Homeນານາສາລະເຄັດລັບຄວາມງາມດ້ວຍ "ນໍ້າມວກ"

ເຄັດລັບຄວາມງາມດ້ວຍ “ນໍ້າມວກ”

Published on

ທຸກຄັ້ງທີ່ເຮົາຫຸງເຂົ້າ ຫຼືໜຶ້ງເຂົ້າ “ນໍ້າມວກ” ທີ່ເຫຼືອກໍຈະຖອກຖິ້ມໄປຢ່າງບໍ່ມີຄ່າ ແຕ່ຮູ້ບໍວ່າການເຮັດແບບນີ້ ຖືເປັນການຖິ້ມຄຸນປະໂຫຍດລົງທໍ່ຢ່າງໜ້າເສຍດາຍ, ຖ້າເຮົາສາມາດດຶງປະໂຫຍດທີ່ເຊື່ອງໄວ້ໃນນໍ້າມວກອອກມາໃຊ້ໄດ້ ເຊິ່ງປະໂຫຍດທີ່ວ່ານັ້ນ ມີດັ່ງນີ້:

# ປະໂຫຍດຂອງນໍ້າມວກ: ເປັນນໍ້າທີ່ໄດ້ຈາກການລ້າງເຂົ້າກ່ອນຈະໜຶ້ງ ຫຼືຈະຫຸງ ເຊິ່ງປົກກະຕິ ການລ້າງເຂົ້າກໍບໍ່ເກີນ 3-4 ຄັ້ງ ເຊິ່ງການລ້າງເຂົ້າຈະເຮັດໃຫ້ສານອາຫານບາງຢ່າງຫຼຸດອອກມານໍານໍ້າມວກ, ແຕ່ສ່ວນຫຼາຍຄົນມັກຈະຖອກຖິ້ມ ເຊິ່ງໃນນໍ້າມວກຈະມີແຫຼ່ງສະສົມຂອງສານອາຫານຫຼາຍຢ່າງດັ່ງນີ້:

  • ວິຕາມິນບີ 3 ມີສ່ວນຊ່ວຍໃນການທຳລາຍພິດ, ແອວກໍຮໍ ແລະຢາເສບຕິດ
  • ບິຕາມິນບີ 2 ມີສ່ວນຊ່ວຍປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ
  • ວິຕາມິນບີ 1 ມີປະໂຫຍດຕໍ່ການເຮັດວຽກຂອງສະໝອງ, ລະບົບປະສາດ, ລະບົບຍ່ອຍອາຫາ, ຫົວໃຈ ແລະກ້າມເນື້ອ.

ສານອາຫານທີ່ເວົ້າມາຂ້າງເທິງນີ້ ຈຶ່ງເຮັດໃຫ້ “ນໍ້າມວກ” ຖືກເອົາມາໃຊ້ໃຫ້ເປັນປະໂຫຍດດ້ວຍວິທີດັ່ງຕໍ່ໄປນີ້:

  1. ນໍ້າມວກຊ່ວຍໃຫ້ໜ້າໃສ: ການເອົານໍ້າມວກທີ່ສະອາດ ເຊິ່ງເປັນນໍ້າທີ 2-3 ມາລ້າງໜ້າທຸກມື້ໃນຕອນເຊົ້າ ແລະຕອນແລງ ຈະເຮັດໃຫ້ໜ້າສົດໃສ ເພາະນໍ້າມວກຈະຊ່ວຍຮັກສາສິວ, ຝ້າ, ກຳຈັດຄວາມມັນ, ຫຼຸດສິວ ເຮັດໃຫ້ໜ້າຂາວສົດໃສຂຶ້ນໄດ້
  2. ນໍ້າມວກຊ່ວຍໃຫ້ມືນຸ້ມ: ເວລາທີ່ເຈົ້າແຊ່ມື ໃນນໍ້າມວກ ເພື່ອທໍາຄວາມສະອາດເຂົ້າ, ເມັດເຂົ້າ ແລະນໍ້າມວກ ຈະຊ່ວຍເຮັດໃຫ້ມືນຸ້ມຂຶ້ນໄດ້
  3. ນໍ້າມວກຊ່ວຍໃຫ້ຜົມງາມ: ການເອົານໍ້າມວກມາສະຜົມ ກ່ອນຈະສະຢາສະຜົມ ຈະຊ່ວຍໃຫ້ຜົມງາມຊ່ວຍບຳລຸງໜັງຫົວ ແລະເຮັດໃຫ້ບໍ່ມີລັງແຄໄດ້, ຖ້າຫາກເອົາມາປະສົມໝາກຂີ້ຫູດ ຍິ່ງເຮັດໃຫ້ໄດ້ຜົນດີຂຶ້ນອີກ
  4. ນໍ້າມວກຊ່ວຍລ້າງຜັກໝາກໄມ້ໄດ້: ການເອົານໍ້າມວກມາລ້າງຜັກ, ໝາກໄມ້ ຈະຊ່ວຍໃຫ້ກໍາຈັດສານພິດທີ່ຕົກຄ້າງໄດ້.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...