spot_img
Homeຂ່າວພາຍ​ໃນນາຍົກເຜີຍ 8 ນະ​ໂຍບາຍຂອງລັດຖະບານ ກະ​ຕຸ້ນ​ເສດຖະກິດ​ປີ 2017

ນາຍົກເຜີຍ 8 ນະ​ໂຍບາຍຂອງລັດຖະບານ ກະ​ຕຸ້ນ​ເສດຖະກິດ​ປີ 2017

Published on

ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ​ ສີສຸ​ລິດ ​ໃຫ້​ຮູ້​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ​ໃນ​ປີ 2017 ນີ້, ລັດຖະບານ​ຈະ​ດໍາ​ເນີນ​ 8 ນະ​ໂຍບາຍ ​ເພື່ອ​ກະ​ຕຸ້ນ​ເສດຖະກິດ​ຂອງ​ປະ​ເທດ​ ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກ​ກະຕິ​ເທື່ອລະ​ກ້າວຄື:

(1) ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ​ ໃຫ້​ມີ​ສະຖຽນ​ລະ​ພາບ​ໝັ້ນ​ທ່ຽງ ໂດຍ​ດໍາ​ເນີນ​ມາດ​ຕະການ​ການ​ເງິນ-​ເງິນຕາ​ໃຫ້​ກົມ​ກຽວ​ ເພື່ອ​ຮັບປະກັນ​ໃຫ້​ເສດຖະກິດ​ຂະຫຍາຍ​ຕົວ​ບໍ່​ຫລຸດ 7%, ພ້ອມທັງ​ເພີ່ມທະວີເອົາ​ໃຈ​ໃສ່​ຕິດຕາມ​ການ​ເຄື່ອນ​ໄຫວ​ວຽກ​ງານ​ພາສີ-ອາກອນ​ຢ່າງ​ໃກ້​ຊິດ, ສົ່ງ​ເສີມ​ການ​ລົງ​ທຶນ ​ແລະ ດໍາ​ເນີນ​ທຸລະ​ກິດ, ​ແກ້​ໄຂ​ການ​ຊໍາລະສະ​ສາງ​ໃຫ້​ມີ​ສະພາບ​ຄ່ອງ, ຊອກ​ວິທີ​ແກ້​ໄຂ​ການ​ຊໍາລະ​ໜີ້ ​ແລະ ພັນທະບັດ​ໃຫ້​ໄດ້​ຈໍານວນ​ໜຶ່ງ, ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ດອກ​ເບັ້ຍ​ເງິນ​ຝາກ ​ແລະ ​ເງິນ​ກູ້​ຂອງ​ທະນາຄານ​ທຸລະ​ກິດ​ໃຫ້​ເໝາະ​ສົມ ​ເພື່ອ​ອໍານວຍ​ໃຫ້​ແກ່ການ​ສົ່ງ​ເສີມ​ການ​ຜະລິດ ​ແລະ ​ເຄື່ອນ​ໄຫວ​ທຸລະ​ກິດຂະໜາດນ້ອຍ ແລະ ກາງໃຫ້ແຂງແຮງ.

(2) ຄຸ້ມຄອງການເກັບລາຍຮັບງົບປະມານໃຫ້ມີປະສິດທິຜົນ ໂດຍປະຕິຮູບກົນໄກເກັບລາຍຮັບໃຫ້ເປັນລະບົບ, ນໍາໃຊ້ເຄື່ອງມືຮັບປະກັນດ້ານຄວາມໂປ່ງໃສ, ປັບປຸງກົນໄກງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ໄປຄຽງຄູ່ກັບການປະຕິບັດມາດຕະການຕ້ານການຟູມເຟືອຍຢ່າງແຂງແຮງໃນທົ່ວປະເທດ ແລະ ອັດຊ່ອງຫວ່າງຮົ່ວໄຫລຂອງງົບປະມານ.

(3) ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການຄົ້ນຄວ້ານໍາໃຊ້ທ່າແຮງຂອງຕົນ ເພື່ອສ້າງເປັນໂຄງການລະອຽດ ແນໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ທັງປັບປຸງການຈັດຕັ້ງປະຕິບັດວຽກງານສາມສ້າງໃຫ້ມີປະສິດທິຜົນ ແລະ ບໍ່ໃຫ້ມີຊ່ອງຫວ່າງລະເມີດລະບຽບກົດໝາຍ.

