Homeນານາສາລະວິທີ​ການ​ເຮັດວຽກ​ກັບ​ຄົນ​ຕ່າງປະເທດ​ເພື່ອ​ໃຫ້​ໄດ້​ປະສິດຕິພາບ

ວິທີ​ການ​ເຮັດວຽກ​ກັບ​ຄົນ​ຕ່າງປະເທດ​ເພື່ອ​ໃຫ້​ໄດ້​ປະສິດຕິພາບ

Published on

ຖ້າຕອນນີ້ທ່ານກຳລັງເຮັດວຽກກັບຄົນຕ່າງປະເທດຢູ່ ທ່ານເຄີຍພົບກັບບັນຫາຕໍ່ ໄປນີ້ ຫຼື ບໍ່? ຫຼື ວ່າທ່ານມີວິທີເຮັດວຽກແນວໃດແດ່ ເພື່ອໃຫ້ເຂົ້າເພື່ອນຮ່ວມງານກັບຄົນຕ່າງປະເທດໄດ້ ມື້ນີ້ເຮົາຂໍແນະນຳການເຮັດວຽກກັບຄົນຕ່າງປະເທດ ເພື່ອບໍ່ໃຫ້ເກີດມີບັນຫາ ແລະ ສາມາດເຂົ້າໃຈກັນໄດ້ເປັນຢ່າງດີ ມາຝາກແຟນເພສ ແຕ່ຈະມີແນວໃດແນ່ນັ້ນເຮົາມາອ່ານນຳກັນເລີຍ

1 ສັນຍາວ່າຈະເຮັດອັນໃດຕ້ອງໃຫ້ແນ່ໃຈວ່າເຮັດໄດ້:
ໃນເວລາເຮັດວຽກກັບຄົນຕ່າງປະເທດ ສິ່ງສຳຄັນໃນການເຮັດວຽກແມ່ນຜົນໄດ້ຮັບຂອງວຽກ, ເມື່ອໄດ້ຮັບຄຳສັ່ງ ຫຼືຄຳຮ້ອງຂໍ ມີຫຼາຍຄົນບໍ່ກ້າປະຕິເສດຄຳສັ່ງ ຫຼື ກ້າເວົ້າ ແລະ ສະແດງຄວາມຄິດເຫັນ, ທັງໆສິ່ງທີ່ໄດ້ຮັບມອບໝາຍນັ້ນອາດຍາກເກີນກວ່າຈະສາມາດເຮັດໄປຕາມແຜນທີ່ວາງໄວ້ໄດ້ ໂດຍສະເພາະແມ່ນເລື່ອງເວລາ, ສະນັ້ນ ຖ້າຫາກວ່າເຮົາບໍ່ສາມາດເຮັດໄດ້ຕາມແຜນນັ້ນກໍ່ຕ້ອງໃຫ້ສະແດງຄວາມຄິດເຫັນອອກມາຢ່າງສຸພາບ ແລະ ກົງໄປກົງມາ, ບໍ່ດັ່ງນັ້ນຫາກຮັບປາກແລ້ວເຮັດບໍ່ໄດ້ຈະເຮັດໃຫ້ເຮົາຂາດຄວາມເຊື່ອຖື.

2 ມີບັນຫາຜິດພາດກັບວຽກງານໃຫ້ຮີບລາຍງານ:
ໃນກໍລະນີທີ່ເຮັດວຽກແລ້ວເກີດມີຄວາມຜິດພາດຂຶ້ນ ຢ່າປົກປິດເອົາໄວ້ ເພື່ອບໍ່ຢາກໃຫ້ໂຕເອງຖືກຕຳນິ, ແຕ່ວ່າຄວາມຈິງແລ້ວການລາຍງານໃຫ້ທັນເຫດການ ຄວາມເສຍຫາຍທີ່ຈະເກີດຂື້ນກໍ່ຫຼຸດຜ່ອນລົງ ແລະ ໂອກາດໃນການແກ້ໄຂບັນຫາກໍ່ຈະງ່າຍຂຶ້ນ.

3 ຕ້ອງກ້າຖາມເມື່ອມີບັນຫາ:
ຄົນຕ່າງປະເທດສ່ວນຫຼາຍຈະຮູ້ສຶກດີ ຖ້າຫາກວ່າມອບວຽກໃດຫນຶ່ງໄປແລ້ວລູກນ້ອງມີຄຳຖາມກັບຄືນ, ເພາະສະແດງເຖິງວ່າ ລູກມີຄວາມສົນໃຈຕໍໍ່ກັບວຽກນັ້ນໆ, ແຕ່ວ່າລູກນ້ອງຫຼາຍຄົນມັນອາດຈະເຮັດໃຫ້ເຂົ້າໃຈຜິດຕໍ່ກັບຈຸດປະສົງ ແລະ ລາຍລະອຽດ ຂອງໜ້າວຽກທີ່ຈະເຮັດໄດ້ ແລະ ໃນກໍລະນີທີ່ເຮັດວຽກຮ່ວມກັນຫຼາຍຄົນ.

4 ການສື່ສານກັບຫົວໜ້າຕ້ອງໃຫ້ເຂົ້າໃຈຊັດເຈນ:
ຄົນຕ່າງປະເທດສ່ວນຫຼາຍມັກການສື່ສານທີ່ກົງໄປກົງມາ, ເຊິ່ງວິທີການເວົ້ານັ້ນເຮົາຕ້ອງລຽງລຳດັບຄວາມຄິດເຫັນຂອງໂຕເຮົາເອງກ່ອນວ່າ: ເຮົາຕ້ອງການເວົ້າເລື່ອງຫຍັງ ມີທີ່ໄປທີ່ມາແນວໃດ, ເກີດບັນຫາຫຍັງ ແລະ ເປັນເພາະສາເຫດຫຍັງ, ຂໍ້ມູນທີ່ມີຢູ່ມີຫຍັງແດ່, ສຸດທ້າຍແມ່ນມີຂໍ້ສະເໜີແນະຫຍັງແດ່ສຳລັບບັນຫານັ້ນ ແລະ ເຮົາຄວນຈະມີຂໍ້ມູນສະເໜີແນະຫຼາຍໆທາງເລືອກ ພ້ອມທັງສະເໜີທາງເລືອກຄວາມຄິດເຫັນຂອງເຮົາອອກໄປ ແລະຖ້າຫາກຈະໃຫ້າລະອຽດແມ່ນຕ້ອງມີການວິເຄາະເຖິງຜົນໄດ້ຮັບ ແລະຄວາມສ່ຽງນຳ.

ສະຫຼຸບແລ້ວ 4 ວິທີ ທີ່ພວກເຮົາໄດ້ກ່າວມານັ້ນ ອາດຈະເປັນແນວທາງເລັກໆນ້ອຍໆທີສໍາຄັນສໍາລັບຜູ່ທີ່ເຮັດວຽກກັບຄົນຕ່າງປະເທດຢູ່ໄດ້ປັບໂຕ ແລະ ສາມາດປະຍຸກໃຊ້ໃຫ້ເຂົ້າກັບວຽກງານໂຕຈິງ ເພື່ອໃຫ້ການເຮັດວຽກຂອງທ່ານມີປະສິດທິພາບ ແລະ ເຮັດວຽກໄດ້ງ່າຍຂຶ້ນ, ທີ່ຈິງແລ້ວການເຮັດວຽກລະຫວ່າງຄົນລາວເຮົານຳກັນກໍ່ນຳມາໝູນໃຊ້ໄດ້ເຊັ່ນກັນ

 

ຂອບໃຈຂໍ້ມູນຈາກ: ecorneronline.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...