spot_img
Homeປະເພນີ-ວັດທະນະທຳການກຳເນີດຂອງຮີດຄອງປະເພນີລາວ

ການກຳເນີດຂອງຮີດຄອງປະເພນີລາວ

Published on

ຮີດຄອງປະເພນີລາວໄດ້ກຳເນີດມາແຕ່ສະໄໝບູຮານນະການ ແລະ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະສະໄໝເຈົ້າຟ້າງຸ່ມມະຫາລາດເປັນຕົ້ນມາ ປະຊາຊົນລາວທຸກເຜົ່າສາມັກຄີກັນ, ຮ່ວມແຮງຮ່ວມໃຈສ້າງປະເທດຊາດ, ສ້າງພື້ນຖານວັດທະນະທຳ, ສົ່ງເສີມພູມປັນຍາຂອງປະຊາຊົນ ໂດຍແມ່ນສາສະໜາສະຖານເປັນສູນກາງທາງດ້ານວັດທະ ນະທຳ, ເປັນໂຮງຮຽນ, ເປັນສູນບຳລຸງຈິດໃຈ, ເປັນຫໍພິພິຕະພັນ ທັງເປັນບ່ອນທຳບຸນສິນກິນທານ. ພະສົງສາມະເນນ ແລະ ປະຊາຊົນໄດ້ປະຕິບັດພາລະບົດບາດ, ໜ້າທີສຳຄັນໃນການອະນຸລັກ ແລະ ເຜີຍແຜ່ມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຢ່າງຕັ້ງໜ້າຈົນກາຍເປັນຊັບສົມບັດອັນລ້ຳຄ່າຂອງຊາດລາວເຮົາ.

ຄຳວ່າ “ ຮີດ ” ແມ່ນຄຳທີ່ໄດ້ມາຈາກພາສາບາລີໃນຄຳວ່າ “ ຈາຣິຕະ ” ຊຶ່ງມີຄວາມໝາຍວ່າ ຂະນົມທຳນຽມປະເພນີທີ່ເຄີຍປະຕິບັດສຶບຕໍ່ກັນມາໃນແຕ່ລະເດືອນໃນຮອບໜຶ່ງ ປີ ( 12ເດືອນ ), ຊຶ່ງໃນບົດລາຍງານຂອງພວກເຮົາສະບັບນີ້ຈະໄດ້ນຳສະເໜີໃຫ້ຮູ້ພຽງແຕ່ 3ເດືອນ ( ຄືເດືອນເຈັດ, ແປດ ແລະ ເກົ້າ ) ດັ່ງຕໍ່ໄປນີ້:

I. ເດືອນ ເຈັດ ບຸນລ້ຽງມະເຫສັກຫຼັກເມືອງ.
ໃນໜັງສືຮີດ 12 ຄອງ 14 ກ່າວໄວ້ວ່າ “ ເດືອນ 7 ບູຊາເທວະດາໃນວຽງ ແລະ ນອກວຽງ ” ແລະ ໃນຄອງ 14 ຂອງທ້າວພະຍາກໍ່ກ່າວໄວ້ຄືກັນວ່າ “ ເປັນທ້າວພະຍາ ເຖີງລະດູເດືອນ 7 ແລ້ວ ໃຫ້ລ້ຽງເທພາຮັກ ມະເຫສັກຫຼັກເມືອງ ຫູເມືອງ, ຕາເມືອງ, ທະລົງເມືອງ ຕາມຄອງ 14 ແລ້ວໃຫ້ເຊີນເທວະດາອາຮັກມະເຫສັກເຂົ້າມາສຳຮະບ້ານເມືອງ ປ້ອງກັນອັນຕະລາຍຝ່າຍມິດສາທິດຖິ ເພຶ່ອບໍ່ໃຫ້ເກີດໂພຍໄພຈົນຕາຍ ດ້ວຍມິດສາທິດຖິໄດ້ດັ່ງນີ້
ຂໍ້ຄວາມທີ່ກ່າວມາໃນຮີດ 12 ຄອງ 14 ຂອງທ້າວພະຍາແຕ່ຫຍໍ້ໆນີ້ ກໍ່ພໍແລເຫັນແລ້ວວ່າ ເຖີງລະດູເດືອນ 7 ແມ່ນໃຫ້ທຳການລ້ຽງຜີບ້ານຜີເມືອງ ຕາມແບບພວກຖືຜີ ຫຼື ລັດທິສາສະໜາພາມ ອັນເປັນຮີດຄອງປະເພນີເກົ່າແກ່ທີ່ເຄີຍເຮັດມາ ກ່ອນໄດ້ນັບຖືພຸດທະສາສະໜາ ຕົ້ນເຫດທີ່ຈະມີປະເພນີລ້ຽງຜີບ້ານຜີເມືອງນັ້ນ ມີກ່າວໄວ້ໃນຄຳພີ ປີສາຈະປະກະລະ ນຳຈຶ່ງຈະຂໍນຳມາເລົ່າສູ່ຟັງແບບຫຍໍ້ໆດັ່ງນີ້:

ແຕ່ຄັ້ງປາງປະຖົມຫົວທີ ມີພະຍາອົງໜຶ່ງ ນາມວ່າ ພາລະລາດ ສະເຫວີຍລາຊະສົມບັດຢູ່ເມືອງຈັກກະພັດຕິນະຄອນ ພະຍາພາລະລາດ ມີລູກສາວໜຶ່ງຄົນຊື່ວ່າ ນາງປະພາພານ ຕໍ່ມາເກີດນ້ຳຖ້ວມເມືອງ ພະຍາພາລະລາດ ຈື່ງເອົາລູກສາວຂື້ນໃສ່ເຮືອ ແລ້ວເອົາເຊືອກຍາວໆນັບເປັນຮ້ອຍວາ ລ່າມເຮືອໄວ້ ພໍນ້ຳຖ້ວມມາເຮືອຂອງນາງກໍ່ລອຍຂື້ນຕາມນ້ຳຜົນສຸດທ້າຍເຊືອກເລີຍຂາດ ແລ້ວເຮືອກໍ່ໄປຄ້າງຢູ່ຝັ່ງໃກ້ປ່າໃຫຍ່ ອັນເປັນເມືອງຂອງພວກປີສາດ (ຜີ) ເວລານັ້ນພະຍາປີສາດຕົນໜຶ່ງຊື່ວ່າ ກັນລະປະໄລ ມາເຫັນນາງຢູ່ໃນເຮືອຄົນດຽວ ກໍ່ເລີຍຮັບເອົາເປັນເມຍ ແລ້ວພະຍາປີສາດກັນລະປະໄລ ໄດ້ປຸກຫໍໃຫ້ນາງຢູ່ໃນປ່ານັ້ນເອງ ຕໍ່ມາມີພະຍາອົງໜຶ່ງຊື່ວ່າ ກິສະນຸລາດ ຢູ່ເມືອງ ຕີນະຄອນ ອອກໄປທ່ຽວຫາຍິງເນື້ອ (ລ້າສັດ) ໄດ້ໄປເຫັນນາງປະພາພານ ຢູ່ໃນຫໍແຕ່ຜູ້ດຽວ ກໍ່ເລີຍຮັບເອົາໄປເປັນເມຍ. ຝ່າຍພະຍາປີສາດກັນລະປະໄລ ກັບມາບໍ່ເຫັນນາງ ແລະ ກໍ່ຮູ້ວ່າ ແມ່ນພະຍາກິສະນຸລາດລັກເອົາໄປ ຈຶ່ງໄດ້ເກນເອົາກອງທັບຜີໄປໂຈມຕີເມືອງຕີນະຄອນ ພະຍາປີສາດບອກໃຫ້ແມ່ທັບ 4 ນາຍ ໄປບັນດານໃຫ້ຄົນເມືອງຕີນະຄອນມີອາການຕ່າງໆເຊັ່ນ:
1. ທັບໜຶ່ງໄປເຮັດໃຫ້ພວກແມ່ມານອອກລູກຕາຍ.
2. ທັບໜຶ່ງໄປຫຼອກຫຼອນ ໃຫ້ຄົນເຫັນເຫດການປະຫຼາດຕ່າງໆ.
3. ທັບໜຶ່ງໄປເຮັດໃຫ້ຄົນເກີດພະຍາດ ເຈັບທ້ອງ, ເຈັບຕາ, ເປັນໄຂ້… .
4. ທັບໜຶ່ງໄປເຮັດໃຫ້ງົວ ຄວາຍເກີດພະຍາດ ເປັນຮາລົ້ມຕາຍລົງ.

