spot_img
Homeຂ່າວການສຶກສາ​ຫາລື​ການ​ພັດທະນາ​ຫລັກສູ​ດ​ ເຕັກ​ໂນ​ໂລ​ຊີ-ນະ​ວັດຕະ​ກຳ ​ເພື່ອ​ສ້າງ​ຊັບພະຍາກອນ​ມະນຸດ ທີ່​ມີ​ຄຸນ​ນະພາ​ບ

​ຫາລື​ການ​ພັດທະນາ​ຫລັກສູ​ດ​ ເຕັກ​ໂນ​ໂລ​ຊີ-ນະ​ວັດຕະ​ກຳ ​ເພື່ອ​ສ້າງ​ຊັບພະຍາກອນ​ມະນຸດ ທີ່​ມີ​ຄຸນ​ນະພາ​ບ

Published on

ວິຊາ​ການ​ຈາກ ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ໂຄງການ​ຄົ້ນຄວ້າ ​ແລະ ພັດທະນາ​ ຫລັກສູດ​ການ​ຮຽນ-ການ​ສອນ​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳ “ການ​ສ້າງ​ຫ້ອງ​ຮຽນ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ​ວິສະວະກຳ ​ແລະ ຄະນິດສາດ​ໃນ​ໂຮງຮຽນ” ​ເຊິ່ງ​ໂຄງການ​ດັ່ງກ່າວ​ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ງົບປະມານ​ ຈາກ​ກອງ​ທຶນ​ຄົ້ນຄວ້າ​ວິທະຍາສາດ.

ທ່ານ ສຸ​ມານະ ຈູ​ນລະ​ມະນີ ຫົວໜ້າ​ກົມ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທັງ​ເປັນ​ປະທານ​ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງນີ້​​ ກ່າວ​ວ່າ: ​ໃນ​ຍຸກ​ໂລກາ​ພິວັດ, ຄວາມ​ຮູ້ ​ແລະ ນະ​ວັດຕະ​ກຳ​ ​ເສດຖະກິດ ​ໄດ້​ກາຍ​ເປັນ​ປັດ​ໄຈ​ພື້ນຖານ​ສຳຄັນ ​ຂອງ​ການ​ສ້າງ​ຊັບພະຍາກອນ​ມະນຸດ, ຫລາຍ​ປະ​ເທດ​ໄດ້​ຖື​ເອົາ​ນະ​ວັດຕະ​ກຳ​ເປັນ​ວາລະ​ແຫ່ງ​ຊາດ ​ເພື່ອ​ປ່ຽນ​ແປງ​ການ​ພັດທະນາ​ເສດຖະກິດ​ ຈາກ​ລະດັບ​ຕໍ່າ​ໄປ​ສູ່​ລະດັບ​ສູງ. ​ແຕ່​ແນວ​ໃດ​ກໍ​ຕາມ, ນະ​ວັດຕະ​ກຳ​ຍັງ​ແມ່ນ​ບັນຫາ​ໃໝ່​ສຳລັບ ສປປ ລາວ ​ແຕ່​ລັດຖະບານ​ກໍ​ໄດ້​ມີ​ນະ​ໂຍບາຍ​ດ້ານ​ດັ່ງກ່າວ ​ເພື່ອ​ພັດທະນາ​ເສດຖະກິດ​ໃຫ້​ມີ​ຄວາມ​ກ້າວໜ້າ ​ແລະ ພັດທະນາ​ພື້ນຖານ​​ໂຄງ​ລ່າງ​ໃຫ້​ເຂັ້ມ​ແຂງ ​ໃນ​ການ​ຫັນ​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ ​ເພື່ອ​ສ້າງ​ພື້ນຖານ​ເສດຖະກິດ​ແຫ່ງ​ພູມ​ປັນຍາ, ສີຂຽວ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ທ່ານຫົວໜ້າ​ກົມ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳ ກ່າວ​ວ່າ: ກາ​ນສ້າງ​ຫ້ອງຮຽນ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີວິ​ສະ​ວະ​ກຳ ​ແລະ ຄະນິດສາດການ​ສຶກສາ​ ແມ່ນ​ການ​ນຳ​ຄວາມ​ຮູ້​ທາງ​ດ້ານ​ວິທະຍາສາດ ​ຂອງ​ວຽກ​ງານ​ດັ່ງກ່າວ​ມາ​ປະສົມ​ປະສານ ​ເພື່ອ​ໃຫ້​ເກີດ​ນະ​ວັດຕະ​ກຳ​ໃໝ່, ​ເກີດ​ມີ​ທຸລະ​ກິດ​ໃໝ່, ອາຊີບ​ໃໝ່ ​ແລະ ສ້າງ​ສັງຄົມ​ໃໝ່​ທີ່​ສີວິ​ໄລ. ນອກຈາກ​ນີ້ ການ​ສຶກສາ​ວິທະຍາສາດ ຍັງ​ສາມາດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຊື່ອມ​ໂຍງ ຂອງຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ. ຕົວຢ່າງ: ນັກຮຽນ​ເມື່ອຮຽນ​ຈົບ​ລະດັບ​ມັດທະຍົມ​ແລ້ວ​ ແມ່ນ​ມີ 3 ​ເປົ້າໝາຍ​ຫລັກ​ຄື: (1) ອາຊີບ, (2) ການ​ຮຽນ​ຕໍ່​ໃນ​ລະດັບ​ສູງ​ກວ່າ ​ແລະ (3) ການ​ເປັນ​ພົນລະ​ເມືອງ​ທີ່​ມີ​ຄວາມ​ສາມາດ. ສະນັ້ນ ສິ່ງ​ສຳຄັນ​ແມ່ນ​ບັນດາ​ຕຳລາ, ຫລັກສູ​ດການ​ຮຽນ-ການ​ສອນ​ຕ່າງໆ ຕ້ອງ​ຮັບປະກັນ​ໃຫ້​ແກ່​ການ​ຮຽນ​ຮູ້​ທີ່​ຈຳ​ເປັນ ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ ​ເຊິ່ງຈະ​ເປັນ​ເງື່ອນ​ໄຂ​ທີ່​ດີ​ ຂອງ​ການ​ພັດທະນາ​ປະ​ເທດ ​ແລະ ສາມາດ​ຜະລິດ​ເປັນ​ສິນຄ້າ​ນະ​ວັດຕະ​ກຳ​ ທີ່​ສ້າງ​ມູນ​ຄ່າ​ເພີ່ມ ທັງ​ສາມາດ​ຍາດ​ແຍ່ງ​ການ​ແຂ່ງຂັນ​ ໃນ​ຕະຫລາດ​ພາກພື້ນ ​ແລະ ສາກົນ​ໄດ້. ອັນ​ສຳ ຄັນ​ຈະ​ເຮັດ​ໃຫ້​ປະຊາກອນລາວ ​ກາຍ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ທ້ອງ​ຖິ່ນ, ສາມາດ​ເຊື່​ອມ​ໂຍງ​ໃນ​ການ​ເຄື່ອນ​ຍ້າຍ​ອາຊີບ​ ຢູ່​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນຢ່າງ​ມີ​ຄຸນ​ນະພາ​ບອີກ​ດ້ວຍ.