(4)​ ປັບປຸງສະພາບແວດລ້ອມ ແລະ ບັນຍາກາດຂອງການລົງທຶນ, ການດໍາເນີນທຸລະກິດ, ໂດຍແກ້ໄຂຂັ້ນຕອນ ແລະນິຕິກໍາຕ່າງໆທີ່ບໍ່ສະດວກ, ກົດໜ່ວງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາເນີນທຸລະກິດ,ເພື່ອໃຫ້ການພິຈາລະນາອະນຸມັດລົງທຶນມີຄວາມວ່ອງໄວ, ໂປ່ງໃສ ບົນພື້ນຖານປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

(5) ຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າ ແລະ ບໍລິການຕາມທ່າແຮງຂອງຂະແໜງການ ແລະ ທ້ອງຖິ່ນ ເພື່ອໃຫ້ມີຄວາມຫລາກຫລາຍ ເປັນຕົ້ນ: ຜະລິດກະສິກໍາສະອາດ ແລະ ປອດສານພິດ, ອຸດສະຫະກໍາປຸງແຕ່ງ, ການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນາທໍາ, ການບໍລິການທາງຜ່ານ ແລະ ໂລຈີສຕິກ, ຊຸກຍູ້ສົ່ງເສີມການຄົ້ນຄວ້າວິໄຈ, ການຖ່າຍທອດເຕັກໂນໂລຊີເພື່ອຍົກສະມັດຕະພາບ, ຜະລິດຕະພາບ ແລະ ຄຸນນະພາບຂອງຜະລິດຕະພັນພາຍໃນໃຫ້ສູງ ເພື່ອແນໃສ່ສ້າງຄວາມອາດສາມາດຂອງສີນຄ້າ ແລະ ການບໍລິການ ໃຫ້ສາມາດແຂ່ງຂັນໃນຕະຫລາດພາກພື້ນ ແລະ ສາກົນ.

(6) ຊຸກຍູ້ຊ່ວຍເຫລືອບັນດາໂຄງການລົງທຶນທີ່ໄດ້ອະນຸມັດ ໃຫ້ສາມາດເຄື່ອນໄຫວຜະລິດທຸລະກິດຢ່າງມີປະສິດທິຜົນ, ໂດຍການກວດກາ ແລະ ສະໜັບສະໜູນຊ່ວຍເຫລືອຜູ້ລົງທຶນ ບົນພື້ນຖານລະບຽບກົດໝາຍ ເພື່ອໃຫ້ການລົງທຶນທີ່ໄດ້ຮັບອະນຸມັດແລ້ວນັ້ນ ໂດຍສະເພາະໂຄງການລົງທຶນຂະໜາດໃຫຍ່ ໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສະຫະກໍາ ແລະ ກະສິກໍາ ທີ່ມີຜົນກະທົບສູງຕໍ່ເສດຖະກິດ ໃຫ້ສາມາດເຄື່ອນໄຫວເປັນປົກກະຕິ, ຮັບປະກັນແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ, ປະຕິບັດຕາມສັນຍາ ແລະ ເຂົ້າສູ່ຂະບວນການຜະລິດໂດຍໄວ ເພື່ອເປັນກໍາລັງແຮງຊຸກຍູ້ການເຕີບໂຕຂອງເສດຖະກິດ.

(7) ປັບປຸງວິສາຫະກິດລັດ ໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນ, ສາມາດປະກອບສ່ວນຢ່າງໜັກແໜ້ນ ໃຫ້ແກ່ເສດຖະກິດແຫ່ງຊາດ, ໂດຍການກວດຄືນເປົ້າໝາຍການເຄື່ອນໄຫວທຸລະກິດໃນໄລຍະໃໝ່, ຄວາມອາດສາມາດແຂ່ງຂັນໃນການດໍາເນີນທຸລະກິດຕາມກົນໄກເສດຖະກິດຕະຫລາດ ບົນພື້ນຖານປະຕິບັດລະບຽບກົດໝາຍ.

(8) ສືບຕໍ່ປັບປຸງກົງຈັກ,​ ກົນໄກການບໍລິຫານລັດໃຫ້ຮັດກຸ່ມ, ໂປ່ງໃສ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ ໂດຍການສືບຕໍ່ສັບຊ້ອນພາລະບົດບາດຂອງບາງຂະແໜງການ ທີ່ເຫັນວ່າຍັງມີການທັບຊ້ອນ ແລະ ແບ່ງຄວາມຮັບຜິດຊອບບໍ່ຈະແຈ້ງ, ອັນສໍາຄັນແມ່ນ ລັດຖະບານຈະເນັ້ນໃສ່ການບໍລິຫານລັດດ້ວຍກົດໝາຍ ໃຫ້ເຂັ້ມງວດກວ່າເກົ່າ ແລະ ມີປະສິດທິຜົນສູງ, ຊຶ່ງຜ່ານມາສັງເກດເຫັນວ່າ ພາກເອກະຊົນຍັງມີຄວາມອາດສາມາດ ແລະ ທ່າແຮງຫລາຍດ້ານ ໃນການຂະຫຍາຍການຜະລິດ, ດໍາເນີນທຸລະກິດຕ່າງໆ, ຖ້າປັບປຸງບັນດາກົນໄກຂອງລັດໄດ້ດີ, ມີນໍ້າໃຈຮັບໃຊ້ປະຊາຊົນ, ໂປ່ງໃສ ກໍຈະເປັນກໍາລັງແຮງ ໃຫ້ແກ່ເສດຖະກິດແຫ່ງຊາດໄດ້ເປັນຢ່າງດີ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...