ແລະໃນຄາວນັ້ນມີພະລືສີຕົນໜຶ່ງຊື່ວ່າ ມະຫາໂຄດົມ ມີຄວາມສົງສານປະຊາຊົນພົນລະ ເມືອງ ຈຶ່ງເຂົ້າມາບອກພະຍາກິສະນຸລາດວ່າ ພະອົງໄປລັກເອົາເມຍຂອງຜີມາ ດັ່ງນີ້ຜີມັນມາເລວ ກຸກກວນບ້ານເມືອງໃຫ້ເດືອດຮ້ອນ ພະອົງຈົງຮີບຟ້າວຈັດການລ້ຽງຜີອາຮັກຫຼັກເມືອງໃຫ້ຊ່ວຍປ້ອງກັນຈຶ່ງຈະພົ້ນໄພ ພະຍາກິສະນຸລາດບໍ່ເຊື່ອ ແຕ່ກໍ່ບໍ່ຂັດຂວາງ ຍອມໃຫ້ພະລືສີຈັດການປ້ອງກັນເມືອງ ພະລືສີຈຶ່ງໄປຫາເສນາບໍດີຄົນໜຶ່ງ ຊຶ່ງເປັນຄົນສຸຈະລິດ ມາເປັນຜູ້ຈັດການ ໂດຍປຸກສາລາເທພະຮັກ (ຫໍຜີ) ຂື້ນກາງເມືອງແລ້ວໃຫ້ເສນາບໍດີຄົນໜຶ່ງອີກເອົາຍັນໄປຕິດໄວ້ຕາມປະຕູເມືອງ ແລະ ນອກເມືອງ ແລ້ວຈຶ່ງລ້ຽງເກືອຜີອາຮັກຫຼັກເມືອງເຫຼົ່ານັ້ນ ດ້ວຍເຂົ້າປາອາຫານ ແລະ ເຫຼົ້າຢາທົ່ວທຸກແຫ່ງ ສ່ວນພະລືສີເອງກໍ່ໄດ້ເສກມົນໃສ່ດີນຊາຍ ແລະ ຫີນແຮ່ ແລ້ວເອົາຫວ່ານໄວ້ອ້ອມເມືອງ.

ໃນຄາວນັ້ນແມ່ທັບຜີທັງ 4 ກໍ່ພາພົນຍົກມາ ພໍມາຮອດບ່ອນພະລືສີຫວ່ານແຮ່ຫວ່ານຊາຍ ກໍ່ເຂົ້າມາບໍ່ໄດ້ ຝ່າຍຜີເມືອງໄດ້ຮັບເຄື່ອງຂອງທີ່ຄົນເສັ່ນສວງບູຊາແລ້ວກໍ່ດີໃຈຈຶ່ງຊວນກັນອອກໄປຕໍ່ສູ້ຈົນຈັບແມ່ທັບຜີທັງ 4 ນາຍໄດ້ ຝ່າຍພະຍາປີສາດ ກັນລະປະໄລໄດ້ຊາບຂ່າວນັ້ນກໍ່ຍິ່ງພິໂລດໂກດກ້າ ແລ້ວກໍ່ຍົກພົນມາອີກ ແຕ່ກໍ່ຖືກພວກຜີອາຮັກຫຼັກເມືອງຈັບໄດ້ອີກ ແລ້ວນຳເອົາໄປຖວາຍຕົວຕໍ່ພະຍາກິສະນຸລາດ, ພະຍາມີນ້ຳໃຈເມດຕາບໍ່ໃຫ້ຂ້າ ມີແຕ່ໃຫ້ສາບານ ແລ້ວກໍ່ປ່ອຍໄປ ແຕ່ນັ້ນມາບ້ານເມືອງກໍ່ຢູ່ເຢັນເປັນສຸກ ຍ້ອນຜີອາຮັກຫຼັກເມືອງຊ່ວຍປ້ອງກັນ ຕໍ່ມາອີກ ພະຍາພາລະລາດບິດາຂອງນາງປະພາພານ ໄດ້ຊາບຂ່າວວ່າ ພະຍາກິສະນຸລາດໄດ້ລູກສາວຂອງຕົນໄປ ແຕ່ບໍ່ມາບອກມາເລົ່າກໍ່ມີຄວາມຄຽດ ຈຶ່ງຍົກທັບໄປຕີເມືອງຂອງພະຍາກິສະນຸລາດ, ພະຍາກິສະນຸລາດໄດ້ຊາບຂ່າວວ່າ ຂ້າເສີກມາຮ້ອມພະນະຄອນ ຈຶ່ງຈັດການລ້ຽງຜີອີກເພື່ອຂໍໃຫ້ຊ່ວຍປ້ອງກັນເມືອງ ພວກຜີອາຮັກຫຼັກເມືອງຈຶ່ງໄປເຮັດໃຫ້ກອງທັບຂອງພະຍາພາລະລາດ ເກີດເຈັບໄຂ້ໄດ້ພະຍາດ ໄພ່ພົນທະຫານ ແລະ ຊ້າງມ້າພາຫະນະ ລົ້ມຕາຍລົງເປັນອັນມາກ ຈົນພະຍາພາລະລາດຈຳຕ້ອງຂໍຍອມຜູກໄມຕີກັບພະຍາກິສະນຸລາດ ແລ້ວກໍ່ເລີກທັບກັບໄປ ແຕ່ນັ້ນມານະຄອນທັງສອງກໍ່ຢູ່ເຢັນເປັນສຸກກັນທົ່ວໜ້າ.

