ບັນດາຊີ້ນສັດທີ່ເປັນແຫຼ່ງ ໂປຣຕີນທີ່ເຮົານຳມາປະກອບອາຫານຊີ້ນໝູນັບເປັນຊີ້ນສັດທີ່ຄົນລາວມັກນິຍົມນຳມາເຮັດອາຫານເພື່ອຮັບປະທານຖ້າເປັນຊີ້ນໝູສ່ວນທີ່ມີໄຂມັນຕິດໜ້ອຍໜຶ່ງແຮງມັກ.
ຊີ້ນໝູນຳມາປະກອບອາຫານໄດ້ຫຼາຍເມນູເຊັ່ນ: ແກງ, ປີ້ງ, ຈືນ ແລະອົບ ຫຼື ປຸງຮັບປະທານແບບດິບເຊັ່ນ: ລາບ ແລະກ້ອຍຖ້ານຳມາປຸງໃຫ້ສຸກກ່ອນ ກໍສາມາດຮັບປະທານໄດ້ບໍ່ມີບັນຫາຫຍັງ ແຕ່ຖ້ານຳມາຮັບປະທານດີບໆໂດຍບີບໝາກນາວ ຫຼື ນຳແອວກໍຮໍມາຖອກໃສ່ແລ້ວເຊື່ອວ່າຊີ້ນໝູຈະສຸກແລ້ວນັ້ນ ອາດເປັນອັນຕະລາຍຕໍ່ຮ່າງກາຍໄດ້. ແຕ່ຄວາມຈິງແລ້ວຊີ້ນໝູດິບ ຫຼື ລວມທັງການໃຊ້ມືຈັບຊີ້ນດີບໆ ໂດຍບໍ່ໄດ້ລ້າງມືແລ້ວໄປຢິບຈັບອາຫານຊະນິດອື່ນທີ່ປຸງສຸກແລ້ວເຂົ້າປາກຮ່າງກາຍເຮົາອາດໄດ້ຮັບເຊື້ອພະຍາດເຂົ້າໄປໄດ້. ເຊື້ອໂລກທີ່ວ່າເຊັ່ນ: ສແຕບຟິໂລຄອດຄັສອໍເລຍສແບັກທີເຣຍທີ່ຈະເລີນເຕີບໂຕໄດ້ ດີໃນສະພາບທີ່ມີອອກຊີເຈນຫຼາຍກວ່າໃນສະພາບບໍ່ມີອອກຊີເຈນໃນໄລຍະອຸນຫະພູມທີ່ເໝາະສົມໃນການເຕີບ ໂຕ 35-40 ອົງສາ, ປົກກະຕິຈະມີຊີວິດຢູ່ໄດ້ໃນອາກາດ, ຝຸ່ນລະອອງ, ຂີ້ເຫຍື້ອ, ນໍ້າປົນເປື້ອນໃນອາຫານຈຳພວກຊີ້ນສັດ ແລະ ຜະລິດຕະພັນຊີ້ນສັດປີກເຊັ່ນ: ໄຂ່ໄກ່, ນົມ, ສະລັດ, ໂກໂຣນີ ເປັນຕົ້ນ.
ເຊື້ອໂລກຊະນິດນີ້ສາມາດຜະລິດສານພິດທີ່ເອີ້ນວ່າເອນເທີໂຣທອກຊິນ ທີ່ເປັນສາເຫດເຮັດໃຫ້ເກີດໂລກອາຫານເປັນພິດຜູ້ທີ່ຕິດເຊື້ອໂລກຊະນິດນີ້ຈະມີອາການປວດຮາກ, ຮາກ, ວິນຫົວ, ເປັນຕະຄິວໃນຊ່ອງທ້ອງ ແລະ ອ່ອນເພຍ. ຜົນປະກົດວ່າຊີ້ນໝູທຸກຕົວຢ່າງພົບເຊື້ອສແຕບຟິໂລຄອດຄັສອໍເລຍສປົນເປື້ອນເຫັນແບບນີ້ແລ້ວມີທາງເລືອກດຽວຄືຕ້ອງປຸງໃຫ້ສຸກທຸກຄັ້ງກ່ອນນຳມາຮັບປະທານເພື່ອຄວາມປອດໄພ
ຂ່າວ: ເສດຖະກິດ-ສັງຄົມ