Homeນານາສາລະ8 ສັນຍານເຕືອນວ່າ ເຈົ້າດື່ມນໍ້າໜ້ອຍເກີນໄປ

8 ສັນຍານເຕືອນວ່າ ເຈົ້າດື່ມນໍ້າໜ້ອຍເກີນໄປ

Published on

ເຖິງແມ່ນວ່າແພດມັກຈະບອກ ໃຫ້ດື່ມນໍ້າໃນປະລິມານ ຕາມຄວາມຕ້ອງການຂອງຮ່າງກາຍທຸກມື້, ແຕ່ມີຫຼາຍຄົນກໍບໍ່ມັກກິນ ເພາະມັກຈະດື່ມນໍ້າໃນເວລາຄໍແຫ້ງເທົ່ານັ້ນ ແລະມັກດື່ມກາເຟ, ຊາ ລວມໄປເຖິງນໍ້າໝາກໄມ້ຫຼາຍກວ່າການດື່ມນໍ້າ, ຖ້າຫາກດື່ມນໍ້າບໍ່ພຽງພໍ ຈະເຮັດໃຫ້ຮ່າງກາຍມີອາການດັ່ງນີ້

  1. ສັງເກດຈາກການຖ່າຍເບົາ: ປົກກະຕິ ຄົນເຮົາດື່ມນໍ້າຕາມຄວາມເໝາະສົມມັກຈະຖ່າຍເບົາ 6-7 ເທື່ອ/ຕໍ່ ແຕ່ຖ້າໃຜຖ່າຍເບົາພຽງແຕ່ 2-3 ເທື່ອ/ມື້, ນັ້ນສະແດງວ່າເຈົ້າດື່ມນໍ້າໜ້ອຍເກີນໄປ, ຄວນດື່ມຫຼາຍກວ່ານີ້ອີກ
  2. ຜິວແຫ້ງ: ຜິວແຫ້ງອາດເກີດຈາກກຳມະພັນ ແຕ່ອີກສາເຫດໜຶ່ງແມ່ນຈາກການດື່ມນໍ້າໜ້ອຍເກີນໄປ ຈົນເຮັດໃຫ້ຜິວບໍ່ຊຸ່ມຊື່ນ
  3. ເຈັບຫົວ: ການເຈັບຫົວບາງຄັ້ງອາດເກີດມາຈາກຄວາມເຄັ່ງຄຽດ, ແຕ່ການຂາດນໍ້າຫຼາຍເກີນໄປ ຈົນບໍ່ມີນໍ້າໄປຫຼໍ່ລ້ຽງສະໝອງ ກໍເປັນສ່ວນໜຶ່ງຂອງການເຈັບຫົວ, ຫາກດື່ມນໍ້າຫຼາຍໆ ຕິດຕໍ່ກັນຫຼາຍມື້, ຈະເຮັດໃຫ້ສະໝອງປອດໂປ່ງ ຄິດຫຍັງກໍອອກ ແລະບໍ່ເຈັບຫົວອີກຕໍ່ໄປ
  4. ປາກແຫ້ງ: ເປັນອາການໜຶ່ງຂອງຄົນບໍ່ດື່ມນໍ້າເປັນຫຼາຍທີ່ສຸດ, ນອນຈາກຮີມປາກຈະແຫ້ງແລ້ວ ນໍ້າລາຍກໍຈະໜ້ອຍກວ່າຄົນປົກກະຕິ, ເຮັດໃຫ້ປາກເໝັນໄດ້ ແລະຄົນທີ່ດັດແຂ້ວ ອາດເຮັດໃຫ້ເກີດບາດແຜໃນປາກ ເຫຼັກຂູດດ້ານໃນຂອງປາກ
  5. ຫິວຕະຫຼອດເວລາ: ຫາກຮູ້ສຶກຫິວທັນທີຫຼັງຈາກກິນອາຫານແລ້ວ ໃຫ້ໝັ້ນໃຈເລີຍວ່າ ເຈົ້າດື່ມນໍ້າໜ້ອຍເກີນໄປ, ສາເຫດທີ່ຫິວບໍ່ແມ່ນເພາະຮ່າງກາຍຕ້ອງການຂອງຫວານ, ແຕ່ຮ່າງກາຍຕ້ອງການນໍ້າຕ່າງຫາກ ເພາະຮ່າງກາຍຕ້ອງຄາຍນໍ້າອອກມາ
  6. ວິນຫົວຕະຫຼອດເວລາ: ເພາະຮ່າງກາຍຂອງຄົນເຮົາມີການຄາຍນໍ້າຕະຫຼອດເວລາ, ຫາກກິນນໍ້າໜ້ອຍກວ່າທີ່ກຳນົດໄວ້ ອາດເຮັດໃຫ້ເຈົ້າເຈັບຫົວ ເພາະບໍ່ມີນໍ້າໄປຫຼໍ່ລ້ຽງສະໝອງ ຈົນເຮັດໃຫ້ຮ່າງກາຍບໍ່ສົມດູນ
  7. ສັງເກດສີຂອງນໍ້າປັດສະວະ: ເປັນອີກອາການໜຶ່ງທີ່ຄົນດື່ມນໍ້າໜ້ອຍເປັນ, ຫາກດື່ມນໍ້າຕະຫຼອດ ສີຂອງນໍ້າປັດສະວະນັ້ນຈະບໍເຂັ້ມຫຼາຍ ແລະຍັງບໍ່ມີກິ່ນອີກດ້ວຍ, ແຕ່ຖ້າດື່ມນໍ້າໜ້ອຍ ຈະເຮັດໃຫ້ສີນໍ້າປັດສະວະເຂັ້ມຫຼາຍ ກິ່ນຍັງເໝັນຫຼາຍອີກ
  8. ເກີດພາວະຂາດນໍ້າ: ຜູ້ທີ່ເປັນຮ່າງກາຍເກີດພາວະຂາດນໍ້າ ຈະມີບັນຫາກ່ຽວກັບການຂັບນໍ້າປັດສະວະ, ມັກເຈັບຫົວຕະຫຼອດ, ຄໍເລດເຕີລໍສູງເກີນໄປ ແລະທ້ອງຜູກອີກດ້ວຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...