Homeນານາສາລະ13 ວິທີ ຫຼຸດຄ່າໃຊ້ຈ່າຍໃນເຮືອນ

13 ວິທີ ຫຼຸດຄ່າໃຊ້ຈ່າຍໃນເຮືອນ

Published on

  1. ເຮັດອາຫານກິນເອງໃຫ້ຫຼາຍຂຶ້ນ: ການທີ່ເຮົາເຮັດກິນເອງຫາກເຫຼືອກໍຍັງເກັບໄວ້ໃນຕູ້ເຢັນໄວ້ກິນອີກໄດ້
  2. ຊື້ຜັກໝາກໄມ້ຕາມລະດູການ: ນອກຈາກປະຢັດແລ້ວ ຍັງເປັນຊ່ວງທີ່ຜັກໝາກໄມ້ມີຄຸນນະພາບສູງ ແລະອີກຢ່າງກໍລາຄາຖືກອີກດ້ວຍ
  3. ຊື້ອາຫານສົດໃນຕະຫຼາດ: ເພາະຈະຖືກກວ່າໃນຮ້ານສັບພະສິນຄ້າ, ຄວນເລືອກເບິ່ງຮ້ານທີ່ອາຫານນັ້ນສົດ ແລະລາຄາກໍເໝາະສົມ
  4. ປູກຜັກກິນເອງ: ເປັນຕົ້ນແມ່ນ: ຫົວສີໃຄ, ໝາກເຜັດ, ຜັກຊີ, ຜັກບົ້ງ, ຜັກຫອມບົ່ວ, ຫອມປ້ອມ ຈະເຮັດໃຫ້ເຮົາຫຼຸດຄ່າໃຊ້ຈ່າຍຫຼາຍຂຶ້ນ
  5. ອາຫານທີ່ບໍ່ຈຳເປັນຫຼາຍກໍບໍ່ຄວນຊື້: ອາຫານປະເພດໃຫທີ່ເຫັນວ່າບໍ່ມີຄວາມຈຳເປັນປານໃດ ກໍບໍ່ຄວນຊື້ ສິ່ງໃດປະຢັດໄດ້ກໍຄວນປະຢັດ
  6. ຈົດອາຫານທີ່ຕ້ອງການຊື້: ຕ້ອງຊື້ຕາມທີ່ເຮົາຈົດລາຍການໄປນັ້ນກໍພໍ ຢ່າຊື້ພຽງເພາະຄຳໂຄສະນາ
  7. ປິດໄຟ ປິດເຄື່ອງໃຊ້ໄຟຟ້າ: ເມື່ອໃດທີ່ເຮົາໃຊ້ແລ້ວກໍຄວນປິດ, ຖອດປັກສຽບ ແລະປິດນໍ້າທຸກຄັ້ງ ທີ່ບໍ່ໄດ້ໃຊ້ງານແລ້ວ
  8. ເລືອກໃຊ້ເຄື່ອງໃຊ້ໄຟຟ້າທີ່ປະຢັດພະລັງງານ: ແອ, ໝໍ້ຫຸງເຂົ້າ, ຕູ້ເຢັນ, ໄມໂຄເວັບ ຖ້າຫາກເປັນລຸ້ນທີ່ເກົ່ຫຼາຍກໍຈະກິນໄຟຫຼາຍ, ຖ້າຢາກປະຢັດໄຟໄລຍະຍາວ ຄວນຊື້ລຸ້ນໃໝ່ມາປ່ຽນຈະດີກວ່າ
  9. ຫາກຕ້ອງການອົບອາຫານ: ໃຫ້ອົບຫຼາຍຢ່າງພ້ອມກັນຈະດີກວ່າ ແຕ່ຖ້າຫາກມີໜ້ອຍຄວນໃຊ້ໄມໂຄເວັບ ແທນເຕົາອົບຂະໜາດໃຫຍ່
  10. ຮັກສາສະພາບການໃຊ້ງານຂອງເຄື່ອງໃຊ້ໄຟຟ້າທຸກຢ່າງ: ໃຫ້ຢູ່ໃນສະພາບທີ່ເຮັດວຽກໄດ້ດີສະເໝີ ລວມຮອດການທຳຄວາມສະອາດເຄື່ອງໃຊ້ໄຟຟ້າ ໂດຍສະເພາະແອ ຈະຊ່ວຍຫຼຸດຄ່າໄຟຟ້າໄດ້
  11. ບໍ່ຄວນຊື້ເຄື່ອງຕະຫຼອດ: ບໍ່ວ່າຈະຊື້ຢູ່ໄສກໍຕາມ ເພາະຈະເປັນການເພີ່ມໂອກາດໃນການໃຊ້ຈ່າຍ ແບບບໍ່ໄດ້ວາງແຜນມາກ່ອນ ແລະເຮັດໃຫ້ເກີດຄວາມຢາກໄດ້
  12. ສິ່ງທີ່ແພງບໍ່່ແມ່ນສິ່ງທີ່ດີສະເໝີ: ບາງຢ່າງທີ່ສາມາດໃຊ້ແທນກັນໄດ້ ລະຫວ່າງເຄື່ອງທີ່ແພງ ກັບເຄື່ອງທີ່ຖືກກວ່າ ແຕ່ຄຸນນະພາບເທົ່າກັນ
  13. ເຊົາຊື້ເຄື່ອງນຸ່ງຕາມແຟຊັ່ນ: ເພາະຈະນິຍົມໃນເວລາບໍ່ດົນປານໃດ, ເມື່ອລຸ້ນໃໝ່ອອກມາ ກໍຕ້ອງໄດ້ຊື້ໃໝ່ ທັງທີ່ອັນເກົ່າຍັງດີຢູ່ ແຕ່ເຫັນໄດ້ວ່າບໍ່ທັນສະໄໝ, ຄວນເລືອກຊື້ເສື້ອຜ້າທີ່ລຽບ ທີ່ສາມາດໃຊ້ໄດ້ທຸກໂອກາດດີກວ່າ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...