ພຽງບໍ່ທໍ່ໃດປີມານີ້ ທີ່ໜັງລາວໃນຍຸກໃໝ່ ໄດ້ເລິ່ມເປັນທີ່ສົນໃຈຂອງຄົນລາວ ກໍຄືສາກົນຫຼາຍຂຶ້ນ ແຕ່ກໍຍັງບໍ່ທັນເຕີບໃຫຍ່ ຂະຫຍາຍຕົວເທົ່າທຽມກັນ ກັບບັນດາປະເທດອ້ອມຂ້າງ ສາເຫດກໍຄົງມີຫຼາຍປະການ ບໍ່ວ່າຈະເປັນທຶນຮອນດ້ານບຸກຄະລາກອນ, ເຄື່ອງມື ແລະປັດໄຈເລື່ອງອື່ນໆ ຕື່ມອີກ ເຊິ່ງກ່ອນຈະຫຼຸດລອດໃຫ້ໜັງເລື່ອງໜຶ່ງເກີດຂຶ້ນມາໄດ້ກໍບໍ່ແມ່ນຂອງງ່າຍໆ.
ແຕ່ແນວໃດກໍຕາມ, ຕະຫຼອດໄລຍະປະມານທົດສະວັດມານີ້ ໜັງລາວເລິ່ມແຕກໜໍ່ຈໍ່ແໜງຂຶ້ນ ແລະຜູ້ມີຄວາມມັກຄວາມຮັກໃນດ້ານນີ້ກ້າລົງມືສ້າງຫຼາຍຂຶ້ນ ຫຼ້າສຸດ ເປັນຄວາມຮ່ວມມືກັນລະຫວ່າງທີມງານສ້າງ ລາວ-ໄທ ໂດຍໄດ້ຮັບການອະນຸມັດແລະເບິ່ງແຍງຂອງ ກົມຮູບເງົາ ແລະສະຖາບັນວິຈິດສິນແຫ່ງຊາດ ກະຊວງຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວ.
ຈັນທະສອນ ທະວິໄຊ (ມ້ອນ) ຜູ້ປະກາດຂ່າວຊື່ດັງຂອງລາວ ໄດ້ມີໂອກາດຮ່ວມເປັນນັກສະແດງຫຼັກໃນຮູບເງົາເລື່ອງດັ່ງກ່າວ ໃນຊື່ ຄຳປຸ່ນ ພະເອກຂອງເລື່ອງ. ມື້ນີ້ ຊຽງກະເລັນ ຈຶ່ງໄດ້ຂໍໂອກາດສອບຖາມເລື່ອງລາວການສະແດງຂອງມ້ອນໃນເລື່ອງດັ່ງກ່າວມາເວົ້າສູ່ຟັງ.
ເລື່ອງຂອງຄຳປຸ່ນ ຕອນຍັງນ້ອຍເຄີຍສັນຍາກັນກັບໝູ່ວ່າຈະກັບມາເປັນຄູ ແຕ່ປາກົດວ່າມີເພື່ອນຮັກຕ້ອງມາຕາຍຈາກໄປກ່ອນ ຈຶ່ງຕ້ອງເຮັດຕາມສັນຍາທີ່ເຄີຍໃຫ້ກັບໝູ່ທີ່ຕາຍ. ໃນຂະນະທີ່ຄຳປຸ່ນເປັນລູກຊາວນາ ພໍ່ແມ່ເປັນຄົນມີວິໄສທັດວ່າ ບໍ່ຢາກໃຫ້ລູກລຳບາກ ພໍ່ບໍ່ຢາກໃຫ້ລູກເປັນຊາວນາ ໃຫ້ລູກຕັ້ງໃຈຮຽນໜັງສື ມີຄວາມຮູ້ກໍຈະກັບມາພັດທະນາບ້ານເກີດ ເຮັດໃຫ້ອຸດົມການຈຸດນີ້ ໄດ້ຮັບການປູກຝັງມາຕັ້ງແຕ່ຍັງນ້ອຍ ເຊິ່ງອາດຈະເຮັດໃຫ້ຄຳປຸ່ນເຮັດນາບໍ່ເປັນ ຫາກິນບໍ່ຂຶ້ນ ເພາະໃນຊີວິດເອົາແຕ່ການຮຽນ ເປັນຄົນຮຽນເກັ່ງ ມີອຸດົມການຮັບໃຊ້ທ້ອງຖິ່ນ ຮັບໃຊ້ບ້ານເກີດ. ຄຳປຸ່ນມີໂອກາດໄປຮຽນລະດັບສູງ ໃນມະຫາວິທະຍາໄລແຫ່ງຊາດ ມີໂອກາດຈະຖືກສົ່ງໄປຮຽນຕ່າງປະເທດ ແຕ່ເຂົາປະຕິເສດ ເພື່ອຈະກັບມາຮັບໃຊ້ອຸດົມການຂອງໂຕເອງ ຕາມຄຳສັນຍາຂອງໝູ່ ແລະຕາມຄວາມຕັ້ງໃຈຂອງພໍ່ແມ່.