ຕາມເລື່ອງທີ່ກ່າວມານີ້ ສະແດງໃຫ້ເຫັນວ່າ ການລ້ຽງຜີບ້ານຜີເມືອງນັ້ນ ກໍ່ເພື່ອໃຫ້ຜີຊ່ວຍປ້ອງກັນບ້ານເມືອງ ປ້ອງກັນຄວາມເຈັບໄຂ້ໄດ້ພະຍາດ ອັນມັກເປັນໃນລະດູຟ້າໃໝ່ຝົນໃໝ່ ຄືລະຫວ່າງເດືອນ 7 ນັ້ນເອງ ເພາະໃນສະໄໝບູຮານ ເມື່ອທີ່ຄົນຍັງບໍ່ຮູ້ຈັກຕົ້ນເຫດຂອງພະຍາດ ແລະ ວິທີປ້ອງກັນ ຫຼື ຢາກັນພະຍາດຄືທຸກວັນນີ້ ກໍ່ເຂົ້າໃຈວ່າ ພະຍາດຕ່າງໆທີ່ຕິດແປດກັນໄດ້ງ່າຍເຊັ່ນ: ໂລກອະຫິວາ, ໂລກຕາແດງ, ຖອກທ້ອງ… ແມ່ນຜີເຮັດໃຫ້ທັງໝົດທັງມວນ. ຈຶ່ງພາກັນຫາວິທີປ້ອງກັນໂດຍການລ້ຽງຜີບ້ານໄວ້ໃຫ້ສູ້ກັບຜີປ່າ. ສ່ວນໃນມື້ເຮັດພິທີບຸນລ້ຽງຜີບ້ານຜີເມືອງນັ້ນ ກໍ່ໃຫ້ສົມມຸດວ່າຜູ້ໜຶ່ງເປັນ ຕາຜ້າຂາວ ຫຼື ພະລືສີ ຫວ່ານແຮ່ຫວ່ານຊາຍໄລ່ຜີ ແຮ່ນັ້ນຫວ່ານໃຫ້ຖືກຫົວຜີ ຊາຍນັ້ນຫວ່ານໃຫ້ເຂົ້າຕາຜີ ແລະ ບາງບ້ານກໍ່ຍິງປືນໄລ່ໃຫ້ຜີຢ້ານເປັນຕົ້ນ.
ມີອີກຢ່າງໜຶ່ງໃນການລ້ຽງຜີບ້ານຜີເມືອງ ຫຼື ຜີປູ່ຕານີ້ ເພິ່ນມັກມີດອກບົວໃຫ່ຍບູຊາ ດອກບົວນັ້ນກໍແມ່ນລິງຄະນັ້ນເອງ ລັດທິນີ້ກໍຄົງສຶບເນື່ອງມາຈາກການນັບຖື ພະສິວະລິງ ຕາມແບບຢ່າງຂອງພວກພາມຄືກັນ ແລະ ໃນລະດູເດືອນ 7 ນີ້ ພວກນັບຖືຜີຟ້າຜີແຖນ ກໍ່ນິຍົມລ້ຽງຜີຟ້າຜີແຖນໃນລະດູນີ້ເຊັ່ນດຽວກັນ ຈຶ່ງເປັນສິ່ງທີ່ໜ້າຄິດວ່າ ທຳນຽມລ້ຽງຜີ, ຖືຜີນີ້ ຄົງມາຈາກເຄົ້າໂຄງດຽວກັນ.

