spot_img
Homeຂ່າວທ້ອງຖິ່ນຮອງນາຍົກເຂົ້າຮ່ວມກອງປະຊຸມ ສາກົນຕ້ານການຄ້າຂາຍສັດປ່າ

ຮອງນາຍົກເຂົ້າຮ່ວມກອງປະຊຸມ ສາກົນຕ້ານການຄ້າຂາຍສັດປ່າ

Published on

ກອງປະຊຸມສາກົນ ລະດັບສູງກ່ຽວກັບຕ້ານການ ຄ້າຂາຍສັດປ່າທີ່ຜິດກົດໝາຍ ຄັ້ງທີ 3 ໄດ້ໄຂຂຶ້ນໃນວັນທີ 17 ພະຈິກ 2016 ທີ່ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດ ນາມ ໂດຍ ມີບັນດາຄະນະຜູ້ແທນຈາກ 40 ກວ່າປະເທດ, 7 ອົງການ ຈັດຕັ້ງສາກົນເຂົ້າຮ່ວມ. ສຳລັບຄະນະຜູ້ແທນຈາກ ສປປ ລາວ ນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ ເຂົ້າຮ່ວມ ກອງ ປະຊຸມດັ່ງກ່າວ. ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບ ທວນຄືນ ການປະຕິບັດຖະແຫຼງ ການສາກົນ ກ່ຽວກັບການຕ້ານ ການຄ້າຂາຍສັດທີ່ຫາຍາກ ແລະ ໃກ້ຈະສູນພັນ, ໃນກອງ ປະຊຸມໄດ້ມີການຕົກລົງ ພ້ອມ ທັງຕີລາຄາຜົນການຈັດຕັ້ງປະ ຕິບັດຖະແຫຼງການລອນດອນ ກ່ຽວກັບການຕ້ານການຄ້າ ຂາຍສັດປ່າທີ່ຜິດກົດໝາຍ ພ້ອມທັງກຳນົດສິ່ງທີ່ຍັງຄົງຕົວ ກໍຄືຄວາມທ້າທາຍໃນການປະ ຕິບັດບັນດາການເຄື່ອນໄຫວ ຕ່າງໆທີ່ກຳນົດ ໄວ້ໃນຖະແຫຼງ ການດັ່ງກ່າວ. ພ້ອມນີ້ ກໍເປັນ ເວທີໃຫ້ແກ່ບັນດາປະເທດ ແລະ ອົງການຈັດຕັ້ງສາກົນໄດ້ ສືບຕໍ່ສະເໜີຄຳໝັ້ນສັນຍາ ແລະ ການສ້າງແຜນການສະ ກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍໃນອະນາຄົດ, ສ່ວນຄາດໝາຍໃນການຈັດຕັ້ງ ກອງປະຊຸມຄັ້ງນີ້ ແມ່ນໄດ້ມີຖະ ແຫຼງການຮ່າໂນ້ຍ ວ່າດ້ວຍ ການຕ້ານການຄ້າຂາຍສັດທີ່ ໃກ້ຈະສູນພັນ ໃຫ້ເປັນຮູບປະທຳ. ໃນໂອກາດເຂົ້າຮ່ວມກອງ ປະຊຸມດັ່ງກ່າວ ທ່ານຮອງນາ ຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ ແກ່ລັດຖະບານ ລາວ ຂຶ້ນກ່າວ ມີຄຳເຫັນຢ່າງໜັກແໜ້ນວ່າ: ໂດຍເຫັນໄດ້ຄວາມສຳຄັນ ຂອງສົນທິສັນຍາ CITES ລັດ ຖະບານແຫ່ງ ສປປ ລາວ ກໍໄດ້ ເອົາໃຈໃສ່ໃນການຊີ້ນຳການ ຈັດຕັ້ງປະຕິບັດສົນທິສັນຍາສະ ບັບດັ່ງກ່າວຕາມພັນທະຂອງ ຕົນ, ຊຶ່ງສະແດງອອກໃນການ ກຳນົດບັນດານິຕິກຳ ແລະ ຍຸດ ທະສາດຕ່າງໆຄຽງຄູ່ກັນນັ້ນ ກໍ ເອົາໃຈໃສ່ວຽກ ງານສະກັດກັ້ນ ການຄ້າຂາຍສັດປ່າ ທີ່ຫວງ ຫ້າມ ແລະ ສັດທີ່ຫາຍາກໃກ້ ຈະສູນພັນ ຊຶ່ງໄດ້ມີການຈັດຕັ້ງ ຢ່າງຈິງຈັງດ້ວຍຫຼາຍວິທີ ເຊັ່ນ: ໄດ້ຢຶດບັນດາອຸປະກອນ ທີ່ໃຊ້ ໃນການລ່າສັດທຸກປະເພດ ພ້ອມທັງປັບໄໝ ແລະ ລົງໂທດ ຜູ້ທີ່ກະທຳຜິດ, ບໍ່ອະນຸຍາດໃຫ້ ມີຕະຫຼາດຈຳໜ່າຍສັດປ່າ. ພ້ອມນັ້ນ ສປປ ລາວ ກໍຍັງໄດ້ ເຂົ້າເຄືອຂ່າຍການຮ່ວມມື ກ່ຽວ ກັບການບັງຄັບໃຊ້ກົດໝາຍວ່າ ດ້ວຍ ສັດນ້ຳ-ສັດປ່າ ຂອງອາ ຊຽນ, ຮ່ວມມືກັບຕຳຫຼວດສາ ກົນ ແລະ ໄດ້ມີກົນໄກປະສານ ງານກັບບັນດາປະເທດໃກ້ຄຽງ ເພື່ອຄຸ້ມຄອງກວດກາ ການຄ້າ ຂາຍສັດປ່າທີ່ຜິດກົດໝາຍ. ທ່ານຮອງນາຍົກລັດຖະ ມົນຕີ ຍັງໄດ້ກ່າວຢ້ຳຕື່ມວ່າ: ລັດຖະບານ ສປປ ລາວ ຢືນຢັນ ຈະເປັນຄູ່ຮ່ວມມືທີ່ດີໃນການ ຕ້ານ ແລະ ສະກັດກັ້ນການຄ້າ ຂາຍສັດປ່າທີ່ຜິດກົດໝາຍ ແລະ ກໍເຊື່ອໝັ້ນວ່າຜົນກອງປະ ຊຸມສາກົນກ່ຽວກັບການຕ້ານ ການຄ້າຂາຍສັດປ່າທີ່ຜິດກົດ ໝາຍ ຢູ່ ສສ ຫວຽດນາມ ຄັ້ງ ນີ້ ຈະເປັນບາດກ້າວໜຶ່ງທີ່ສຳ ຄັນບົນເສັ້ນທາງແຫ່ງການປົກ ປ້ອງສັດປ່າບໍ່ໃຫ້ສູນພັນ ແລະ ເພີ່ມຈຳນວນປະ ຊາກອນຂອງ ສັດປ່າໃຫ້ຫຼາຍຂຶ້ນຢູ່ໃນທຳມະ ຊາດຂອງປະເທດຕ່າງໆ.

ທີ່ມາຂ່າວ:​ http://www.pasaxon.org.la/index/22.11.2016/content2.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...