Homeຂ່າວຕ່າງປະເທດໂດນັລ ທຣັມ ກຽມຂັບໄລ່ຜູ້ອົບພະຍົບ 3 ລ້ານຄົນໃນງວດທຳອິດ

ໂດນັລ ທຣັມ ກຽມຂັບໄລ່ຜູ້ອົບພະຍົບ 3 ລ້ານຄົນໃນງວດທຳອິດ

Published on

ເມື່ອວັນທີ 13 ພະຈິກ 2016 ເວັບໄຊເມໂທຣ ເຜີຍບົດສຳພາດຄັ້ງທຳອິດຂອງ ໂດນັລ ທຣັມ ໃນລາຍການ CBS News ຫຼັງຈາກຊະນະການເລືອກຕັ້ງໄດ້ເປັນປະທານາທິບໍດີຄົນໃໝ່ຂອງສະຫະລັດ ໂດຍທຣັມໄດ້ກ່າວວ່າ ຈະເລີ່ມດຳເນີນການເນລະເທດກຸ່ມຜູ້ອົບພະຍົບທີ່ລັກລອບເຂົ້າເມືອງຢ່າງຜິດກົດໝາຍ, ກຸ່ມຄົນທີ່ເຄີຍມີທາງອາຊະຍາກອນ. ກຸ່ມແກ໊ງອັນຕະພານຜູ້ມີອິດທິພົນ ຕະຫຼອດຈົນຮອດກຸ່ມຄ້າຢາເສບຕິດ ທີ່ມີຈຳນວນ ຫຼາຍກວ່າ  2-3 ລ້ານຄົນໃນສະຫະລັດ ໃຫ້ອອກຈາກປະເທດໄປກ່ອນເປັນສິ່ງທຳອິດ

ສຳລັບຈຳນວນຜູ້ອົບພະຍົບໃນປະເທດສະຫະລັດນັ້ນ ສະເລ່ຍແລ້ວຢູ່ທີ່ປະມານ 10.9 ລ້ານຄົນ ເຊິ່ງສ່ວນຫຼາຍອາໃສຢູ່ໃນສະຫະລັດອາເມລິກາມາເກືອບຕະຫຼອດຊີວິດ ແລະ ມີຈຳນວນຜູ້ອົບພະຍົບຫຼາຍກວ່າ 1 ລ້ານຄົນ ຍ້າຍຖິ່ນຖານມາອາໃສທີ່ສະຫະລັດ ຕັ້ງແຕ່ຍັງນ້ອຍ ຕາມກົດໝາຍນິລະໂທດສະກຳຂອງອະດີດປະທານາທິບໍດີບາຣັກ ໂອບາມາ ເຊິ່ງຄົນກຸ່ມນີ້ກຳລັງຕົກຢູ່ໃນພາວະຢ້ານກົວວ່າຈະເປັນກຸ່ມທຳອິດທີ່ຈະຖືກເນລະເທດ

ໃນສ່ວນຂອງແຜນການສ້າງເຂດແດນລະຫວ່າງສະຫະລັດ ແລະ ແມັກຊິໂກຍັງຄົງຈະດຳເນີນຕໍ່ໄປ ແຕ່ອາດຈະເປັນຮົ້ວກັ້ນທີ່ມີການຄວບຄຸມດູແລຄວາມປອດໄພຢ່າງຮັດກຸມ ແຕ່ດ້ວຍສະພາບທາງພູມສັນຖານຂອງປະເທດຈຸດພື້ນທີ່ດັ່ງກ່າວ ການສ້າງກຳແພງຈະເໝາະສົມກວ່າ.

 

ຂ່າວຈາກ: http://hilight.kapook.com/view/145036
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...