II. ເດືອນແປດ ບຸນເຂົ້າວັດສາ (ເຂົ້າພັນສາ).
ໃນມື້ເດືອນແປດເພັງເປັນມື້ພະສົງເຂົ້າຈຳວັດສາ. ຄຳວ່າ “ ວັດສາ ຫຼື ພັນສາ ” ແປວ່າ ຝົນ ຫຼື ລະດູຝົນ. ພະສົງຈະຕ້ອງຈຳວັດສາ ຕະຫຼອດ 3 ເດືອນເຕັມຄື: ເລິ່ມແຕ່ ເດືອນ 8 ເພັງ ເຖີງ ເດືອນ 11 ເພັງ. ພະສົງຈຳວັດສາຢູ່ວັດ, ບໍ່ໃຫ້ໄປທ່ຽວ – ໄປນອນຄ້າງຄືນບ່ອນອື່ນແບບບໍ່ຈຳເປັນ ເຊິ່ງເປັນວິໄນຂອງພະສົງໂດຍສະເພາະ. ມື້ເຂົ້າພັນສາຊາວພຸດທັງຫຼາຍພ້ອມກັນຫໍ່ເຂົ້າຕົ້ມ, ເຮັດເຂົ້າ ໜົມ, ເຄຶ່ອງພັນສາໄປຕັກບາດຖວາຍແດ່ພະສົງຢູ່ວັດຢ່າງເປັນຂະບວນຄຶກຄື້ນ.
ບຸນເຂົ້າວັດສາ (ພັນສາ) ມີຄວາມເປັນມາດັ່ງນີ້:
ເວົ້າເຖີງເລຶ່ອງເຂົ້າວັດສາ ກໍ່ເລີຍຈະເວົ້າເຖີງນົກຈັກກະພາກ ຫຼື ນົກຊາຍກວາກ ກໍ່ເພາະວ່ານົກ ຊາຍກວາກ ມັນກໍ່ເຂົ້າວັດສາຄືກັນ. ສ່ວນເລຶ່ອງພະສົງເຂົ້າວັດສານັ້ນມີມູນເຫດທີ່ພະພຸດທະເຈົ້າ ໄດ້ຊົງ ບັນຍັດໃຫ້ມີການເຂົ້າວັດສານັ້ນ ກໍ່ຍ້ອນໃນສະໄໝໜຶ່ງ ສະໄໝທີ່ພະພຸດທະເຈົ້າຍັງມີພະຊົນຊີບຢູ່ນັ້ນຄື ກ່ອນ 2515 ປີມາແລ້ວເຫີງນານ ຄາວໜື່ງເປັນລະດູຝົນ ພະພິກຄຸສົງທີ່ເປັນລູກສິດຂອງພະພຸດທະເຈົ້າ ໄດ້ພາກັນທ່ອງທ່ຽວໄປມາຕາມໝູ່ບ້ານ ແລະ ເມືອງຕ່າງໆ ໃນການທຽວໄປໆມາໆນັ້ນໄດ້ຢຽບຄັນນາຕາ ກ້າຂອງຊາວບ້ານຈົນເພພັງເປັນຢ່າງຫຼວງຫຼາຍ ພວກຊາວບ້ານຈຶ່ງພາກັນຈົ່ມດ່າວ່າໃຫ້ສາລະພັດວ່າ ບໍ່ ຮູ້ຈັກຢຸດຢັ້ງຢູ່ກັບບ່ອນກັບທີ່ ຕັ້ງແຕ່ສັດລາງຈຳພວກ ພວກມັນຍັງຮູ້ຈັກຢຸດຢັ້ງໃນລະດູຝົນ ອັນນີ້ຄົນ ແທ້ໆ ຍັງບໍ່ຮູ້ຈັກ.
ພະພຸດທະເຈົ້າໄດ້ຟັງຄຳຕຳນິຕິຕຽນ ຂອງຊາວບ້ານດັ່ງນີ້ ຈຶ່ງຊົງອະນຸຍາດໃຫ້ພະພິກຂຸສົງເຂົ້າ ວັດສາ ຄືຢຸດພັກໃນລະດູຝົນເປັນເວລາ 3 ເດືອນ ເລິ່ມນັບແຕ່ມື້ແຮມ 1 ຄໍ່າເດືອນ 8 ໄປຈົນຮອດມື້ ແຮມ 1 ຄໍ່າເດືອນ 11 ກຳນົດນີ້ແມ່ນວັນເຂົ້າວັດສາໃນປີທຳມະດາ ( ຄືໃນປີທີ່ບໍ່ຕື່ມເດືອນ 8 ອັນຮຽກວ່າ 8 ສອງຫົນ ). ເພິ່ນຮຽກວ່າ “ ປຸຣິມິກາວັດສູປະນາຍິກາ ” ແປວ່າ ວັນເຂົ້າວັດສາຕົ້ນ, ຖ້າປີໃດມີເດືອນ 8 ສອງເດືອນ ໃຫ້ເຂົ້າວັດສາໃນມື້ແຮມ 1 ຄໍ່າເດືອນຫຼັງ (ເດືອນ 8 ຄັ້ງທີ່ 2) ອັນນີ້ ຮຽກວ່າ “ ປັດສິມິກາວັດສູປະນາຍິກາ ” ແປວ່າ ວັນເຂົ້າພັນສາຫຼັງ.
ສ່ວນສະຖານທີ່ທີ່ຈະເຂົ້າວັດສານັ້ນ ເພິ່ນໃຫ້ເຂົ້າຢູ່ໃນບ່ອນທີ່ມີເຄຶ່ອງມຸງ, ເຄຶ່ອງບັງພໍກັນຝົນໄດ້ ຫ້າມບໍ່ໃຫ້ເຂົ້າ ຕາມຮົ່ມໄມ້, ໂກນໄມ້, ໃນແອ່ງໃນໄຫເປັນຕົ້ນ.
ໃນຂະນະທີ່ເຂົ້າຈຳວັດສານີ້ ແມ່ນບໍ່ໄດ້ໄປໃສມາໃສ ເປັນໂອກາດໃຫ້ພະພິກຂຸສົງໄດ້ທ້ອນໂຮມກັນ ແລ້ວກໍ່ໄດ້ພ້ອມກັນທຳກິດຈະການອັນເປັນປະໂຫຍດແກ່ ຕົນເອງ ແລະ ຊາວບ້ານ, ມີການສຶກສາຮໍ່າຮຽນ ໄດ້ປະຕິບັດທຳ, ໄດ້ປະຊຸມປຶກສາຫາລືກັນເປັນຕົ້ນ. ໃນສ່ວນປະຊາຊົນຊາວບ້ານກໍ່ໄດ້ຮັບການເທສະນາໂອບໂຮມສັ່ງສອນ ແລະ ຍັງເປັນໂອກາດດີທີ່ຊາວບ້ານຈະໄດ້ມາຮ່ວມກັນເຮັດບຸນ ເພາະສະນັ້ນໃນມື້ກ່ອນເຂົ້າວັດສາ 1 ວັນຄືວັນເພັງ ເດືອນ 8 ພວກຊາວບ້ານຈິ່ງພ້ອມກັນມາທຳບຸນຕັກບາດ ຖວາຍພັດຕາຫານ ແກ່ພະພິກຂຸສາມະເນນ ທີ່ຈະເຂົ້າວັດສາໃນວັດນັ້ນ ຂອງທານທີ່ສຳຄັນໃນມື້ເຂົ້າວັດສານອກຈາກ ອາຫານບິນທະບາດທຳມະດາແລ້ວກໍ່ຍັງມີ “ ຜ້າອາບນ້ຳຝົນ ” ໃນວິໄນຂອງສົງຮຽກວ່າ “ ວັດສິກະ ສາຕະກະ ” ຜ້າອາບນ້ຳຝົນກໍ່່ຄືຜ້າທີ່ໃຊ້ນຸ່ງອາບນ້ຳໃນລະດູຝົນ ນີ້ແມ່ນພະພຸດທະເຈົ້າໄດ້ທົງອະນຸຍາດເປັນພິເສດ ໃຫ້ພະພິຂຸສົງໃຊ້ສະເພາະໃນຍາມຝົນເທົ່ານັ້ນ.

