ຜູ້ທີ່ຈະບວດເປັນພະພິກຂຸນັ້ນເພິ່ນເອີ້ນວ່າ: ນາກ ແປຕາມ ຄວາມໝາຍຂອງສັບໄດ້ແກ່ຜູ້ປະເສີດຜູ້ບໍ່ມີບາບໝາຍຄວາມວ່າຜູ້ທີ່ຈະບວດນັ້ນເປັນຜູ້ບໍລິສຸດຜຸດຜ່ອງ.
ສະໄໝກ່ອນຊາຍພະເນຈອນເຄີຍໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າສູ່ຟັງວ່າ: ກ່ອນຈະເອີ້ນວ່ານາກນັ້ນໄດ້ມີຕໍານານກ່າວໄວ້ວ່າຍັງມີພະຍານາກຕົນໜຶ່ງມີຄວາມເຫຼື້ອມໃສໃນພະພຸດທະສາສະໜາແລ້ວປອມກາຍເປັນມະນຸດມາບວດແຕ່ໃນເມື່ອພະພິກຂຸຕົນນັ້ນນອນຫຼັບໄປຮ່າງກາຍກໍເລີຍກາຍເປັນນາກ, ເມື່ອພິກຂຸທັງຫຼາຍເຫັນແນວນັ້ນຈິ່ງໄດ້ນໍາເອົາເລື່ອງດັ່ງກ່າວນັ້ນເຂົ້າໄປທູນແດ່ພະພຸດທະເຈົ້າເມື່ອພະພຸດທະອົງຊົງສອບຖາມເຫັນເປັນຄວາມຈິງ ຈິ່ງໄດ້ໃຫ້ສິກອອກໄປເລີຍໂດຍໄດ້ຕັດວ່າເຈົ້າເປັນສັດເດຍລະສານຈະມາບວດໃນພະພຸດທະສາສະໜາບໍ່ໄດ້. ສ່ວນພະຍານາກມີຄວາມອາໄລໃນເພດບວດຫຼາຍທີ່ສຸດຈິ່ງໄດ້ຂາບທູນພະພຸດທະອົງວ່າ: ເຖິງແມ່ນວ່າຈະບໍ່ໄດ້ຄອງເພດເປັນສົງກໍຕາມແຕ່ຂໍຝາກຊື່ໄວ້ຄືຜູ້ໃດທີ່ຈະເຂົ້າມາບວດໃນພະພຸດທະສາສະໜານັ້ນຂໍໃຫ້ເອີ້ນວ່າ: ນາກເປັນຊື່ຂອງຜູ້ທີ່ຈະບວດ ແລະ ນັບຕັ້ງແຕ່ນັ້ນມາຈິ່ງໄດ້ເອີ້ນວ່າ: ນາກ.
– ປະເພນີໃນການເຄນນາກແຕ່ຄາວກ່ອນນັ້ນ, ກ່ອນຈະເຖິງມື້ ບວດ 15 ມື້ ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຫຼື ວ່າເຈົ້າສັດທາຜູ້ທີ່ຈະເອົານາກບວດນັ້ນຈະໄດ້ຈັດແຈງເອົາຂັນຫ້າແລ້ວພາເອົາຜູູູູູູ້ທີ່ຈະບວດນັ້ນໄປວັດແລ້ວເຄນຂັນຫ້າມອບໃຫ້ນາກຮຽນຄອງນາກ ແລະ ຂໍ້ວັດວິໄນສົງອື່ນໆທີ່ຈໍາເປັນເພື່ອຈະໄດ້ນໍາໃຊ້ໃນເມື່ອບວດແລ້ວ, ການມອບໝາຍນາກໃຫ້ໄດ້ຮຽນນັ້ນເອີ້ນວ່າ: ເຄນນາກ. ພໍພະສົງຮັບເອົາຂັນແລ້ວກໍລັ່ນຄ້ອງລັ່ນກອງເພື່ອປະກາດໃຫ້ຜູ້ອື່ນຮັບຮູູ້ ແລະ ອະນຸໂມທະນາສາທຸການເອົາບຸນນໍາກັນ.
