Homeຂ່າວເຫດການງານບຸນຊ້າງປີ 2017 ນີ້ ຈະຈັດຂຶ້ນໃນວັນທີ 13-19 ກຸມພາ ມີຊ້າງເຂົ້າຮ່ວມ 68 ເຊືອກ

ງານບຸນຊ້າງປີ 2017 ນີ້ ຈະຈັດຂຶ້ນໃນວັນທີ 13-19 ກຸມພາ ມີຊ້າງເຂົ້າຮ່ວມ 68 ເຊືອກ

Published on

ງານມະຫາກຳບຸນຊ້າງທີ່ແຂວງໄຊຍະບູລີປີ 2017 ຈະຈັດຂຶ້ນໃນລະຫວ່າງກາງເດືອນກຸມພາໜ້ານີ້ ຂະນະທີ່ອຳນາດການປົກຄອງແຂວງເປີດເຜີຍວ່າຈະມີຊ້າງເກືອບ 70 ເຊືອກເຂົ້າຮ່ວມ ຫຼາກຫຼາຍກິດຈະກຳຊ້າງ ພ້ອມງານວາງສະແດງສິນຄ້າ ແລະສິລະປະວັນນະຄະດີ ທັງນີ້ກໍເພື່ອເປັນການສ້າງຄວາມປະທັບໃຈ ໃຫ້ກັບບັນດາແຂກກໍຄືນັກທ່ອງທ່ຽວ ທີ່ເຂົ້າຊົມຕະຫຼອດງານ ໄດ້ຕິດອົກຕິດໃຈກວ່າຄັ້ງຜ່ານໆມາ.
ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ໃນນາມປະທານຮັບຜິດຊອບການຈັດງານ ໄດ້ຖະແຫຼງຕໍ່ສື່ມວນຊົນໃນທ້າຍອາທິດຜ່ານມາວ່າ: ງານບຸນຊ້າງໄຊຍະບູລີເປັນງານເທສະການບຸນໃຫຍ່ຂອງແຂວງໄຊຍະບູລີ ໄດ້ສ່ອງແສງເຖິງປະຫວັດສາດຄວາມເປັນມາຂອງລາວ ໃນອະດີດ ທີ່ມີຊ້າງຈຳນວນຫຼວງຫຼາຍ ຈົນບໍ່ສາມາດນັບໄດ້, ບັນດາຊ້າງເຫຼົ່ານີ້ ພັດຕິດພັນກັບການດຳລົງຊີວິດ ຂອງປະຊາຊົນລາວ ບັນດາເຜົ່າຈົນໄດ້ຂະໜານນາມປະເທດຕົນເອງວ່າ: ລາວລ້ານຊ້າງ.

ສຳລັບການຈັດງານມະຫາກຳບຸນຊ້າງປີ 2017 ທາງແຂວງຈະໄດ້ຍົກລະດັບຂອງງານບຸນໃຫ້ສູງກວ່າປີກ່ອນໆ ໂດຍຈະເນັ້ນໜັກກິດຈະກຳຫຼັກໆ ຂອງງານບຸນແມ່ນ ຈະມີການສະເເດງຂອງຊ້າງຄຳຮູ້ ໃຫ້ມີຄວາມຫຼາກຫຼາຍຂຶ້ນເມື່ອທຽບໃສ່ຫຼາຍໆຄັ້ງຜ່ານມາ ເພື່ອໃຫ້ບັນດາແຂກທັງພາຍໃນ ແລະຕ່າງປະເທດໄດ້ຮັບຊົມ ມີຄວາມປະທັບໃຈ ແລະເພິ່ງພໍໃຈ.

ສ່ວນກຳນົດງານແມ່ນຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 13-19 ກຸມພາ ແຕ່ມື້ທາງການແມ່ນວັນທີ 17-19 ກຸມພາ 2017 ຊຶ່ງຈະມີຊ້າງເຂົ້າຮ່ວມ 68 ເຊືອກ ໂດຍພາຍໃນງານຈະມີກິດຈະກຳກ່ຽວກັບຊ້າງຫຼາຍລາຍການເຊັ່ນ: ຂະບວນແຫ່ຊ້າງ 68 ເຊືອກ, ປະກວດຊ້າງງາມບາສີສູ່ຂວັນຊ້າງ, ການສະເເດງຝຶກແອບຊ້າງ, ການຈັດງານລ້ຽງຊ້າງ ຫຼື ບຸບເຟຊ້າງ, ການເອົາຊ້າງອາບນ້ຳ, ການສະເເດງຊ້າງຄຳຮູ້, ການບໍລິການຂີ່ຊ້າງ ແລະອື່ນໆອີກຫຼາຍກິດຈະກຳ.

ນອກຈາກກິດຈະກຳ ຂອງຊ້າງຍັງມີ ການໂຄສະນາຂາຍສິນຄ້າປະເພດຕ່າງໆ ຈາກຫຼາຍພາກສ່ວນທັງພາຍໃນ ແລະຕ່າງປະເທດ, ການສະເເດງສິລະປະວັນນະຄະດີຈາກພາຍໃນແຂວງ, ຈາກກອງສິລະປະກອນແຫ່ງຊາດ ແລະກົມກອງຕ່າງໆ ໃນເເຕ່ລະຄືນມີການສະເເດງດົນຕີ ເທິງເວທີຂອງຜູ້ສະໜັບສະໜູນງານບຸນ ແລະພາກສ່ວນອື່ນໆຫຼາຍລາຍການ, ມີການສະເເດງວາງຂາຍຜະລິດຕະພັນ, ອາຫານພື້ນບ້ານທີ່ເປັນເອກະລັກຂອງທ້ອງຖີ່ນຢ່າງຫຼວງຫຼາຍ.

ດັ່ງນັ້ນ, ທ່ານຮອງເຈົ້າແຂວງໄຊຍະບູລີ ຈຶ່ງຂໍເຊີນຊວນບັນດາທ່ານກໍຄື, ນັກທ່ອງທ່ຽວຈາກພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວມາຊົມງານມະຫາກຳບຸນຊ້າງຢູ່ແຂວງໄຊຍະບູລີ ເມື່ອໄດ້ມາ ເຫັນມາຊົມແລ້ວບັນດາທ່ານຄົງຈະຕິດອົກຕິດໃຈ ມີຄວາມປະທັບໃຈໃນງານນີ້ ຫຼາຍກວ່າປີຜ່ານໆມາຢ່າງແນ່ນອນ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...