Homeຂ່າວຕ່າງປະເທດການຄ້າໂລກລໍຕົວ ເກີດການທຸ່ມຕະຫຼາດ-ຕັ້ງກໍາແພງພາສີ

ການຄ້າໂລກລໍຕົວ ເກີດການທຸ່ມຕະຫຼາດ-ຕັ້ງກໍາແພງພາສີ

Published on

ເຖິງແມ່ນວ່າ ໂດນັນ ທຣັມ ຍັງເປັນພຽງວ່າທີ່ປະທານາທິບໍດີອາເມລິກາຍັງບໍ່ສາມາດດຳເນີນການໃດໆຕາມທີ່ໃຫ້ໄວ້ໃນການຫາສຽງບໍ່ວ່າຈະເປັນການລົ້ມເລີກຂໍ້ຕົກລົງຮຸ້ນສ່ວນເສດຖະກິດພາກພື້ນປາຊິຟິກ(ທີພີພີ), ການເປີດເຈລະຈາເພື່ອປັບເງື່ອນໄຂຂໍ້ຕົກລົງເຂດການຄ້າເສລີອາເມລິກາເໜືອ(ນາຟຕ້າ)ຫຼືການກຳນົດກຳແພງພາສີສຳລັບການນຳເຂົ້າສິນຄ້າຈາກສປ ຈີນ.

