸດອື່ນມາທົດແທນ ແລະ ກົມຊົນລະປະທານກໍໄດ້ມອບຈັກສູບນ້ຳ ໃຫ້ບັນດາແຂວງຕ່າງໆໃນທົ່ວປະເທດເພື່ອແຮໄວ້ໃນກໍລະນີສຸກເສີນ, ພ້ອມດຽວກັນນັ້ນພາກສ່ວນກ່ຽວຂ້ອງກໍຍັງມີຈັກສູບນ້ຳຂະໜາດໃຫຍ່ ແລະ ລົດນ້ຳເຄື່ອນທີ່, ເພື່ອກຽມພ້ອມໃຫ້ການຊ່ວຍເຫຼືອໃນກໍລະນີຈຳເປັນອື່ນໆ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...