ຕາມທຳມະດາໃນລະດູຝົນ 3 ເດືອນ ທີ່ພະພິຂຸສົງຢູ່ຈຳວັດສານີ້ ເພິ່ນຫ້າມບໍ່ໃຫ້ພະພິຂຸສົງໄປນອນຄ້າງຄືນຢູ່ບ່ອນອື່ນ ນອກຈາກວັດ ຫຼື ບ່ອນທີ່ຕົນຕັ້ງໃຈ (ອະທິຖານໄວ້) ແລະ ເຂົ້າຢູ່ໃນມື້ຈຳວັດສາມື້ທຳອິດ ເວັ້ນເສຍແຕ່ມີຄວາມຈຳເປັນແທ້ໆ ທົງອະນຸຍາດໃຫ້ໄປນອນຄ້າຄືນບ່ອນອື່ນໄດ້ບໍ່ກາຍ 7 ວັນ, ເຫດຈຳເປັນທີ່ອະນຸຍາດໃຫ້ໄປນັ້ນມີດັ່ງນີ້:
1. ພໍ່ແມ່ ຫຼື ເພື່ອນນັກບວດນຳກັນເຈັບໄຂ້ ໄປພະຍາບານຮັກສາໄດ້.
2. ເພື່ອນນັກບວດນຳກັນ ມີຄວາມກະສັນ(ຕ້ອງການ)ຢາກສິກ ໄປໂອບໂຮມໃຫ້ເຊົາຢາກສິກກໍ່ໄດ້.
3. ມີກິດຈະການອັນສຳຄັນເກີດຂື້ນເປັນຕົ້ນວ່າ ກຸຕິເພ ແລ້ວໄປຫາເອົາສຳພາລະ, ອຸປະກອນມາສ້ອມແປງກໍ່ໄດ້.
4. ຊາວບ້ານອື່ນ ເມືອງອື່ນ ຕ້ອງການທຳບຸນແລ້ວມານິມົນ ໄປສະໜອງສັດທາເຂົາກໍ່ໄດ້.
5. ທຸລະອື່ນໆ ນອກຈາກທີ່ກ່າວມານີ້ ຖ້າເປັນເລື່ອງທີ່ສຳຄັນ ແລະ ຈຳເປັນກໍ່ອະນຸໂລມໃຫ້ໄປໄດ້.
ພະພິກຂຸຜູ້ໃດ ຈຳວັດສາໃນວັດໃດ ຫຼື ບ່ອນໃດໜຶ່ງແລ້ວ ໜີໄປຄ້າງຄືນບ່ອນອື່ນພຽງຄືນ
ດຽວນອກຈາກເຫດຈຳເປັນທີ່ກ່າວມາຂ້າງເທິງແລ້ວ ຮຽກວ່າ “ ຂາດວັດສາ ຫຼື ວັດສາຂາດ ” ຕ້ອງອາບັດທຸກກົດ ແລະ ບໍ່ໄດ້ຮັບ ອານິສົງ ( ຂາດວັດສາ ແລະ ຕ້ອງອາບັດທຸກກົດນັ້ນ ກໍ່ບໍ່ແມ່ນໂທດໜັກໜາສັງດອກ ພຽງແຕ່ປີນັ້ນບໍ່ນັບເອົາຊື່ໆ ແລະ ບໍ່ໄດ້ຮັບຂໍ້ອະນຸຍາດພິເສດ 5 ຂໍໍ້ ຄືອານິສົງທໍ່ນັ້ນຫຼະ ) ອັນຕະລາຍນັ້ນມີຄື:
1. ຖືກໂຈນ ຫຼື ສັດຮ້າຍມາບຽດບຽນ.
2. ບ່ອນຢູ່ຖືກໄຟໄໝ້ ຫຼື ນ້ຳຖ້ວມ ເພພັງຈົນຢູ່ບໍ່ໄດ້.
3. ໄພຕ່າງໆທີ່ເກີດຂື້ນໃນຂໍ້ 1 ແລະ 2 ນັ້ນເກີດຂື້ນໃນໝູ່ບ້ານທີ່ຕົນອາໄສຢູ່, ໄປບິນທະບາດ
ຊາວບ້ານອົບພະຍົກໜີໄປກໍ່ສາມາດໜີໄປນຳເຂົາໄດ້.
4. ອຶດຢາກອາຫານເຫຼຶອປະມານ ທົນບໍ່ໄດ້, ແຕ່ຖ້າພໍທົນໄດ້ໃຫ້ທົນຢູ່ຕໍ່ໄປ.
5. ມີແມ່ຍິງມາຍຸຍວນກວນໃຈ ຫຼື ພີ່ນ້ອງມາຍຸແຫຍ່ໃຫ້ສິກ ໜີໄປກໍ່ໄດ້.
6. ພະພິກຂຸສົງວັດອຶ່ນພວມຈະແຕກກັນ ຫຼື ແຕກກັນແລ້ວໄປເພື່ອລະງັບກໍ່ໄດ້.
ອານິແຫ່ງການຈຳວັດສາ.
ປະໂຫຍດທີ່ໄດ້ຮັບຈາກການຈຳວັດສາ ຮຽກວ່າ “ ອານິສົງ ”
ອານິສົງແຫ່ງການຈຳວັດສານີ້ແມ່ນຂອງພະພິກຂຸສາມະເນນ ບໍ່ແມ່ນອານິສົງຂອງອອກຕົນຍາດໂຍມ ຍາດໂຍມໄດ້ອານິສົງ ຫຼື ໄດ້ບຸນ ຍ້ອນພະພິກຂຸສາມະເນນເຂົ້າວັດສານັ້ນກໍ່ມີແຕ່ໄດ້ໃຫ້ທານ, ຮັກສາສີນຟັງເທດ ໄປເມືອງສະຫວັນທໍ່ນັ້ນ ( ຖ້າມີ ) ສ່ວນພະພິກຂຸສາມະເນນແມ່ນໄດ້ອານິສົງໃນທັນຕາ ນັບແຕ່ວັນອອກວັດສາໄປເປັນເວລາ 1 ເດືອນ ຄືໄດ້ຮັບປະໂຫຍດໂດຍຍົກເວັ້ນບໍ່ໃຫ້ຕ້ອງໂທດ 5 ຂໍ້ຕາມວິໄນດັ່ງນີ້:
1. ຕາມທຳນຽມພະພິກຂຸຈະອອກຈາກວັດໄປບ່ອນອື່ນ ຕ້ອງໄດ້ລາພະພິກຂຸ ຫຼື ສາມະເນນທີ່ມີຢູ່ໃນວັດນັ້ນເສຍກ່ອນ ຖ້າບໍ່ລາ ຕ້ອງອາບັດປາຈິດຕີ ຖ້າໄດ້ຈຳວັດສາຄົບ 3 ເດືອນ ໂດຍບໍ່ຂາດແລ້ວ ບໍ່ລາກໍ່ໄດ້.
2. ຕາມທຳນຽມພະພິກຂຸ ຕ້ອງມີຜ້າ 3 ຜືນຄື: ຜ້າສະບົງ ( ຜ້ານຸ່ງ ), ຈີວອນ ( ຜ້າຄຸມ ), ສັງຄາຕິ ( ຜ້າຊ້ອນນອກ ) ຢູ່ສະເໝີ ຈະໄປນອນຄ້າງຄືນບ່ອນໃດ ຕ້ອງໄດ້ເອົາໄປນຳທັງ 3 ຜືນ ແຕ່ເມື່ອໃດຈຳວັດສາແລ້ວ ເອົາໄປນຳແຕ່ 2 ຜືນກໍ່ໄດ້.
3. ພະພິກຂຸຈະສັນເຂົ້າ ນັ່ງອ້ອມວົງເປັນໝູ່ກັນ ແຕ່ 3 ຄົນຂື້ນໄປບໍ່ໄດ້ ຕ້ອງອາບັດ ແຕ່ຖ້າຈຳວັດສາແລ້ວ ນັ່ງສັນເປັນໝູ່ກໍ່ໄດ້.
4. ທຳນຽມພະພິກຂຸ ແມ່ນມີຜ້າປະຈຳຕົວແຕ່ 3 ຜືນ ຖ້າໄດ້ຜືນອື່ນມາກໍ່ຮັກສາໄວ້ໄດ້ພຽງແຕ່ 10 ວັນທໍ່ນັ້ນ ແຕ່ເມື່ອໄດ້ຈຳວັດສາແລ້ວ ຈະເກັບໄວ້ຫຼາຍໆຜືນກໍ່ໄດ້.
5. ທຳນຽມຂອງພະພິກຂຸ ເມື່ອມມີລາບຄື ຜ້າຈີວອນເກີດຂື້ນໃນວັດຕ້ອງແຈກຢາຍກັນຕາມລະດັບພັນສາຄື ຜູ້ແກ່ຕ້ອງໄດ້ກ່ອນ ແລະ ຖ້າມີພະພິກຂຸວັດອື່ນມາເຊົານຳ ແລະ ຖ້າຜູ້ມາເຊົານັ້ນວັດສາແກ່ກ່ວາກໍ່ຕ້ອງແຈກໃຫ້ກ່ອນ ແຕ່ເມື່ອໄດ້ຈຳວັດສາແລ້ວ ຈະແຈກໃຫ້ຜູ້ທີ່ຈຳວັດສາໃນວັດ ດຽວກັນນັ້ນກ່ອນກໍ່ໄດ້.
ນີ້ແມ່ນອານິສົງແຫ່ງການຈຳວັດສາທີ່ພະພິກຂຸສາມະເນນໄດ້ຮັບ ແລະ ໄດ້ຮັບຢູ່ພຽງ 1 ເດືອນ
ຄືນັບແຕ່ມື້ແຮມ 1 ຄໍ່າ ເດືອນ 11 ໄປເຖີງເດືອນ 12 ເພັງທໍ່ນັ້ນ ແຕ່ກໍ່ຍ້ອນໄດ້ຈຳວັດສາແລ້ວນີ້ອີກ ຈຶ່ງເປັນໂອກາດໃຫ້ພະພິກຂຸໄດ້ຮັບຜຜ້າກະຖີນ ໃນລະຫວ່າງແຕ່ອອກວັດສາແລ້ວໄປເຖີງເດືອນ 12 ເພັງ ອັນເປັນເຫດໃຫ້ອາຍຸຂອງອານິສົງ 5 ປະການນັ້ນ ຍຶດອອກໄປເຖີງເດືອນ 4 ເພັງນຳອີກ.

