spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊົມເຊີຍ! ປກສ ເມືອງຫາດຊາຍຟອງ ຈັບຊາຍອາຍຸ 44 ປີ ພ້ອມຢາບ້າ 16.000 ເມັດ

ຊົມເຊີຍ! ປກສ ເມືອງຫາດຊາຍຟອງ ຈັບຊາຍອາຍຸ 44 ປີ ພ້ອມຢາບ້າ 16.000 ເມັດ

Published on

ວັນທີ 12 ພະຈິກ 2016ຜ່ານມາເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຈັບຕົວທ້າວ ສະເຫຼີມ ອາຍຸ 44 ປີ ຢູ່ບ້ານໜອງແປນໃຕ້ ພ້ອມຂອງກາງຢາບ້າ 16.000 ເມັດ ໄປດຳເນີນຄະດີ. ຜູ້ກ່ຽວສາລະພາບວ່າ: ປີ 2015 ຜູ້ກ່ຽວ ແລະ ເມຍ ໄດ້ລົງມາຢູ່ກັບລູກຊາຍທີ່ຮຽນຢູ່ນະຄອນຫຼວງວຽງຈັນ ( ພື້ນຖານເປັນຄົນໄຊຍະບູລີ ) ແລ້ວໄດ້ປະກອບອາຊີບເປັນກຳມະກອນທົ່ວໄປ ແລະ ເຮັດຮົ້ວເຮັດສວນເລັກໆໜ້ອຍໆ ເພື່ອຫາລ້ຽງຊີບ ແລະ ສົ່ງລູກຊາຍຮຽນ.

ມີມືໜຶ່ງ, ໄດ້ໄປພົບພໍ້ກັບນາງ ບັອກ ອາຍຸປະມານ 30 ປີ ( ພື້ນຖານເປັນຄົນແຂວງຫຼວງນ້ຳທາ ) ທີ່ຮ້ານກິນ-ດື່ມແຫ່ງໜຶ່ງ, ເມື່ອທຳຄວາມຮູ້ຈັກກັນແລ້ວ ພວກກ່ຽວໄດ້ລົມກັນກ່ຽວກັບ ເລື່ອງຄ້າຂາຍຢາເສບຕິດ ໂດຍຕົກລົງກັນວ່າແມ່ນນາງ ບັອກ ຈະເປັນຄົນສົ່ງຢາບ້າໃຫ້ທ້າວ ສະເຫຼີມ ນຳໄປຂາຍຕໍ່.

%e0%ba%84%e0%bb%89%e0%ba%b2%e0%ba%a2%e0%ba%b2%e0%ba%b2

ມາຮອດວັນທີ 7 ພະຈິກ 2016, ນາງ ບັອກ ໄດ້ສົ່ງຢາບ້າມາທາງລົດໂດຍສານ ຈຳນວນ 8 ມັດ ກັບ 1 ຖົງ ເທົ່າກັບ 16.200 ເມັດ ແລ້ວທ້າວ ສະເຫຼີມ ກໍໄປຮັບເອົາ, ຕໍ່ມາໄດ້ເອົາໄປຂາຍໃຫ້ໄວລຸ້ນພາຍໃນເຂດບ້ານໜອງແປນໃຕ້ ຈຳນວນ 200 ເມັດ ຍັງເຫຼືອ 16.000 ເມັດ ແລ້ວເອົາໄປເຊື່ອງໄວ້ເຮືອນ ຈົນມາຮອດວັນທີ 12 ພະຈິກ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ກໍເຂົ້າຈັບກຸມທ້າວ ສະເຫຼີມ ຢູ່ເຮືອນພ້ອມຂອງກາງດັ່ງກ່າວ.

ທ້າວ ສະເຫຼີມ ໄດ້ອ້າງວ່າ: ທີ່ຕັດສິນໃຈຄ້າຂາຍຢາບ້າແມ່ນ ເພື່ອຕ້ອງການຫາເງິນມາລ້ຽງຄອບຄົວ ແລະ ສົ່ງໃຫ້ລູກໄດ້ຮຽນໜັງສື, ແຕ່ເຈົ້າໜ້າທີ່ຍັງຈະສອບສວນຕື່ມອີກ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການຕື່ມອີກ, ເພາະທ້າວ ສະເຫຼີມ ໄດ້ໃຫ້ການທີ່ມີລັກສະນະປິດບັງຢູ່.

ຂ່າວ: ໜັງສືພິມ ປກສ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...