spot_img
Homeຂ່າວພາຍ​ໃນ9 ເດືອນຜ່ານມາ ໄຟຟ້າລາວ ສາຂາຄຳມ່ວນ ມອບພັນທະໃຫ້ລັດແລ້ວ 10 ຕື້ກວ່າກີບ

9 ເດືອນຜ່ານມາ ໄຟຟ້າລາວ ສາຂາຄຳມ່ວນ ມອບພັນທະໃຫ້ລັດແລ້ວ 10 ຕື້ກວ່າກີບ

Published on

ໄຟຟ້າຖືເປັນກຳລັງແຮງສຳຄັນ ໃນການປະກອບສ່ວນລາຍຮັບໃຫ້ກັບເສດຖະກິດແຫ່ງຊາດ ຊຶ່ງບໍ່ສະເພາະເອື້ອອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດ, ການຜະລິດໃນທົ່ວສັງຄົມ ແຕ່ຍັງສ້າງລາຍຮັບມະຫາສານໃຫ້ກັບງົບປະງານແຫ່ງຊາດໃນແຕ່ລະປີ ສະເພາະແຂວງຄຳມ່ວນໃນ 9 ເດືອນຜ່ານມາຂອງປີນີ້ ໄດ້ມອບພັນທະໃຫ້ລັດແລ້ວຫຼາຍກວ່າ 10 ຕື້ກີບ ເທົ່າກັບເກືອບ 90% ຂອງແຜນການ.
ທ່ານ ເພັດສະໝອນ ພອນວິໄລສັກ ຜູ້ອໍານວຍການລັດວິສາຫະກິດໄຟຟ້າລາວ ສາຂາຄໍາມ່ວນ ໃຫ້ຮູ້ວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາຄໍາມ່ວນ ແມ່ນເປັນລັດວິສາຫະກິດໜຶ່ງ ທີ່ສາຍຕັ້ງແມ່ນຂຶ້ນກັບລັດວິສາຫະກິດໄຟຟ້າລາວ ສໍານັກງານໃຫຍ່  ຢູ່ນະຄອນຫຼວງວຽງຈັນ, ສາຍຂວາງແມ່ນຂຶ້ນກັບອໍານາດການປົກຄອງຂັ້ນແຂວງ ຊຶ່ງເຮັດທຸລະກິດກຸ່ມ ຕົນເອງທາງດ້ານງົບປະມານພ້ອມທັງເຄື່ອນໄຫວຕາມຂອບເຂດສິດ, ໜ້າທີ່ ແລະພາລະບົດບາດຂອງຕົນ.

ໃນຕະຫຼອດໄລຍະ 9 ເດືອນຜ່ານມາ ລັດວິສາຫະກິດໄຟຟ້າລາວ ສາຂາຄໍາມ່ວນ ໄດ້ເຮັດໜ້າທີ່ທາງດ້ານການເມືອງ ແລະວິຊາສະເພາະຂອງຕົນ ຕາມການມອບໝາຍຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງເປັນຕົ້ນແມ່ນການຈັດຕັ້ງເຜີຍແຜ່ຄໍາສັ່ງ ແລະແຈ້ງການຂອງກະຊວງພະລັງງານ ແລະບໍ່ແຮ່ ວ່າດ້ວຍການກວດກາລາຄາຄ່າກະແສໄຟຟ້າສໍາລັບປະເພດທີ່ຢູ່ອາໄສຄືນໃໝ່, ການປ່ຽນຖ່າຍໝໍ້ນັບໄຟຟ້າຈາກລະບົບອານາລ໋ອກເປັນລະບົບດີຈີຕອນ, ບໍາລຸງຮັກສາສາຍສົ່ງໄຟຟ້າ, ການນໍາໃຊ້ໄຟຟ້າຢ່າງປະຢັດ ແລະຖືກວິທີ ຊຶ່ງໃນນັ້ນໄດ້ປັບປຸງລາຄາ ຄ່າກະແສໄຟຟ້າສໍາລັບປະເພດທີ່ຢູ່ອາໄສຈາກ 3 ຂັ້ນເປັນ 6 ຂັ້ນ ໄປຮອດເດືອນທັນວາປີ 2017 ຈົນກວ່າ ຈະໝົດກໍານົດ ສ່ວນວ່າລາຄາປະເພດອື່ນ ກໍໃຫ້ປະຕິບັດຕາມແຈ້ງການຂອງ ກະຊວງພະລັງງານ ແລະບໍ່ແຮ່ເຊັ່ນກັນຈົນກວ່າຈະມີການປ່ຽນແປງ.