III. ເດືອນເກົ້າ – ບຸນເຂົ້າປະດັບດີນ.
ມາຮອດມື້ເດືອນ 9 ດັບຄືເດືອນ 9 ແຮມ 14 ຄໍ່າ ປະຊາຊົນລາວທົ່ວປະເທດ ຈົນຕະຫຼອດເຖີງຄົນໄທ ພາກອິສານ ຈະພາກັນເຮັດບຸນປະເພນີຢ່າງໜຶ່ງ ຮຽກວ່າ “ ບຸນເຂົ້າປະດັບດີນ ” ຫຼື ຕາມ ພາສາພື້ນບ້ານ ຮຽກວ່າ “ ບຸນຫໍ່ເຂົ້ານ້ອຍ ” ເປັນປະເພນີສຶບຕໍ່ກັນມາແຕ່ບູຮານນະການເກົ່າແກ່ປາງໃດກໍ່ບໍ່ມີໃຜຮູ້ແນ່ຊັດເທື່ອ ແຕ່ຫາກພາກັນປະຕິບັດກັນມາທຸກປີບໍ່ຂາດ ແລະ ເຮັດທຸກບ້ານທຸກເມືອງ ໃນທົ່ວລາຊະອານາຈັກລ້ານຊ້າງ ຈົນທຸກວັນນີ້ປະຊາຊົນລາວເຮົາກໍ່ໄດ້ຖືເອົາມື້ເດືອນ 9 ດັບ ຫຼື ມືບຸນເຂົ້າປະດັບດີນນີ້ ເປັນວັນສຳຄັນອີກວັນໜຶ່ງ.
ພິທີການເຮັດບຸນເຂົ້າປະດັບດີນນີ້ ກໍ່ບໍ່ແຕກຕ່າງຈາກການເຮັດບຸນສິນກີນທານແນວອື່ນ ຫຼາຍພໍ ປານໃດດອກ ມີແຕ່ພຽງຈັດອາຫານໄປທານໃຫ້ພະພິກຂຸສາມະເນນສັນແລ້ວ ກ່າວຄຳອຸທິດສ່ວນບຸນສົ່ງໄປໃຫ້ຍາດພີ່ນ້ອງຜູ້ທີ່ເສຍຊີວິດໄປແລ້ວ.
ເຫດໃດບຸນນີ້ຈຶ່ງຮຽກວ່າ “ ບຸນເຂົາປະດັບດີນ ”, ເຫດໃດຈຶ່ງເຮັດສະເພາະໃນມື້ເດືອນ 9 ດັບ ແລະ ຕົ້ນເຫດດັ້ງເດີມຂອງບຸນນີ້ເປັນມາຢ່າງໃດ ?

ຕົ້ນເຫດທີ່ຈະໄດ້ເຮັດບຸນເຂົ້າປະດັບດີນນີ້ ຕາມໜັງສືເທດສະຫຼອງບຸນເຂົ້າປະດັບດີນໄດ້ກ່າວໄວ້ດັ່ງນີ້: ( ກ່າວແບບຫຍໍ້ໆ ).
ແຕ່ປາງກ່ອນ ມີຍາດພີ່ນ້ອງຂອງພະຍາພິມພິສານ ( ພະເຈົ້າແຜ່ນດີນ ເມືອງລາຊະຄຶ ປະເທດອີນເດຍ ໃນສະໄໝພຸດທະການ ) ພາກັນເຮັດສັງຂະທານ ( ອາຫານທີ່ນຳໄປເຄນສົງ ) ໃນຂະນະທີ່ຈັດແຈງແຕ່ງອາຫານຢູ່ນັ້ນ ພວກເດັກນ້ອຍລູກຫຼານພາກັນໄຫ້ແອ່ວກີນພໍ່ແມ່ອົດບໍ່ໄດ້ເລີຍຢິບຈັບໃຫ້ຄົນພວກນັ້ນຖືວາກີນຂອງສົງ ເມື່ອຕາຍແລ້ວກໍ່ຕົກນາຮົກ ຄັນພົ້ນຈາກນະຮົກ ຈຶ່ງໄດ້ມາເກີດເປັນເຜດ ຢູ່ໃນເຂດເມືອງລາຊະຄຶນັ້ນເອງ ມື້ໜຶ່ງພະຍາພິມພິສານໄດ້ທຳທານຖວາຍພັດຕາຫານແກ່ສົງ ອັນມີພະພຸດທະເຈົ້າເປັນປະມຸກ ແຕ່ບໍ່ໄດ້ອຸທິດສ່ວນບຸນໄປໃຫ້ເຜດເຫຼົານັ້ນ ເຜດເຫຼົານັ້ນເຫັນອາຫານຢູ່ ແຕ່ກໍ່ ກີນເອງບໍ່ໄດ້ ອອກປາກຂໍກໍ່ບໍ່ໄດ້ ພໍຕົກກາງຄືນມາເມື່ອພະຍາພິມພິສານຊົງບັນທົມພໍເຄີ້ມໄປ ກໍ່ໄດ້ຍີນ ສຽງເຜດເຫຼົານັ້ນມາຮ້ອງ ແລະ ທ່ຽວເຄາະຝາເຮືອນ, ຝາກຳແພງ ຢູ່ຕະຫຼອດຄືນ ຈົນພະອົງຊົງບັນທົມບໍ່ຫຼັບ ພໍຮຸ່ງແຈ້ງມາຈຶ່ງສະເດັດອອກໄປໄຫວ້ຖາມພະພຸດທະເຈົ້າ ທີ່ປະທັບຢູ່ວັດ ເວລຸວັນ ໃກ້ນະຄອນລາຊະຄຶນັ້ນເອງ ພະພຸດທະເຈົ້າຈຶ່ງເທດສະໜາໃຫ້ພະຍາພິມພິສານຟັງວ່າ “ ສຽງນັ້ນແມ່ນສຽງເຜດ ທີ່ເຄີຍເປັນຍາດຕິກາວົງສາ ຂອງພະອົງແຕ່ຊາດກ່ອນ ມາທ່ຽວຮ້ອງຂໍອາຫານກີນ ພະອົງຈົ່ງໃຫ້ທານເຂົ້າພົ້ນຈາກຄວາມທຸກທໍລະມານ ” ພະຍາພິມພິສານໄດ້ທົງຟັງ ແລ້ວກໍ່ໄດ້ປະຕິບັດຕາມ, ພວກເຜດເຫຼົານັ້ນກໍ່ພົ້ນຈາກຄວາມທຸກ ແລ້ວກໍ່ໄປເກີດຢູ່ເມືອງສະຫວັນເທວະໂລກຕາມປາຖະໜາ, ປະຊາຊົນທັງຫຼາຍຈຶ່ງພາກັນເຮັດບຸນເຂົ້າປະດັບດີນເພື່ອທານຫາຍາດພີ່ນ້ອງຜູ້ທີ່ຕາຍໄປແລ້ວ ແລະ ກາຍເປັນປະເພນີສືບຕໍ່ກັນມາເຖີງປັດຈຸບັນ.