ທ່ານ ສຸລິ​ເດດ ສຸວັນນະ​ລາດ ຫົວໜ້າ​ໂຄງການ​ຄົ້ນຄວ້າ ​ແລະ ພັດທະນາ​ ຫລັກສູດ​ການ​ຮຽນ-ການ​ສອນ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະ​ກຳ ກ່າວ​ວ່າ: ​ໂຄງການ​ນີ້​ມີ​ເປົ້າໝາຍ ​ເພື່ອ​ສ້າງ​ຊັບພະຍາກອນ​ທີ່​ມີ​ຄຸນ​ນະພາ​ບ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ໃນ​ອະນາຄົດ​ຂ້າງ​ໜ້າ ​ເຊິ່ງຜົນ​ການຄົ້ນຄວ້າ​ການ​ສ້າງ​ກຳລັງ​ຄົນ​ ໃຫ້​ມີ​ທັກ​ສະ​ນະ​ໃນ​ສະຕະວັດ​ທີ 21 ດ້ວຍ​ການ​ປະສົມ​ປະສານ ​ລະຫວ່າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ ວິສະວະກຳ​ສາດ ​ແລະ ຄະນິດສາດ​ ແມ່ນ​ຈະ​ກໍ່​ໃຫ້​ເກີດ​ມີ​ແນວ​ຄວາມ​ຄິດ​ສ້າງສັນ​ໃໝ່ ​ທີ່​ກ້າວ​ໄປ​ສູ່​ການ​ມີ​ຜະລິດ​ຕະພັນ​ໃໝ່, ບໍລິການ​ໃໝ່, ອາຊີບ​ໃໝ່, ຜູ້​ປະກອບ​ການ​ໃໝ່, ທຸລະ​ກິດ​ໃໝ່ ​ແລະ ສັງຄົມ​ໃໝ່.

ກອງ​ປະຊຸມ​ປຶກສາ​ຫາລື​ດັ່ງກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພະຈິກ​ນີ້ ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາ ສາດ​ການ​ສຶກສາ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ.

 

ແຫລ່ງຂ່າວ:

ລພນ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...