ສໍາລັບວຽກງານວິຊາສະເພາະໃນ 9 ເດືອນຜ່ານມາ ແມ່ນໄດ້ຮັບພະລັງງານທັງໝົດ 156,19 ລ້ານກິໂລວັດໂມງເທົ່າກັບ 76,79 % ຂອງແຜນການປີ, ຈໍາໜ່າຍພະລັງງານໄຟຟ້າໄດ້ 125,60 ລ້ານກິໂລວັດໂມງ ເທົ່າກັບ 74,30 % ຂອງແຜນການປີ, ພະລັງງານຕົກເຮ່ຍໝົດປີຈະສູ້ຊົນໃຫ້ໄດ້ 12,53% ດ້ານລາຍຮັບປະຕິບັດໄດ້ 88,43 ຕື້ກີບ ເທົ່າກັບ 72,36% ຂອງແຜນການປີ, ລາຍຈ່າຍປະຕິບັດໄດ້ 101,49 ຕື້ກີບ ເທົ່າກັບ 68,92 % ຂອງແຜນການປີຂາດທຶນ 15,06 ຕື້ກີບເທົ່າກັບ 52,14%, ເຖິງແມ່ນລາຍຮັບຈະໜ້ອຍກວ່າລາຍຈ່າຍ ແຕ່ທາງລັດວິສາຫະກິດແມ່ນສາມາດ ມອບພັນທະເຂົ້າງົບປະມານໄດ້ 10,59 ຕື້ກີບ ເທົ່າກັບ 88% ຂອງແຜນການປີ, ອາກອນເງິນເດືອນ 385,42 ລ້ານກີບ ເທົ່າກັບ 64 %, ອາກອນມູນຄ່າເພີ່ມ 10,20 ຕື້ກີບ ເທົ່າກັບ 89,89 %.

ທ່ານ ເພັດສະໝອນ ພອນວິໄລສັກ ກ່າວຕື່ມວ່າ: ຕິດພັນກັບວຽກງານຈໍາໜ່າຍ ແລະວຽກງານເກັບກູ້ພວກເຮົາກໍ ຍັງມີໜີ້ສິນ ຄ່າກະແສໄຟຟ້າຂອງຜູ້ຊົມໃຊ້ ມາຮອດເດືອນກັນຍາ 2016 ໜີ້ສິນ ຂອງຜູ້ຊົມໃຊ້ກະແສໄຟຟ້າມີເຖິງ 34,25 ຕື້ກີບ ໃນນັ້ນໜີ້ສິນ ພາກກະສິກໍາກວມເອົາ 42,93%, ສໍານັກງານອົງການ 40,97% ແລະທີ່ຢູ່ອາໄສທົ່ວໄປ 16,09 % .

ພ້ອມນັ້ນທ່ານກໍ່ໄດ້ຮຽກຮ້ອງມາຍັງ ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ສໍານັກງານອົງການຕະຫຼອດຮອດພໍ່ແມ່ປະຊາຊົນລາວ ບັນດາເຜົ່າຈົ່ງໄດ້ປະກອບສ່ວນ ເຂົ້າໃນການປົກປັກຮັກສາຊັບສິນຂອງຊາດ ກໍຄືຂອງສ່ວນລວມໃຫ້ມີ ຄວາມຍືນຍົງ, ມີສະຕິໃນການຊໍາລະຄ່າກະແສໄຟຟ້າທີ່ຕົນເອງຊົມໃຊ້ໃນແຕ່ລະເດືອນ ພ້ອມທັງຮູ້ປະຢັດພະລັງງານທັງນີ້ ກໍເພື່ອເປັນການຫຼຸດຜ່ອນລາຍຈ່າຍຂອງຄອບຄົວລົງອີກທາງໜຶ່ງ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...