ນັກວິຊາການ ແລະ ນັກວິເຄາະທັງຫຼາຍເຊື່ອວ່າຖ້າຫາກທຣັມດຳເນີນຕາມນັ້ນຈະສົ່ງຜົນໃຫ້ເກີດການລໍຕົວຢ່າງຮຸນແຮງຂອງການຄ້າໂລກຊຶ່ງຈະສົ່ງຜົນເສຍຫາຍໃຫຍ່ຫຼວງຕໍ່ເສດຖະກິດໂລກໂດຍລວມເພາະຕົວຈິງພາວະການຄ້າໂລກໂດຍລວມໃນເວລານີ້ກໍຕົກຢູ່ໃນສະພາບທີ່ບໍ່ຄ່ອຍດີຢູ່ແລ້ວ.
ໄອເອັມເອຟລລະບຸວ່າການຄ້າໂລກຢູ່ໃນສະພາບລໍຕົວຢ່າງໜັກ ອັດຕາສ່ວນການຂະຫຍາຍຕົວລາຍປີນັບຕັ້ງແຕ່ປີ 2012 ເປັນຕົ້ນມາມີພຽງ 3% ເທົ່ານັ້ນເພື່ອໃຫ້ເຫັນຈະແຈ້ງການລໍຕົວໄອເອັມເອຟຊີ້ວ່າລະຫວ່າງປີ 1985-2007 ອັດຕາການຂະຫຍາຍຕົວຂອງການຄ້າໂລກຈະມີມູນຄ່າສະເລ່ຍຄິດເປັນ 2 ເທົ່າຂອງການຂະຫຍາຍຕົວຂອງຕົວເລກຜະລິດຕະພັນພາຍໃນ(ຈີດີພີ)ລວມທັງໝົດຂອງໂລກແຕ່ໃນໄລຍະ 4 ປີທີ່ຜ່ານມາ ອັດຕາການຂະຫຍາຍຕົວທາງການຄ້າໂລກເຮັດໄດ້ດີທີ່ສຸດສະເລ່ຍແລ້ວພໍກັບການຂະຫຍາຍຕົວຂອງຈີດີພີໂລກເທົ່ານັ້ນ.
ພາວະການຄ້າໂລກຍັງສະທ້ອນອອກມາໃຫ້ເຫັນຜ່ານທາງທຸລະກິດເດີນເຮືອສິນຄ້າໂດຍບໍລິສັດການຄ້ານາວີໃຫຍ່ສຸດຂອງຍີ່ປຸ່ນເຊັ່ນ: ນິບປອນ ຢູເຊນ, ມິດຊຸຍ ໂອເອສເຄ ແລະ ຄາວາຊາກິ ໄຄເຊນ ລ້ວນແຕ່ຂາດທຶນທັງໝົດ ແລະ ຄາດວ່າທັງ 3 ບໍລິສັດລວມກັນຈະຂາດທຶນສູງເຖິງ 85 ຕື້ເຢນສຳລັບການດຳເນີນງານໃນປີງົບປະ ມານ 2017 ຊຶ່ງກຳນົດສິ້ນສຸດປີງົບປະມານໃນເດືອນມີນາປີໜ້າ.
ສິງກະໂປເປັນປະເທດທີ່ມີທ່າກຳປັ່ນການຄ້າໃຫ່ຍສຸດແຫ່ງໜຶ່ງຂອງໂລກໃນປີ 2015 ຫຼຸດລົງ 8,7% ແລະ ປີ 2016 ຍັງຫຼຸດລົງອີກ 1,7% ເຊັ່ນດຽວກັບຈີດີພີຂອງສິງກະໂປໃນໄຕມາດ 3 ຂອງປີນີ້ກໍຫົດຕົວເຖິງ 4,1%.
ໃນໄລຍະ 10 ເດືອນທຳອິດຂອງປີນີ້ ຈີນສົ່ງອອກລວມກັນຄິດເປັນມູນຄ່າພຽງ 1,7 ພັນຕື້ໂດລາສະຫະລັດຊຶ່ງຫຼຸດລົງຈາກໄລຍະດຽວກັນຂອງປີທີ່ຜ່ານມາເຖິງ 6,3% ໃນຂະນະທີ່ການນຳເຂົ້າຫຼຸດລົງ 7,5%.
ທ່ານ ທິມ ຄອນດອນ ຫົວໜ້າທິມນັກເສດຖະສາດປະຈຳພາກພື້ນອາຊີຂອງທະນາຄານໄອເອັນຈີລະບຸວ່າເງິນກູ້ດອກເບ້ຍຕໍ່າຫຼັງວິກິດເສດຖະກິດເຮັດໃຫ້ບໍລິສັດຈຳນວນຫຼາຍພາກັນຂະຫຍາຍທຸລະກິດຂອງຕົນເອງໂດຍບໍ່ເບິ່ງກຳລັງຊື້ ສົ່ງຜົນໃຫ້ເກີດ“ຜົນຜະລິດສ່ວນເກີນສະສົມກັນຢູ່ຫຼາຍທົ່ວໂລກ” ໃນເວລານີ້ເຮັດໃຫ້ຈຳເປັນຕ້ອງດິ້ນຣົນຊອກຫາຜູ້ຊື້ຊຶ່ງນັບມື້ນັບຫາຍາກຫຼາຍຂຶ້ນສິ່ງທີ່ເກີດຂຶ້ນຕາມມາຄື“ການທຸ່ມຕະຫຼາດ”ທີ່ຈະນຳໄປສູ່ການປິດກັ້ນທາງການຄ້າໃນຮູບຂອງການກຳນົດກຳແພງພາສີກັນເພີ່ມຫຼາຍຂຶ້ນເພື່ອຕອບສະໜອງຕໍ່ສຽງຮຽກຮ້ອງຂອງຜູ້ບໍລິໂພກທ້ອງຖິ່ນຂອງຕົນເອງ.
ຕົວຢ່າງທີ່ເຫັນໄດ້ຈະແຈ້ງກໍຄືກໍລະນີເຫຼັກຈາກຈີນທີ່ທາງອີຢູຫາກໍຕັດສິນໃຈເອີ້ນເກັບພາສີປ້ອງກັນການທຸ່ມຕະຫຼາດສູງເຖິງ 81,1% ເປັນຕົ້ນ ຫຼືກໍລະນີອາເມລິກາຂຶ້ນກຳແພງພາສີທີ່ນຳເຂົ້າຈາກຈີນ, ອິນເດຍ, ອິຕາລີ,ສ ເກົາຫຼີ ແລະ ໄຕ້ຫວັນ(ສປ ຈີນ)ໃນເດືອນມິຖຸນາທີ່ຜ່ານມາໃນຂະນະທີ່ຈີນກໍ່ກ່າວທຳນອງດຽວກັນກັບສິນຄ້ານຳເຂົ້າຈາກຍີ່ປຸ່ນ, ສ ເກົາຫຼີ ແລະ ເອີຣົບເປັນຕົ້ນຊຶ່ງລ້ວນແຕ່ສົ່ງຜົນກະທົບເຮັດໃຫ້ພາວະການຄ້າໂລກຍິ່ງຢຸດສະງັກ ແລະ ລໍຕົວລົງຫຼາຍຍິ່ງຂຶ້ນໄປອີກນັ້ນເອງ.

ຈາກໜັງສີພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...