Home​ຂ່າວບັນເທິງສາວໆ The WOW LAO ໄປຮ່ວມສຳພາດໃນລາຍການ "ທັອກກະເທີຍ Tonight " ທາງຊ່ອງ ONE

ສາວໆ The WOW LAO ໄປຮ່ວມສຳພາດໃນລາຍການ “ທັອກກະເທີຍ Tonight ” ທາງຊ່ອງ ONE

Published on

ບັນເທີງດາລາ ກັບ ລາວໂພສຕ໌ມື້ນີ້ ແອັດມິນຈະມາຕິດຕາມການເຄື່ອນໄຫວຂອງບັນດາສາວໆຈາກລາຍການ The WOW LAO ຫຼັງຈາກໄດ້ຈົບ ຊີຊັ່ນ 1 ເມື່ອວັນທີ 6 ພະຈິກ ທີ່ຜ່ານມາ ແລະ ກໍ່ແມ່ນ ສາວເປ້ ຈາກ ທີມ ແອັງເຈີ ເລດີ້ ທີ່ສາມາດຄ້ວາຕຳແໜ່ງ The WOW LAO ຄົນທຳອິດຂອງປະເທດໄປຄອງ.

ຕ້ອງຂໍບອກເລີຍວ່າ ລາຍການນີ້ເປັນອີກໜ່ງລາຍການທີ່ຄົ້ນຫາດາວມາປະດັບວົງການບັນເທີງລາວ ແລະ ກໍ່ເຮັດແທ້ທຳຈິງ ເພາະຫຼັງຈາກສິ້ນສຸດການປະກວດ ສາວໆໃນລາຍການນີ້ກໍ່ມີງານກ່ຽວກັບການເດີນແບບ, ຖ່າຍແບບ ເຂົ້າມາໃຫ້ເຮັດຕະຫຼອດ ເຊິ່ງເຮົາສາມາດຕິດຕາມຜົນງານຂອງພວກນາງໄດ້ທີ່ເຟສບຸກເພສ The WOW LAO ແລະ ທີ່ຜ່ານມາມໍ່ໆນີ້ ກໍ່ມີ 3 ສາວສຸດແຊ໊ບຈາກລາຍການ The WOW LAO ນຳໂດຍ: ເປ້, ຕຸກ, ປຸກກີ້ ໄປຮ່ວມຖ່າຍທຳລາຍການ “ທັອກກະເທີຍ Tonight ” ທາງຊ່ອງ ONE ເຮົາຕ້ອງມາຕິດຕາມນຳກັນວ່າທັງ 3 ສາວ ຈະແຊ໊ບສຸດສະວິງສູ້ພິທີກອນ ປ໋ອມແປ໋ມ ເພິ່ນໄດ້ ຫຼື ບໍ່?

ເຊິ່ງທ່ານສາມາດຕິດຕາມໄດ້ທີ່ ລາຍການ “ທັອກກະເທີຍ Tonight ” ອອກອາກາດວັນອາທິດ, ເວລາ 22.30 ນາທີ ທາງຊ່ອງ ONE ແຕ່ຕອນນີ້ເຮົາມາເບິ່ງພາບ ແລະ ວິດີໂອໄຮໄລການຖ່າຍທຳເບື້ອງຫຼັງຂອງລາຍການ ເພື່ອອຸ່ນເຄື່ອງກັນກ່ອນ

 

ພາບ ແລະ ວິດີໂອຈາກ: The WOW LAO
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...