spot_img
Homeຂ່າວການພັດທະນາກວດເຫັນລາຍຮັບຫົວໜ່ວຍງົບປະມານ ບໍ່ມອບເຂົ້າລັດຫຼາຍກວ່າ 8 ຮ້ອຍຕື້ກີບ

ກວດເຫັນລາຍຮັບຫົວໜ່ວຍງົບປະມານ ບໍ່ມອບເຂົ້າລັດຫຼາຍກວ່າ 8 ຮ້ອຍຕື້ກີບ

Published on

ວັນ​ທີ 30 ພະຈິກ 2016 ທີ່ອົງການ​ກວດ​ສອບ​ແຫ່ງ​ລັດ ທ່ານນາງ ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ​ກ່ຽວກັບ​ບົດ​ລາຍ​ງານ​ຜົນ​ການ​ກວດສອບ ​ບົດ​ສະຫຼຸບ​ຂາດ​ຕົວ​ການ​ຈັດຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ​ສົກ​ປີ 2014-2015 ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 2 ຂອງສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ວ່າ: ສັງ​ລວມ​ດ້ານ​ດີ​ຜົນ​ການຈັດຕັ້ງ​ປະຕິ​ບັດ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ​ສົກ​ປີ 2014-2015 ເຊິ່ງລັດຖະບານ​ໄດ້​ມີ​ຄຳ​ສັ່ງ​ວ່າ​ດ້ວຍການຈັດຕັ້ງ​ຜັນ​ຂະຫຍາຍ ​ມະຕິກອງ​ປະຊຸມ​ເປີດ​ກວ້າງ​ວຽກ​ງານ ກວດ​ສອບ​ແຫ່ງ​ລັດ ​ປະຈຳ​ປີ 2015 ໃຫ້​ບັນດາ​ຫົວໜ່ວຍ​ທີ່​ຄຸ້ມຄອງ​ງົບປະມານ​ການ​ເງິນ​ແຫ່ງລັດ ບັນດາ​ຫົວໜ່ວຍ​ງົບປະມານ ໄດ້​ໃຫ້​ຄວາມ​ຮ່ວມ​ມື​ໃນ​ການ​ຈັດຕັ້ງ​ຜັນ​ຂະຫຍາຍ​ແຈ້ງ​ການ ​ສະບັບເລກ​ທີ 656/​ຫສນຍ ເຊິ່ງ​ອົງການກວດ​ສອບ​ແຫ່ງ​ລັດ​ ໄດ້​ສົມທົບ​ກັບອົງການ​ກວດກາ​ລັດຖະບານ ເພື່ອ​ລົງ​ກວດກາ​ຄືນ​ລາຍ​ຮັບ​ທີ່ກວດ​ເຫັນ​ເພີ່ມ ສາມາດ​ເກັບ​ໄດ້ໃນ​ເບື້ອງ​ຕົ້ນ​ມອບ​ຄືນ​ເຂົ້າ​ງົບ​ປະມານ​ແຫ່ງ​ລັດ ຜ່ານ​ລະບົບ​ຄັງເງິນ​ແຫ່ງ​ຊາດ​ປະຈຳ 5 ແຂວງ ຈຳນວນ 209,06 ຕື້​ກີບ ກະຊວງການ​ເງິນ ​ໄດ້​ແກ້​ໄຂ​ສະ​ສາງ​ເງິນ ຈຳນວນ 443,26 ຕື້​ກີບ ໃນ​ນີ້ ບັນຊີ​ເງິນ​ຝາກ​ອົງການ​ບໍລິຫານ​ວິຊາ​ການ (ບັນຊີ 471) ອອກ​ຄຳສັ່ງ​ແນະນຳ​ການຈັດຕັ້ງ​ປະຕິບັດດຳລັດ ​ວ່າ​ດ້ວຍ​ຄັງ​ເງິນ​ແຫ່ງ​ຊາດ ເພື່ອ​ໃຫ້​ສາມາດ​ຄຸ້ມ​ຄອງ​ທຸກແຫຼ່ງ​ເງິນ​ຂອງ​ລັດ​ລວມ​ສູນ​ ເຂົ້າບັນຊີ​ງົບປະມານ​ແຫ່ງ​ລັດ ໂດຍຜ່ານ​ລະບົບ​ຄັງ​ເງິນ​ແຫ່ງ​ຊາດ ແລະ ດັດແກ້​ເງິນ​ລາຍ​ຮັບ​ເກີນແຜນ​ຂອງ​ສົກ​ປີ 2012-2013 ຈຳນວນ 192,94 ຕື້​ກີບ ທີ່​ໄດ້​ສະຫຼຸບເປັນ​ລາຍ​ຮັບ​ຂອງ​ສົກ​ປີ 2013-2014 ເຂົ້າ​ເປັນ​ແຫຼ່ງ​ດຸ່ນ​ດ່ຽງ​ງົບປະມານ​ແຫ່ງ​ລັດ.