ມ້ອນເລົ່າຕື່ມວ່າ ຄວາມຕັ້ງໃຈຂອງຜູ້ສ້າງແມ່ນເປັນໜັງທີ່ຄົນລາວທຸກຄົນຕ້ອງເບິ່ງໃຫ້ໄດ້, ການທີ່ຄົນລາວໄດ້ເບິ່ງກໍຄືອັດໃສ່ແຜ່ນຊີດີແຈກ ແລະສາຍໃນໂຮງຮຽນຂອງລາວໂດຍບໍ່ເກັບຄ່າຊົມ ຫຼືຖ້າເກັບຄ່າຊົມກໍຈະເອົາເງິນທີ່ໄດ້ໄປສ້າງປະໂຫຍດຕໍ່. ສ່ວນວ່າຈະໄດ້ໄປສາຍໃນຕ່າງປະເທດ ໂດຍສະເພາະແມ່ນໄທຫຼືບໍ່ນັ້ນ ກໍຄົງເປັນເລື່ອງຂອງທາງຜູ້ສ້າງ ເຊິ່ງໄດ້ຍິນມາວ່າທາງສະຖານີໂທລະພາບລະບົບເຄເບີ້ນຂອງໃຈນຳນວນໜຶ່ງແມ່ນຍິນດີທີ່ຈະເຜີຍແຜ່, ຜູ້ສ້າງອາດຈະໃຫ້ເບິ່ງລ້າໆ ເພາະເຂົາສ້າງໜັງອຸດົມການ ບໍ່ແມ່ນໜັງທຸລະກິດ.
ໜັງເລື່ອງນີ້ເຂົາຍົກໃຫ້ເປັນໜັງຂອງລາວ ທີ່ກຳກັບໂດຍຄົນໄທ ຜູ້ຊ່ວຍກຳກັບທີ່ມີທັງລາວແລະໄທ, ທີມງານແລະເລື່ອງລາວຂອງລາວ, ເວົ້າພາສາລາວ ມີດາລາຄົນໄທສະແດງສົມທົບແດ່ ແລະຄາດວ່າຈະໃຫ້ທັນສາຍສະຫຼອງວັນຄູແຫ່ງຊາດຂອງລາວ ໃນວັນທີ 7 ຕຸລາ 2014 ທີ່ຈະມາເຖິງນີ້.
ເມື່ອຖາມເຖິງຄວາມຮູ້ສຶກ ມ້ອນ ໄດ້ຕອບວ່າ: ມັນເປັນຄວາມພາກພູມໃຈຫຼາຍ ທີ່ຜ່ານມາຄົນຮູ້ຈັກເຮົາຫຼາຍຍ້ອນການອ່ານຂ່າວ, ເປັນພິທີກອນຕາມງານຕ່າງໆ ແລະສະແດງວິດີໂອປະກອບເພງເລັກໆ ນ້ອຍໆ ເທົ່ານັ້ນ. ດັ່ງນັ້ນ, ການທີ່ມ້ອນໄດ້ມີໂອກາດມາສະແດງເປັນໂຕລະຄອນຫຼັກໃນເລື່ອງນີ້ຈຶ່ງເປັນຄວາມພາກພູມໃຈຫຼາຍ ເປັນກ້າວທຳອິດຂອງການເປັນນັກສະແດງ ແລະມ້ອນກໍໄດ້ທຸ່ມເຫື່ອເທແຮງໃນການສະແດງຢ່າງສູງ ແມ່ນແຕ່ການອອກກຳລັງກາຍເພື່ອຫຼຸດນ້ຳໜັກ ຫຼຸດຄວາມຕຸ້ຍລົງ ກໍເພື່ອໜັງເລື່ອງນີ້ ແລະຄວາມຫວັງສູງສຸດກໍຄືຢາກໃຫ້ໜັງອອກມາດີແລະເຮົາໄດ້ຮັບປະສົບການຈາກໜັງເລື່ອງນີ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອວ່າອະນາຄົດຈະໄດ້ມີໂອກາດຮ່ວມງານກັບຮູບເງົາເລື່ອງອື່ນໆ ຕື່ມ.
ສ່ວນເລື່ອງຄ່າແຮງ ມ້ອນ ບອກວ່າ: ນັກສະແດງໃນເລື່ອງນີ້ທຸກໂຕລະຄອນແມ່ນບໍ່ມີຄ່າໂຕ ຄືບໍ່ເອົາຄ່າໂຕ ແຕ່ຂໍໃຫ້ເປັນການປະກອບສ່ວນຂອງການສ້າງສັນຜົນງານອັນໃຫຍ່ໂຕນີ້. ສ່ວນເລື່ອງງົບປະມານການສ້າງທັງໝົດນັ້ນແມ່ນຢູ່ປະມານ 250 ລ້ານກີບ ຫຼືປະມານ 1 ລ້ານບາດ.
ຈັ່ງໃດກໍຝາກຝັງຜົນງານການສະແດງຂອງມ້ອນແດ່ເດີ ເພາະໄດ້ທຸ່ມເທສຸດຂີດແລ້ວ ແລະຫວັງວ່າຈະໄດ້ຮັບສຽງຕອບຮັບຈາກສັງຄົມເປັນຢ່າງດີ.