ສ່ວນການກຳນົດມື້ເຮັດບຸນເຂົ້າະດັບດີນນັ້ນ ໄດ້ຈຳເພາະໃນເດືອນ 9 ດັບນັ້ນເພິ່ນກໍ່ໄດ້ກ່າວໄວ້ວ່າ “ ໃນເດືອນ 9 ດັບນັ້ນ ພະຍາຍົມພິບານໄດ້ປ່ອຍສັດນະຮົກ ( ຜີ ) ອອກມາຫາກີນ ( ຄືກັບປ່ອຍນັກໂທດ ) ທີ່ຮຽກວ່າເຂົ້າປະດັບດີນນັ້ນເພາະວ່າ ພວກຊາວບ້ານຜູ້ເຮັດບຸນ ໄດ້ເອົາຫໍ່ເຂົ້າໄປທ່ຽວໄວ້ຕາມດີນ ເພື່ອໃຫ້ພວກສັນນະຮົກມາຢິບເອົາໄປໄດ້ງ່າຍໆ ແລະ ຢາຍໄວ້ໃນຍາມຂ້ອນແຈ້ງ ເພາະຖ້າແຈ້ງຈົນແສງຕາເວັນຂື້ນແລ້ວ ພວກຜີຈະຢູ່ບໍ່ໄດ້ເພາະມັນຢ້ານແສງສະຫວ່າງ ( ຄົນບູຮານເຄີຍຖືກັນວ່າ ພໍຈຂ້ອນແຈ້ງ ຕອນຈະແຈ້ງອີ່ຫລີ ຕ້ອງມືດອີກໜ້ອຍໜຶ່ງກ່ອນ ມືດໃນໄລຍະນັ້ນເອີ້ນວ່າ ມືດສົ່ງໂພງ ) ຄືກັບໃນໜັງສື ສັງສິນໄຊ ທີ່ມີບ່ອນໜຶ່ງທີ່ວ່າ
“ ພໍເມື່ອ ເດືອນຕົກມືດ ແສງສູນໂພງພ່າຍ
ສອງພີ່ນ້ອງ ຂຽວເຂົ້າຂ່ວງມານ ດັ່ງນີ້ ”
ນັ້ນແມ່ນຄຳອະທິບາຍຄຳວ່າເຂົ້າປະດັບດີນ ຕົ້ນເຫດແຫ່ງການເຮັດບຸນເຂົ້າປະດັບດີນ ແລະ ການກຳນົດວັນເຮັດບຸນເຂົ້າປະດັບດີນ ຕາມໜັງສືສະຫຼອງບຸນເຂົ້າປະດັບດີນນັ້ນເອງ.
ຍັງມີຄວາມຄິດເຫັນທີ່ແຕກຕ່າງອີກແບບໜື່ງຄື ເຫັນວ່າ ປະເພນີເຮັດບຸນເຂົ້າປະດັບດີນນີ້ ອາດຈະເປັນປະເພນີທີ່ເກົ່າແກ່ຂອງຄົນລາວ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຫຼາຍພັນປີມາແລ້ວ ອາດຈະກ່ອນທີ່ີຈະມີພະພຸດທະສາດສະໜາ ຄືເປັນພິທີສະຫຼອງຕົ້ນເຂົ້າ ຫຼື ຄວາມສະເລັດໃນການດຳ ນາ ຄື ການເອົາຕົ້ນກ້າ ຫຼື ຕົ້ນເຂົ້າດຳໃສ່ໄຮ່ນາ ແມ່ນການເອົາຕົ້ນເຂົ້າປະດັບໃສ່ດີນ ເມື່ອເອົາຕົ້ນເຂົ້າປະດັບດີນ ( ດຳນາ ) ສຳເລັດກໍ່ມີຄວາມເບີກບານໃຈ ຈຶ່ງພາກັນສະຫຼອງຢ່າງມ່ວນຊື່ນ ດັ່ງດຽວ ກັນກັບປະເພນີຂອງຊາວຈີນ, ປະເພນີຂອງຊາວຈີນນັ້ນ ເມື່ອໄດ້ທຳກິດຈະການໃດໜຶ່ງສຳເສັດລົງແລ້ວ ຈຶ່ງທຳການສະເຫຼີມສະຫຼອງດ້ວຍການກີນລ້ຽງຢ່າງອີມໜຳສຳລານ ສ່ວນປະຊາຊົນລາວເຮົາແມ່ນຖືເອົາເຮັດນາເປັນອາຊີບສຳຄັນທີ່ສຸດ ຄວາມຈີງແລ້ວບໍ່ແມ່ນແຕ່ປະຊາຊົນລາວເທົ່ານັ້ນທີ່ຖືເອົາການເຮັດນາເປັນອາຊີບທີ່ສຳຄັນ ຊາວຈີນ ແລະ ຊາວອີນເດຍ ກໍ່ຄືກັນ ຄືຖືວ່າການເຮັດນາເປັນວຽກສຳຄັນທີ່ສຸດໃນການຄອງຊີບ ນອກຈາກການເຮັດນາແລ້ວ ບໍ່ມີວຽກໃດຈະປະເສີດລໍ້າເລີດໄປກວ່າໄດ້ ແລະ ເມື່ອເວົ້າເຖີງສົມບັດຂອງຊາວບູຮານແລ້ວ ກໍ່ບໍ່ມີອັນໃດດີໄປກວ່າເຂົ້າເລີຍ ສະນັ້ນໃດສາມາດຈັບຈອງເອົານາຫຼາຍ ຫຼື ຈັບຈອງເອົາແຜ່ນດີນສຳຫຼັບເຮັດນາໄວ້ໄດ້ຫຼາຍກວ່າ ຜູ້ນັ້ນຈະຖຶກຮຽກວ່າ “ ກະສັດ ” ( ກະສັຕຣິຍະ ) ເຊິ່ງແປວ່າ ເຈົ້າຂອງທີ່ນານັ້ນເອງ ( ຄຳວ່າ ກະເສດ ກັບ ກະສັດ ເປັນຄຳດຽວກັນ )