ການ​ກວດ​ສອບ​ລາຍ​ຮັບ-ລາຍຈ່າຍ​ງົບປະມານ​ແຫ່ງ​ລັດ ເຊັ່ນ: ດ້ານ​ລາຍ​ຮັບ ອົງການ​ກວດ​ສອບໄດ້​ກວດ​ເຫັນ​ການ​ເພີ່ມ​ລາຍ​ຮັບຂອງ​ຫົວໜ່ວຍ​ງົບປະມານ​ຂັ້ນ​ສູນກາງ ແລະ ທ້ອງຖິ່ນ​ບໍ່​ໄດ້​ມອບເຂົ້າ​ງົບປະມານ​ແຫ່ງ​ລັດ ​ຈຳນວນ 814,44 ຕື້​ກີບ ດ້ານ​ລາຍ​ຈ່າຍກວດ​ສອບ​ເຫັນ​ຫົວໜ່ວຍ​ງົບ​ປະມານ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ໄດ້​ເອົາ​ເງິນ​ລາຍ​ຮັບ​ທີ່​ກວດ​ສອບເຫັນ​ເພີ່ມ​ໄປ​ຈ່າຍ​ນອກ​ແຜນ​ງົບປະມານ​ແຫ່ງ​ລັດ​ຈຳນວນ 406,28 ຕື້​ກີບ ການ​ຊຳລະ​ໜີ້ສິນ​ໂຄງການ​ລົງທຶນ​ຂອງ​ລັດ ນອກ​ແຜນ​ງົບປະມານ​ແຫ່ງ​ລັດ ດ້ວຍ​ຮູບ​ແບບ​ການ​ອວ່າຍ​ໜີ້ 3 ແຈ ຈຳນວນ 827,05 ຕື້​ກີບ ຄັງເງິນ​ແຫ່ງ​ຊາດ​ປະຈຳ​ສູນ​ກາງ ​ໄດ້ຈ່າຍ​ເງິນ​ທົດ​ແທນ​ບັນຊີ​ເງິນ​ຝາກ ອົງການ​ບໍລິຫານ​ວິຊາ​ການ​ນອກ ແຜນ​ງົບປະມານ​ແຫ່ງ​ລັດ​ຈຳນວນ 149,45 ຕື້​ກີບ ລາຍ​ຈ່າຍລ່ວງ​ໜ້າ​ຢູ່​ຄັງ​ເງິນ​ແຫ່ງ​ຊາດ ​ປະຈຳ​ສູນ​ກາງ ແລະ ທ້ອງຖິ່ນ ​ຈຳນວນ 788,81 ຕື້​ກີບ ເປັນ​ລາຍຈ່າຍ​ນອກ​ແຜນ​ງົບປະມານ​ແຫ່ງລັດ.

ຜົນ​ການ​ກວດ​ສອບ​ການ​ລະເມີດ​ວິໄນ​ແຜນການ-ການ​ເງິນ ໄດ້​ກວດ​ສອບ​ເຫັນ​ຫົວໜ່ວຍ​ງົບປະມານ​ຈຳ​ນວນ​ໜຶ່ງ ​ມີ​ເງິນ​ຍອດເຫຼືອ​ໃນ​ບັນຊີ​ເງິນ​ຝາກ ​ບໍ່​ໄດ້​ສະສາງ​ມອບ​ເຂົ້າ​ງົບປະມານ​ແຫ່ງລັດ ບໍ່​ສາມາດ​ເລັ່ງ​ທວງ​ໜີ້​ຕ້ອງຮັບ ແລະ ການຈັດຕັ້ງ​ປະຕິບັດລາຍ​ຈ່າຍ​ໂຄງການ​ລົງທຶນ​ຂອງລັດ ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ເຊັ່ນ: ຍອດ​ເຫຼືອ​ໃນ​ບັນຊີເງິນ​ຝາກ​ບໍ່​ໄດ້​ສະ​ສາງ​ມອບ​ເຂົ້າງົບປະມານ​ແຫ່ງ​ລັດ ກວດ​ເຫັນຍອດ​ເຫຼືອ​ໃນ​ບັນຊີ​ເງິນ​ຝາກ​ພາຍຫຼັງ​ປິດ​ສົກ​ງົບປະມານ 2014-2015 ຍັງ​ບໍ່​ໄດ້​ຮັບ​ການ​ສະ​ສາງມອບ​ເຂົ້າ​ງົບປະມານ​ແຫ່ງ​ລັດ ​ຈຳນວນ 947,15 ຕື້​ກີບ ໜີ້​ຕ້ອງ​ຮັບງົບປະມານ​ແຫ່ງ​ລັດ​ຫົວໜ່ວຍ​ງົບປະມານ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ບໍ່​ສາມາດ​ເລັ່ງ​ທວງ​ເອົາ​ເງິນທີ່​ມີ​ໃນ​ບັນຊີ​ໜີ້​ຕ້ອງ​ຮັບ​ ມອບ​ເຂົ້າງົບປະມານ​ແຫ່ງ​ລັດ​ທັນ​ຕາມ​ກຳນົດ​ເວລາ​ຈຳນວນ 923,16 ຕື້​ກີບ ການ​ຍົກເວັ້ນຫຼຸດຜ່ອນ​ພາສີ ແລະ ຄິດໄລ່​ອາກອນກວດ​ສອບ ເຫັນ​ການ​ຍົກເວັ້ນຫຼຸດຜ່ອນ​ພາສີ​ອາກອນ​ປະເພດ​ນ້ຳມັນ​ເຊື້ອ​ໄຟ ພາຫະນະ ແລະ ຄ່າ​ຊັກ​ພິເສດ​ໄມ້ ຂາ​ອອກ​ຈຳນວນ 2.407,28 ຕື້ກີບ ກວມ​ເອົາ 46,41% ຂອງລາຍ​ຮັບ​ພາສີ ກົມ​ພາສີ ແລະ ຂະແໜງການ​ອື່ນໆ​ກໍ່​ພົບ​ເຫັນເຊັ່ນ​ດຽວ​ກັນ.

 

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...