– ປະເພນີໃນການປ່ອຍນາກ ນັ້ນ, ເມື່ອນາກໄດ້ຮໍ່າຮຽນຄອງນາກ ແລະ ມີຄວາມຮູ້ຕ່າງໆແດ່ແລ້ວ, ກ່ອນຈະບວດສອງ-ສາມມື້ເພິ່ນເປີດໂອກາດໃຫ້ນາກນັ້ນໄປສົມມາຄາລະວະພໍ່ແມ່ພີ່ນ້ອງ ຫຼື ໄປຂໍຂະມາລາໂທດຕໍ່ຜູ້ຫຼັກຜູ້ໃຫຍ່ທີ່ເຄົາລົບນັບຖື ແລະ ບອກລາໝູ່ຄູ່ຕະຫຼອດຈົນການຊໍາລະໜີ້ສິນເພື່ອວ່າບວດແລ້ວຈະບໍ່ໄດ້ກັງວົນໃນເວລາບໍາເພັນສະມະນະທໍາ ຫຼື ວຽກງານຂອງສາດສະໜາອື່ນໆການເຮັດແນວນັ້ນເອີ້ນວ່າ: ການປ່ອຍ ນາກ.
– ກອງບວດໄດ້ແກ່ກອງບຸນທີ່ປະກອບດ້ວຍສະມະນະບໍລິຂານຂອງພະຜູ້ທີ່ບວດໃໝ່ນັ້ນເອງການບວດນັ້ນ, ເພິ່ນນິຍົມຕັ້ງກອງບວດເພື່ອເປັນການສົມໂພດສະຫຼອງ ແລະ ໃຫ້ຍາດຕິພີ່ນ້ອງໄດ້ມາຮ່ວມເອົາບຸນນໍາກັນ, ຖ້າໃນກໍລະນີກອງບວດມີຫຼາຍໆກອງຈະຈັດຕັ້ງຢູ່ວັດຮ່ວມກັນກໍໄດ້ ຫຼື ຢູ່ບ່ອນໃດບ່ອນໜຶ່ງທີ່ສະດວກ ແລະ ເໝາະສົມ, ທັງນີ້ກໍເພື່ອຄວາມສະດວກໃນການນິມົນພະສົງມາໃນພິທີ. ການປະກອບພິທີຕັ້ງບຸນຕອນແລງເວລາ 4-5 ໂມງ ມີການສູດປະລິດຕະມຸງຄຸນແລ້ວກໍຟັງເທດໜຶ່ງກັນ, ຕອນກາງຄືນມີການຄົບ ງັນຕາມປະເພນີ, ຕອນເຊົ້າມື້ໃໝ່ຖວາຍສັງຄະທານແລ້ວກໍສູດຂວັນນາກຈາກນັ້ນຈິ່ງມີການແຫ່ກອງບວດ.
– ປະເພນີໃນການແຫ່ນາກນັ້ນແມ່ນເຮັດຕາມຖານະຂອງເຈົ້າສັດທາ, ບາງສັດທາກໍເອົາມ້າແຫ່, ບາງສັດທາກໍແຫ່ກັນໄປດ້ວຍການຍ່າງ, ການແຫ່ດ້ວຍມ້ານັ້ນຄົງຖື ກັນວ່າຕອນເຈົ້າຊາຍສີທັດຖະອອກບວດນັ້ນກໍໄດ້ຂີ່ມ້າກັນຖະກະສະເດັດອອກໄປ, ຖ້າຕັ້ງກອງຢູ່ບ້ານກໍແຫ່ແຕ່ບ້ານໄປຫາວັດ, ຖ້າຕັ້ງກອງຢູ່ວັດກໍແຫ່ອ້ອມສິມນັ້ນໂລດ.
ກ່ຽວກັບຄວາມໝາຍ, ປະຫວັດຄວາມເປັນມາ, ພິທີການບວດ ແລະ ການແຫ່ນາກຕ່າງໆທີ່ໄດ້ກ່າວມານັ້ນແມ່ນມີຄວາມສໍາຄັນຫຼາຍສໍາລັບຄົນລາວຊາວພຸດທຸກຄົນທີ່ພວກເຮົາບໍ່ຄວນເບິ່ງຂ້າມ ແລະ ພ້ອມກັນອະນຸລັກຮັກສາຮີດເກົ່າຄອງເດີມນີ້ໄວ້ໃຫ້ລູກໃຫ້ຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮໍ່າຮຽນເອົາໄວ້ເພື່ອສືບທອດໃຫ້ຄົນລຸ້ນໃໝ່ຕໍ່ໆກັນໄປ.
ທີ່ມາຈາກ: http://www.sedthakid.la/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!