ໂດຍປະເພນີທີ່ນັບຖືການເຮັດນາເປັນສຳຄັນນີ້ເອງ ກະສັດອີນເດຍບູຮານ ຊຶ່ງເປັນເຊື້ອສາຍຂອງພະພຸດທະເຈົ້າ ຈຶ່ງຕັ້ງຊື່ ລູກຊາຍໃຫ້ມີຄຳວ່າ “ ເຂົ້າ ” ຫຼື “ ເຂົ້າສຸກ ” ( ໂອທະນະ )ຕິດຢູ່ນຳທ້າຍຊື່ສະເໝີ ເຊັ່ນ: ເຈົ້າສຸດໂທທະນະ, ເຈົ້າ ອະມິໂຕທະນະ ……
ນອກນີ້ ຍັງມີເລື່ອງກ່າວໄວ້ໃນຄຳພີປະຖົມສົມໂພດ ຕອນເຈົ້າມະຫານາມ ຈະອອກບວດຕາມພະພຸດທະເຈົ້າ ເມື່ອຈະອອກບວດ ໄດ້ສັ່ງສອນເຈົ້າອານຸລຸດທະ ຜູ້ເປັນນ້ອງທີ່ຈະຢູ່ສຶບຕໍ່ຄອງເມືອງໃຫ້ຮູ້ຈັກການເຮັດນາກ່ອນສິ່ງອື່ນ ເພາະເປັນວຽກການສຳຄັນສຳຫຼັບຜູ້ຈະຢູ່ຄອງເຮືອນ ແລະ ປົກຄອງບ້ານເມືອງຕໍ່ໄປ.
ເພາະສະນັ້ນເມື່ອໄດ້ທຳການດຳນາສຳເລັດລຸລວງແລ້ວ ຈຶ່ງພາກັນທຳການສະຫຼອງ ແລະ ຮຽກ ກັນວ່າ “ ບຸນເຂົ້າປະດັບດີນ ” ເປັນປະເພນີຂອງລາວມີມາກ່ອນພຸດທະສາສະໜາ ພໍເມື່ອພະພຸດທະສາສະໜາເກີດຂື້ນ ແລະ ໄດແຜ່ຜາຍມາເຖີງປະຊາຊົນລາວ ນັກປາດທາງພຸດທະສາສະໜາ ຈຶ່ງໄດ້ຫານິທານ ແລະ ຕົ້ນເຫດເຂົ້າມາປະກອບຕື່ມ ແລ້ວເອົາເລື່ອງລາວດັງກ່າວເຂົ້າມາໃນສາສະໜາ ແລະກໍ່ເລີຍກາຍມາເປັນປະເພນີເຮັດຸນເຂົ້າປະດັບດີນເພື່ອທານຫາຍາດຕິພີ່ນ້ອງທີ່ໄດ້ຕາຍໄປແລ້ວດ້ວຍປະການດັ່ງນີ້:
ອີກປະການໜຶ່ງ ປະເພນີເຮັດບຸນເຂົ້າປະດັບດີນໃນມື້ເດືອນ 9 ດັບນີ້ ສຳຫຼັບປະຊາຊົນຊາວໄທທີ່ມີວັດທະນະທຳຫຼາຍໆຢ່າງທີ່ຄ້າຍຄືກັບຊາວລາວເຮົາຫຼາຍທີ່ສຸດ ມາແຕ່ສະໄໝບູຮານ ກໍ່ບໍ່ເຄີຍເຫັນເຂົາເຮັດ ທັງບໍ່ມີກ່າວໄວ້ໃນ ລາຊະພິທີບຸນ 12 ເດືອນຂອງໄທເລີຍ, ແຕ່ວ່າກໍ່ມີຫຼາຍພິທີທີ່ເຮັດໃນ ເດືອນ 9 ນີ້ ທີ່ສຳຄັນແທ້ໆ ແລະ ມີມາແຕ່ສະໄໝບູຮານເຫັນກ່າວໄວ້ມີຢູ່ 2 ພິທີຄື: ພິທີຕຸລາພານ ແລະ ພິທີພິລຸນສາດ.

ສະຫລຸບ.
ຕາມປະເພນີທີ່ປະຊາຊົນລາວເຮົາປະຕິບັດກັນມາແຕ່ສະໄໝບູຮານນະການເຫັນວ່າປະຊາຊົນລາວເຮົາເປັນຄົນມີຈິດໃຈໃສ່ສະອາດ ແລະ ມີການເຮັດບຸນສິນກິນທານກັນຢູ່ຢ່າງສະໝໍ່າ ສະເໝີທຸກໆເດືອນເຊັ່ນ:
ເດືອນເຈັດ ເພິ່ນເຮັດບຸນບູຊາເທພະຮັກຫຼັກເມືອງ, ເທວະດາຟ້າແຖນ, ຜີບ້ານຜີເມືອງ ຊາວບ້ານພ້ອມກັນເຮັດພິທີລ້ຽງຜີເສື້ອເມືອງ. ເຊີນເອົາເທວະດາອາຮັກຫຼັກເມືອງເຂົ້າມາຊຳຮະສິ່ງບໍ່ດີບໍ່ງາມ, ຂັບໄລ່ິ່ງທີ່ຂີ້ດຽດຈັງໄຮທັງຫຼາຍອອກຈາກບ້ານຈາກເມືອງ, ປ້ອງກັນອັນຕະລາຍບໍ່ໃຫ້ເຂົ້າມາ ແລະ ເຮັດໃຫ້ຊາວບ້ານມີແຕ່ຄວາມຢູ່ເຢັນເປັນສຸກ.
ເດືອນແປດເພັງ ເປັນມື້ພະສົງເຂົ້າຈຳວັດສາ (ພັນສາ). ພະສົງທັງໝົດຕ້ອງປະຈຳພັນສາຕະຫຼອດ 3 ເດືອນເຕັມຄືແຕ່ ເດືອນ 8 ເພັງເຖີງເດືອນ 11 ເພັງ, ພະສົງຈຳພັນສາຢູ່ວັດແມ່ນບໍ່ໄດ້ໄປທ່ຽວ – ໄປນອນຄ້າງຄືນຢູ່ບ່ອນອື່ນແບບບໍ່ຈຳເປັນ ເຊິ່ງເປັນວິໄນຂອງສົງໂດຍສະເພາະ. ສ່ວນຊາວພຸດທັງຫຼາຍມີແຕ່ພາກັນເຮັດເຂົ້າຕົ້ມເຂົ້າໜົມ, ເຄື່ອງພັນສາໄປຕັກບາດຖວາຍແດ່ພະສົງຢູ່ວັດຢ່າງເປັນຂະບວນຄືກຄື້ນໃນມື້ເຂົ້າພັນສານັ້ນເອງ.

ເດືອນເກົ້າ ບຸນຫໍເຂົ້າປະດັບດີນ ເພິ່ນເຮັດບຸນອຸທິດສ່ວນກຸສົນໄປໃຫ້ດວງວິນຍານທີ່ລ່ວງລັບໄປແລ້ວ ຕາມຄວາມເຊື່ອຂອງຄົນບູຮານທີ່ວ່າຕອນເຊົ້າມືດຂອງວັນນີ້ ພະຍາຍົມ ພິບານ ຈະໄດ້ປ່ອຍພວກສັດນະຮົກ ອອກມາຮັບເອົາຂອງທານທີ່ຍາດພີ່ນ້ອງສົ່ງໄປໃຫ້ ສະນັ້ນເຮົາຈຶ່ງນິຍົມກັນເອົາຫໍ່ເຂົ້າປາອາຫານ, ໝາກໄມ້ໄປຢາຍໄວ້ຢູ່ຕາມແຄມວັດ, ແຄມເຮືອນ, ແຄມປ່າ, ຫົວໄຮ່ປາຍນາ, ໄວ້ຕາມດີນແຕ່ເຊົ້າມືດ ດັ່ງນັ້ນຈຶ່ງຮຽກວ່າ “ ເຂົ້າປະດັບດີນ ”.

 

ຂໍ້ມູນຈາກ: Information For Lao
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2024 ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ...

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ...

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ...

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24...