Homeນານາສາລະສາກແບັດເຕີຣີ່ແບບໃດ ໃຫ້ຖືກຕ້ອງ

ສາກແບັດເຕີຣີ່ແບບໃດ ໃຫ້ຖືກຕ້ອງ

Published on

ສຳລັບການສາກແບັດເຕີຣີ່ທີ່ຖືກຕ້ອງ ເຮັດໃຫ້ແບັດເຕີຣີ່ມີການໃຊ້ງານດົນນັ້ນ ເຊິ່ງຫຼາຍຄົນຄົງເຄີຍໄດ້ອ່່ານຜ່ານມາແລ້ວ ແຕ່ຂໍ້ມູນຈາກແຕ່ລະບ່ອນມັກບໍ່ກົງກັນ ຈົນເກີດຄວາມສັບສົນວ່າ ຈະເຊື່ອຂໍ້ມູນຈາກແຫຼ່ງໃດແທ້, ມື້ນີ້ແອັດມິນ ຈຶ່ງໄດ້ເອົາວິທີການສາກແບັດໃຫ້ຖືກຕ້ອງ ເພື່ອວ່າເຮົາຈະມີແບັດທີ່ໃຊ້ງານໄດ້ດົນນານ ມາຝາກທຸກຄົນ

  1. ບໍ່ຄວນສາກປະໄວ້ຂ້າມຄືນສຳລັບການສາກຄັ້ງທຳອິດ: ຫຼາຍໆຄົນຄົງເຄີຍໄດ້ຍິນວ່າ ການສາກໂທລະສັບມືຖືຄັ້ງທຳອິດ ຄວນຈະສາກປະໄວ້ໝົດຄືນ ເຊິ່ງວິທີນີ້ ເໝາະສຳລັບແບັດເຕີຣີ່ແບບ Ni-MH ເທົ່ານັ້ນ, ແຕ່ໃນປັດຈຸບັນ ໂທລະສັບສ່ວນຫຼາຍໃຊ້ແບັດເຕີຣີ່ແບບ Li-Ion ສະນັ້ນ ຈະສາກ ຫຼືເຊົາສາກຕອນໃດກໍໄດ້
  2. ຫຼີກລຽງການໃຊ້ອຸປະກອນໃນເວລາສາກ: ທຸກຄັ້ງທີ່ສາກແບັດເຕີຣີ່ ເຄື່ອງຈະເກີດຄວາມຮ້ອນສູງ, ແຕ່ຖ້າຫາກເຮົາຫຼິ້ນໄປນຳ ສາກໄປນຳ ຈະເຮັດໃຫ້ມີການແບ່ງໄຟ ເຮັດໃຫ້ຕ້ອງເພີ່ມປະລິມານກະແສໄຟສູງຂຶ້ນ, ສົ່ງຜົນເຮັດໃຫ້ເຄື່ອງສູງກວ່າເກົ່າ ແລະເຮັດໃຫ້ແບັດເຕີຣີ່ເສື່ອມໄວ
  3. ຢ່າໃຊ້ງານຈົນແບັດເຕີຣີ່ໝົດຈົນເຫຼືອ 0% ການປ່ອຍໃຫ້ແບັດເຫຼືອ 0% ຈະເຮັດໃຫ້ແບັດເຕີຣີ່ເສື່ອມໄວຂຶ້ນ, ແຕ່ຖ້າຫາກຈຳເປັນຕ້ອງຊອກບ່ອນສາກໄວ ເພາະການສາກແບັດເຕີຣີ່ໃນຂະນະທີ່ແບັດເຫຼືອໜ້ອຍ ຈະເຮັດໃຫ້ແບັດເສື່ອມໄວກວ່າເກົ່າ
  4. ສາກຕະຫຼອດໄດ້ ແຕ່ບໍ່ຈຳເປັນຕ້ອງສາກຈົນເຕັມ: ແບັດເຕີຣີ່ແບບ Li-Ion ບໍ່ຈໍາເປັນຕ້ອງປະໃຫ້ແບັດເຕີຣີ່ເຫຼືອ 0% ແລ້ວຈຶ່ງສາກ ຈະສາມາດສາກໄດ້ເລີຍຕາມຄວາມຕ້ອງການ, ແຕ່ວ່າບໍ່ຄວນສາກຈົນເຕັມ 100% ແລະຄວນສາກເມື່ອແບັດເຕີຣີ່ຫຼຸດລົງຮອດລະດັບ 50%, ຖ້າແບັດຫາກຫຼຸດລົງເຫຼືອ 5-10% ແລ້ວສາກ ກໍບໍ່ຄວນເຮັດ
  5. ຢ່າເກັບອຸປະກອນໄວ້ໃນອຸນຫະພູມສູງ: ສຳລັບໃຜທີ່ມັກລືມໂທລະສັບໄວ້ໃນລົດຕະຫຼອດ, ຄວນຫຼີກລຽງພຶດຕິກຳດ່ວນ ເພາະຄວາມຮ້ອນຈະເຮັດໃຫ້ແບັດເຕີຣີ່ເສື່ອມໄວ, ນອກຈາກຄວາມຮ້ອນແລ້ວ ອຸນຫະພູມທີ່ເຢັນຫຼາຍ ກໍເຮັດໃຫ້ແບັດເຕີຣີ່ເສື່ອມໄດ້ໄວເຊັ່ນກັນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...