spot_img
Homeຂ່າວພາຍ​ໃນທົ່ວປະເທດມີໂຮງງານຜະລິດຢາ 11 ແຫ່ງ ແຕ່ການຜະລິດບໍ່ທັນພຽງພໍ

ທົ່ວປະເທດມີໂຮງງານຜະລິດຢາ 11 ແຫ່ງ ແຕ່ການຜະລິດບໍ່ທັນພຽງພໍ

Published on

ໃນທົ່ວປະເທດມີໂຮງງານຜະລິດ ຢາທັງໝົດ 11 ແຫ່ງ ຄື ໂຮງງານຜະລິດຢາ ເລກ2, ເລກ 3, CBF, ໂກດູ ຟາ, KPN, ຕົງເມິງ, ຈີນຊຽງ, ຢາຕາ ແຂວງສະຫວັນນະເຂດ, SVP, ຜ້າບັ້ງ-ເຂັມສັກຢາ ແລະ ໂຮງງານຜະລິດຢາ Greater Pharma ເຊິ່ງແຕ່ລະໂຮງງານ ໄດ້ຮັບການຢັ້ງຢືນ GMP (ຂະບວນການທີ່ດີ ໃນການຜະລິດອາຫານ) ຈາກກົມ ແລະ ກະຊວງສາທາລະນະສຸກ.

ກອງກວດກາອາຫານ ແລະ ຢາ ເປີດເຜີຍ ໃນກອງປະຊຸມອາຫານ ແລະ ຢາ ທົ່ວປະເທດຄັ້ງທີ VIII ວ່າ: ໃນ 11 ໂຮງງານນີ້ ສ່ວນໃຫຍ່ເຄື່ອນໄຫວ ໃນຂອບຂອງກົດໝາຍ ຢາ ແລະ ຂໍ້ກຳນົດວ່າ ດ້ວຍການຜະລິດຢາ ຂອງກະຊວງສາທາລະນະສຸກ ເປັນຢ່າງດີ, ຜະລິດຕະພັນສ່ວນໃຫຍ່ ຂອງໂຮງງານ ໄດ້ຮັບອະນຸຍາດ ຈາກກົມ, ກະຊວງ ແລະ ໄດ້ຮັບການຂຶ້ນທະບຽນຢາ, ຫລາຍໂຮງງານ ມີຄວາມມຸ່ງໝັ້ນ ໃນການປັບປຸງຄຸນ ນະພາບຂອງຜະລິດ ຕະພັນພາຍໃນ, ມີການປັບປຸງ ລະບົບຮັກສາປະກັນ ຄຸນນະພາບຢ່າງຕໍ່ເນື່ອງ, ປັບປຸງ ແລະ ສ້າງລະບົບເອກະສານ, ບຳລຸງຍົກລະດັບ ພະນັກງານຢ່າງເປັນປົກກະຕິ ແລະ ໄດ້ຮັບການຢັ້ງຢືນ GMP ຈາກກົມ, ກະຊວງສາທາລະນະສຸກ, ການນຳເຂົ້າວັດຖຸດິບ, ເຄມີ, ເຄື່ອງຫຸ້ມຫໍ່ແມ່ນໄດ້ ຮັບການອະນຸຍາດ ຈາກຂະແໜງສາທາລະນະສຸກ, ຜະລິດຕະພັນ ສຳເລັດຮູບຜ່ານການຜະລິດມີການຈຳໜ່າຍ ໄປຕາມລະບຽບຫລັກການທີ່ກຳນົດ.

ເຖິງວ່າມີຫລາຍໂຮງງານ ແຕ່ຜ່ານການສຳຫລວດ ກວດກາຕົວຈິງ ຂອງກົມນີ້ເຫັນວ່າ ບາງໂຮງງານ ຍັງບໍ່ສາມາດດຳເນີນ ການເຄື່ອນໄຫວຜະລິດ ຫລື ຜະລິດແຕ່ບໍ່ຕໍ່ເນື່ອງ, ສະພາບໂຮງງານເກົ່າແກ່, ຄວາມເຂົ້າໃຈ ຂອງພະນັກງານ ຕໍ່ມາດຖານຄຸນນະພາບ ແລະ ຄວາມຮັບຜິດຊອບ ຍັງບໍ່ທັນສູງ, ງົບປະມານ ໃນການບູລະນະຮັກສາ ສ້ອມແປງອາຄານ ສິ່ງອຳນວຍ ຄວາມສະດວກຈຳກັດ, ບາງໂຮງງານຊຸດໂຊມ ນຳໃຊ້ວັດຖຸ ອຸປະກອນປະຖົມປະຖານບໍ່ສອດຄ່ອງ ກັບລະບຽບ GMP, ຜົນຜະລິດສ່ວນໃຫຍ່ ແມ່ນນຳໃຊ້ພາຍໃນ, ຄວາມສາມາດໃນການແຂ່ງຂັນ ກັບຕ່າງປະເທດຍັງບໍ່ມີ, ມາດຖານຄຸນນະພາບ ການຜະລິດພາຍໃນ ຍັງບໍ່ສາມາດທຽບ ໄດ້ກັບບັນດາ ປະເທດອາຊຽນ ທີ່ພັດທະນາ.
ກອງປະຊຸມຍັງຍົກໃຫ້ເຫັນວ່າ ປັດຈຸບັນການຜະລິດ ຢາຮັບໃຊ້ພາຍໃນ ຍັງບໍ່ທັນພຽງພໍ, ຂະນະທີ່ຢາຜະລິດພາຍໃນ ກໍມີລາຄາແພງກວ່າຢານຳເຂົ້າ, ການຊຸກຍູ້ສົ່ງເສີມຜູ້ຜະລິດ ພາຍໃນຍັງບໍ່ທັນສູງ. ດັ່ງນັ້ນຕົວແທນ ຈາກບັນດາໂຮງງານ ຜະລິດຢາ ຈຶ່ງສະເໜີໃຫ້ ລັດຖະບານລົງທຶນ ສົ່ງເສີມບັນດາໂຮງງານ ທີ່ມີຊື່ສຽງເກົ່າແກ່ທີ່ເປັນ ຂອງລັດໃຫ້ໄດ້ຮັບ ການພັດທະນາ ຄຽງຄູ່ກັບການເກັບ ພາສີ-ອາກອນ ທີ່ເໝາະສົມ.
ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...